ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄື້ນຄວາມຮ້ອນ ສູງເປັນປະຫວັດການ ປົກຄຸມ ທົ່ວເຂດເອເຊຍ


ແມ່ຍິງອິນເດຍຄົນນຶ່ງ ຢືນຢູ່ຕໍ່ໜ້າພັດລົມ
ແມ່ຍິງອິນເດຍຄົນນຶ່ງ ຢືນຢູ່ຕໍ່ໜ້າພັດລົມ

ອຸນຫະພູມ​ທີ່​ຮ້ອນ​ເອົ້າ​ເປັນ​ປະຫວັດ​ການ ​ແລະ​ໄພ​ແຫ້ງ​ແລ້ງ​ທີ່​ຮຸນ​ແຮງພວມ​ເຮັດ ໃຫ້​ປະຊາຊົນ​ຫຼາຍ​ຮ້ອຍ​ລ້ານ​ຄົນ​ໃນ​ເຂດ​ເອ​ເຊຍປະສົບ​ກັບ​ຄວາມທຸກ​ທໍລະມານ ​ເປັນ​ທີ່​ສຸດ.

ທ່ານ Maximiliano Herrera ນັກ​ຊ່ຽວຊານ​ດ້ານ​ອາກາດ​ທີ່​ມີ​ຊື່​ສຽງທີ່​ກຳລັງສືບ ສວນ​ເບິ່ງ​ປະຫວັດ​ອຸນຫະພູມ​ຂອງ​ໂລກ ກ່າວວ່າ ຢູ່​ໃນ​ເຂດ​ເອ​ເຊຍ​ຕາ​ເວັນອອກ ສຽງ​ໃຕ້ ຄື້ນຄວາມ​ຮ້ອນ​ນີ້ ​ແມ່ນ​ຮວມຢູ່​ໃນ​ບັນດາ​ຄື້ນຄວາມຮ້ອນ ເປັນປະຫວັດ ການ ​ໃນ​ປີ 1960, ປີ ​1983 ​ ແລະ​ປີ 1998​ ​ແຕ່​ເມື່ອ​ເວົ້າ​ເຖິງ ຊ່ວງ​ໄລຍະ​ເວລາ​ ຄວາມ​ເຂັ້ມຂຸ້ນ ​ແລະ ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ແລ້ວ ​ແນ່ນອນ ​ນີ້​ແມ່ນຄື້ນຄວາມ​ຮ້ອນ​ທີ່​ຮ້າຍ​ແຮງ​ສຸດ​ຢູ່​ໃນ​ປະ​ເທດ​ໄທ ລາວ ​ແລະ​ກຳປູ​ເຈຍ.

ແຜນທີ່ຂອງອົງການ NASA ສະແດງໃຫ້ເຫັນ ອຸນຫະພູມຂອງຜືນແຜ່ນດິນ ໃນທົ່ວເຂດເອເຊຍ.
ແຜນທີ່ຂອງອົງການ NASA ສະແດງໃຫ້ເຫັນ ອຸນຫະພູມຂອງຜືນແຜ່ນດິນ ໃນທົ່ວເຂດເອເຊຍ.

ຄື້ນຄວາມ​ຮ້ອນ​ຢູ່​ອິນ​ເດຍ​ໃນ​ປີ​ກາຍ​ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 2,422 ຄົນ ຊຶ່ງ​ເປັນ​ໂຕ​ເລກ​ການ​ເສຍ​ຊີວິດ​ທີ່​ພົວພັນ​ກັບ​ສະພາບ​ອາກາດ​ຮ້ອນ​ເອົ້າທີ່​ສູງ​ທີ່​ສຸດ ​ໃນ​ຮອບ​ສອງ​ທົດ​ສະ​ວັດ​ກວ່າໆ.

​ໃນ​ປີນີ້ ມີ​ຜູ້​ເສຍ​ຊີວິດ​ຫລາຍ​ກວ່າ 150 ຄົນ​ທີ່​ມີ​ການຖິ້ມ​ໂທດ​ໃສ່​ສະພາບ​ອາກາດ ຮ້ອນ​ເອົ້າ ​ໃນ​ໄລຍະ​ສອງ​ອາທິດ​ກວ່າໆ​ຜ່ານ​ມານີ້.

ທ່ານ Herrera ກ່າວ​ຕໍ່​ວີໂອ​ເອວ່າ ຂ້າພະ​ເຈົ້າຢ້ານ​ວ່າ ຄື້ນຄວາມ​ຮ້ອນ​ນີ້ຈະດຳ​ເນີນ​ຕໍ່​ໄປ ​ແລະ​ສູງ​ຂຶ້ນຕື່ມ​ໃນ​ຫຼາຍໆ​ອາທິດ​ຕໍ່ໜ້າ ​ແລະ​ແນ່ນອນບໍ່​ເປັນ​ຈັ່ງໂຊກ​ຈຳນວນ​ຜູ້​ເສຍ​ຊີວິດ​ຈະ​ສູງ​ຂຶ້ນຕື່ມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG