ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ລາຍງານ ການເສຍຊີວິດ ກໍລະນີທຳອິດ ທີ່ພົວພັນ ກັບໄວຣັສ Zika


ພະນັກງານສາທາລະນະສຸກເປີໂຕຣິໂກ ຕິດຕາມເບິ່ງ ການລະບາດຂອງໄວຣັສ Zika ທາງສີ່ສັງຄົມ.
ພະນັກງານສາທາລະນະສຸກເປີໂຕຣິໂກ ຕິດຕາມເບິ່ງ ການລະບາດຂອງໄວຣັສ Zika ທາງສີ່ສັງຄົມ.

ມີ​ລາຍ​ງານ​ກ່ຽວ​ກັບການ​ເສຍ​ຊີ​ວິດຂອງ​ຜູ້​ເຄາະ​ຮ້າຍ​ລາຍ​ທຳ​ອິດ​ທີ່​ພົວພັນ​ກັບ​ນຳ​ການ​ຕິດ ເຊື້ອ​ໄວຣັສ Zika ທີ່​ມາ​ນຳ​ຍຸງ ຢູ່​ໃນດິນ​ແດນ​ສະຫະລັດ.

ສູນ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະຍາດ​ຂອງ​ສະຫະລັດ ລາຍ​ງານ​ໃນ​ວັນ​ສຸກ​ວານ​ນີ້ວ່າ ຜູ້ ຊາຍ​ຊາຍ​ເປີ​ໂຕຣິ​ໂກ​ຄົນ​ນຶ່ງອາຍຸໃນ​ລະ​ຫວ່າງ 70 ກວ່າ​ປີ ໄດ້​ເສຍ​ຊີວິດຍ້ອນ​ມີ​ເລືອດຕົກ​ໃນ ທີ່​ພົວພັນ​ກັບ​ປະຕິກິລິຍາຂອງ​ພູມ​ຕ້ານ​ທານ​ຕໍ່ການ​ຕິດເຊື້ອ​ໄວ​ຮັສ Zika ທີ່​ບໍ່​ຄ່ອຍ​ໄດ້ ເຫັນ​ກັນ​ເມື່ອ​ທ້າຍ​ເດືອນ​ກຸມພາ​ຜ່ານ​ມານີ້.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ຜູ້​ຊາຍ​ທີ່​ບໍ່​ລະບຸ​ຊື່​ຄົນ​ນີ້ ​ໄດ້​ຫາຍ​ດີ​ແລ້ວ​ຈາກ​ການ​ຕິດ​ເຊື້ອ​ໄວ​ຣັສ Zika ໃນ​ຂັ້ນຕົ້ນ ​ແຕ່​ຕໍ່​ມາ ພູມ​ຕ້ານທານ​ທີ່ກໍ່​ໂຕ​ຂຶ້ນໃນ​ການສະ​ແດງ​ປະຕິກິລິຍາ​ຕໍ່​ການ​ຕິດ​ເຊື້ອ​ໄວ​ຣັສ Zika ນັ້ນ ​ໄດ້​ເລີ້ມ​ໂຈມ​ຕີ​ເກັດ​ແຊ​ລຂອງ​ເລືອດທີ່ພາ​ໃຫ້​ຜູ້​ກ່ຽວ​ເສຍ​ຊີວິດ​ຫລັງ​ຈາກ ໄດ້​ມີ​ເລືອດ​ຕົກ​ໃນ.

ການ​ເສຍ​ຊີວິດ​ຍ້ອນ​ເຊື້ອ​ໄວຣັສ Zika ​ໃນ​ລັກສະນະ​ຄ້າຍຄື​ກັນນີ້ 3 ກໍລະນີ​ໄດ້​ມີ​ລາຍ​ງານ ວ່າ​ເກີດ​ຂຶ້ນຢູ່ທີ່​ປະ​ເທດ​ໂຄ​ລອມ​ເບຍ.

​ເປີ​ໂຕຣິ​ໂກ​ ກຳລັງ​ປະ​ເຊີນ​ໜ້າ ກັບ​ການລະ​ບາດຂອງ​ເຊື້ອ​ໄວຣັສ Zika ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງມາ​ໄດ້​ຫຼາຍ​ເດືອນ​ແລ້ວ. ສູນ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະຍາດ​ລາຍ​ງານ​ ວ່າມີ​ຜູ້​ຕິດ​ເຊື້ອ​ໄວຣັສດັ່ງກ່າວ​ທີ່​ໄດ້​ຮັບ​ການ​ຢືນຢັ​ນຈາກ​ຫ້ອງ​ຄົ້ນ ຄວ້າ 683 ກໍລະນີແຕ່​ ວັນ​ທີ 1 ຫາ​ວັນ​ທີ 15 ​ເມສາ​ນີ້ບໍ່​ຕ່ຳ​ກວ່າ 65​ ຄົນຂອງພວກ​ທີ່​ຕິດ​ເຊື້ອ​ແມ່ນ​ເປັນ​ແມ່ຍິງ​ທີ່ ຖືພາ. ຜູ້​ປ່ວຍ 17 ຄົນ​ຕ້ອງ​ໄດ້​ເຂົ້າຮັບ​ການ​ພະຍາ​ບານ​ຢູ່​ທີ່​ໂຮງໝໍ.

ການ​ເສຍ​ຊີວິດ​ທີ່​ພົວພັນ​ກັບ​ເຊື້ອ​ໄວຣັສ Zika ​ໃນ​ໝູ່​ພວກ​ຜູ້​ໃຫຍ່​ຖື​ວ່າ​ເກີດ​ຂຶ້ນຍາກ​ທີ່​ສຸດ. ເຊື້ອ​ໄວຣັສດັ່ງກ່າວ​ພາ​ໃຫ້​ຮູ້ສຶກ​ມີ​ອາການ​ບໍ່​ສະບາຍ​ທີ່​ບໍ່​ຮ້າຍ​ແຮງ​ເປັນ​ເວລາ​ສັ້ນໆສຳລັບ ພວກ​ຜູ້​ຄົນ​ສ່ວນ​ໃຫຍ່. ​ແຕ່​ການ​ຕິດ​ເຊື້ອ​ໄວຣັສນີ້​ສຳລັບ ພວກ​ແມ່ຍິງ​ທີ່​ຖືພາ​ແມ່ນ​ພົວພັນ ກັບ​ການ​ເກີດ​ລູກ​ທີ່​ບໍ່​ສົມປະກອບ​ແລະ​ການ​ເສຍ ຊີວິດ​ຂອງ​ພວກ​ທາລົກ​ໃນ​ຄັນ ​ແລະໄດ້ ກາຍ​ເປັນ​ບັນຫາທາງ​ດ້ານ​ສາທາລະນະ​ສຸກທີ່​ສ້າງຄວາມ​ວິຕົກ​ກັງວົນ​ໃຫ້​ແກ່​ນາໆ​ຊາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Zika Virus
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG