ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກຂ່າວຜູ້ສືບສວນ ກ່ຽວກັບການກຸສົນ ຂອງ ທ່ານທຣໍາ ໄດ້ຮັບລາງວັນ Pulitzer Prizes


ໜັງສືພິມ Washington Post.
ໜັງສືພິມ Washington Post.

ການແລ່່່ນແຂ່ງຂັນ​ປະທານາທິບໍດີສະຫະລັດ​ຂອງ​ທ່ານ ດໍໂນ​ລ ທຣໍາ ກິ​ດຈະ​ການ​ຂອງ
ຣັ​ດ​ເຊ​ຍຢູ່​ຕ່າງປະ​ເທດ ​ແລະ​ການ​ຊຸກ​ເຊື່ອງ​ພາສີ​ຢູ່​ນອກ​ປະ​ເທດ ທີ່​ພົວພັນ​ຢູ່​ທົ່ວ​ໂລກ​
ນັ້ນ ​ໄດ້​ເປັນ​ຫົວ​ເລື່ອງ​ຢູ່​ໃນງານ​ໃຫ້​ກຽດ​ໃນ​ວັນ​ຈັນ​ວານ​ນີ້ ​ສຳລັບ​ລາງວັນ Pulitzer ທີ່​ເປັນລາງວັນ​ສູງສຸດ​ໃຫ້​ແກ່​ນັກ​ຂ່າວ​ອາ​ເມຣິກັນ.

ທ່ານ David Fahrenhold ຈາກ​ໜັງສືພິມ Washington Post ​ໄດ້ຊະນະ​ລາງວັນ​
ລາຍ​ງານ​ແຫ່ງ​ຊາດ ສຳລັບວຽກ​ການ​ຂອງ​ທ່ານ ທີ່​ຮວມທັງການ​ສືບ​ລັບ​ຫລາຍໆ​ເລື່ອງ
ກ່ຽວກັບ ທ່ານ​ທຣໍາ ທີ່​ອ້າງ​ເຖິງກາ​ນຊ່ວຍ​ເຫລືອດ້ານການກຸສົນ​ແລະ​ອັນ​ທີ່ທ່ານ ​ແລະ​
ມູນ​ນິທິ​ຂອງ​ທ່ານ​ໄດ້​ບໍລິຈາກ​ໃຫ້​ແກ່​ມຸນ​ນິທິຕ່າງໆດ້ານການກຸສົນ.

ນອກນັ້ນ ທ່ານ Fahrenthold ຍັງ​ໄດ້​ເປີດ​ເຜີຍ​ຄໍາ​ເວົ້າ​ຂອງ ທ່ານ​ທຣໍາ ທີ່​ເກັບ​ກຳ​ໂດຍ
​ນັກ​ຖ່າຍໂທລະພາບຄົນ​ນຶ່ງ​ໃນ​ປີ 2005 ອັນ​ທີ່​ທ່ານ​ເວົ້າເຍາະ​ເຍີ້​ຍກ່ຽວ​ກັບ​ການ​ຈູບ ​
ແລະ​ການຈັບບາຍພວກ​ແມ່ຍິງ.

ທ່ານ Dean Baquet (ກາງ) ຜູ້ບໍລິຫານບັນນາທິການໜັງສືພິມ New York Times ຫລອງການປະກາດ ໄດ້ຮັບລາງວັນ Pulitzer Prizes.
ທ່ານ Dean Baquet (ກາງ) ຜູ້ບໍລິຫານບັນນາທິການໜັງສືພິມ New York Times ຫລອງການປະກາດ ໄດ້ຮັບລາງວັນ Pulitzer Prizes.


ລາງວັນ​ກ່ຽວກັບການລາຍ​ງານ​ເລື່ອງ​ຕ່າງປະ​ເທດ​ໄດ້ມອບໃຫ້​ແກ່ New York Times
ອັນ​ທີ່​ຄະນະ​ກຳມະການ Pulitzer ຮ້ອງ​ລາຍ​ງານດັ່ງກ່າວ​ວ່າ “ລາຍ​ງານ​ກ່ຽວ​ກັບ​ຄວາມ​ພະຍາຍາມ​ຂອງ​ທ່ານ Vladimir Putin ທີ່​ຄາດລ່ວງ

ໜ້າ ເຖິງອຳນາດ​ຂອງຣັດ​ເຊຍ​ຢູ່​ຕ່າງປະ​ເທດ” ຮວມທັງ​ການ​ລອບ​ສັງຫານ ການ​ຮາວີ
ລົບ​ກວນ​ຢູ່​ອິນ​ເຕີແນັດ ​ແລະ​ວາງຫລັກ​ຖານທີ່​ຈະ​ສ້າງ​ເລື່ອງ​ໃຫ້​ແກ່​ບັນດາຄູ່​ແຂ່ງຂັນ
ຂອງຕົນ.

ບັນດາຜູ້ໄດ້ຮັບລາງວັນ Pulitzer Prizes ຈາກຊ້າຍ ໄປຫາຂວ່າ Rachel Piper, Jessica Miller, Erin Alberty, Alex Stuckey ແລະ Sheila McCann.
ບັນດາຜູ້ໄດ້ຮັບລາງວັນ Pulitzer Prizes ຈາກຊ້າຍ ໄປຫາຂວ່າ Rachel Piper, Jessica Miller, Erin Alberty, Alex Stuckey ແລະ Sheila McCann.



ນອກນັ້ນລາຍ​ງານ​ເຫລົ່າ​ນີ້​ຍັງ​ພົວພັນ​ກັບ​ການ​ເລືອກ​ຕັ້ງ​ສະຫະລັດ ພ້ອມ​ດ້ວຍ​ເລື່ອງທີ່
​ບອ​ກ​ເຖິງ​ລາຍ​ລະອຽດ​ການ​ທັບ​ມ້າງ​ຂອງຣັດ​ເຊຍ ​ແກ່​ລະບົບຄອມ​ພິວ​ເຕີ ຂອງລັດຖະ
ບານ​ສະຫະລັດ ​ແລະ​ການ​ແຊກ​ແຊງ​ຂັ້ນ​ສູງຢູ່ໃນ​ຄະນະ​ກຳມະການ​ພັກເດ​ໂມ​ແຄ​ຣັດ​
ແຫ່ງ​ຊາດ ທີ່​ນຳ​ໄປ​ສູ່​ຄວາມ​ອັບອາຍ ທີ່ຮົ່ວ​ໄຫລ​ອອກມາ ສຳລັບ​ຜູ້​ຖືກສະ​ເໜີຊື່ຈາກ
ພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Hillary Clinton ທີ່​ໄດ້​ພະຍາຍາມຢ່າງ​ບໍ່​ເປັນ​ຜົນສຳ​ເລັດ
ທີ່​ຈະ​ເອົາຊະນະ​ທ່ານທຣໍາ ​ໃນ​ການ​ປ່ອນ​ບັດໃນ​ເດືອນພະຈິກ​ທີ່​ຜ່ານມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG