ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກາະ ເປີໂຕ ຣີໂກ ບໍ່ໄດ້ຊຳລະ ໜີ້ສິນ 400 ລ້ານໂດລາຕາມນັດໝາຍ


ຜູ້ປົກຄອງເກາະ Puerto Rico ທ່ານ Alejandro Javier Garcia Padilla ໃຫ້ປາກຄຳຕໍ່ລັດຖະສະພາ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ.
ຜູ້ປົກຄອງເກາະ Puerto Rico ທ່ານ Alejandro Javier Garcia Padilla ໃຫ້ປາກຄຳຕໍ່ລັດຖະສະພາ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ.

ຜູ້ປົກຄອງເກາະ ເປີໂຕ ຣີໂກ ກ່າວວ່າ ເກາະຂອງຕົນກຳລັງຈະຜິດ ນັດບໍ່ສາມາດຊຳລະ ໜີ້ສິນ 422 ລ້ານໂດລາ ເຊິ່ງມີກຳນົດໃສ່ ວັນຈັນມື້ນີ້, ແລະ ທ່ານກ່າວວ່າ ສະຫະລັດ ກໍ ແມ່ນມີສ່ວນໃນການຖືກຕ້ອງຕິນຳ.

ທ່ານ Garcia Padilla ໄດ້ກ່່າວໃນການໃຫ້ຄຳປາໄສທີ່ອອກອາກາດທາງໂທລະພາບ ເມື່ອວັນອາທິດວານນີ້ ຕໍ່ປະຊົນຂອງເກາະ 3 ລ້ານ 5 ແສນຄົນວ່າ ທ່ານໄດ້ທຳ “ການຕັດ ສິນໃຈອັນເຈັບປວດ” ທີ່ຈະບໍ່ຊຳລະເງິນໃຫ້ກັບເຈົ້າໜີ້ຂອງເກາະນັ້ນ, ແຕ່ຈະໄປຊ່ວຍ ໃນການຈ່າຍເງິນເດືອນໃຫ້ກັບພາກສ່ວນມະຫາຊົນ ແລະ ສຸຂະພາບ ແລະ ງົບປະມານ ດ້ານການສຶກສາແທນ ເພື່ອຫຼີກເວັ້ນ “ວິກິດການດ້ານມະນຸດສະທຳ.”

ທ່ານຜູ້ປົກຄອງເກາະດັ່ງກ່າວເວົ້າວ່າ “ຂ້າພະເຈົ້າໄດ້ຕັດສິນໃຈວ່າຄວາມຕ້ອງການຂັ້ນ ພື້ນຖານຂອງບັນດາທ່ານ ແມ່ນມີຄວາມສຳຄັນຫຼາຍກວ່າ ສິ່ງອື່ນໃດໝົດ.”

ທ່ານ Padilla ກ່າວວ່າ ທ່ານບໍ່ຢາກຂໍການຊ່ວຍເຫຼືອ ແລະ ຊອກຫາທາງທີ່ຈະສ້າງໜີ້ສິນ ທີ່ມີຢູ່ອີກຕື່ມ. ແນວໃດກໍຕາມເກາະທີ່ເປັນເຂດແດນຂອງ ສະຫະລັດ, ຕ້ອງການໃຫ້ລັດຖະ ສະພາ ສະຫະລັດ ອະນຸມັດຮ່າງຍັດຕິການປະຕິຮູບ ສຳລັບເກາະນັ້ນ, ແຕ່ພັກການເມືອງ ທັງສອງພັກໄດ້ເລື່ອນທຸກໆການເຄື່ອນໄຫວກ່ຽວກັບ ມາດຕະການນັ້ນ.

ທ່ານ Padilla ໄດ້ກ່າວວ່າ “ພວກເຮົາໄດ້ເລືອກທີ່ຈະມີໂຄງຮ່າງດ້ານກົດໝາຍ ເພື່ອປັບ ປຸງໜີ້ສິນຂອງພວກເຮົາ ໃນທາງທີ່ເປັນລະບົບລະບຽບ. ພວກເຮົາໄດ້ຮ້ອງຂໍລັດຖະສະ ພາ ສະຫະລັດ ຊໍ້າແລ້ວຊໍ້າອີກ ເພື່ອມອບເຄື່ອງມືໃນການປັບປຸງໜີ້ສິນຂອງພວກເຮົາ.”

ເກາະ ເປີໂຕ ຣີໂກ ເຄີຍຜິດນັດໃນການຈ່າຍໜີ້ສິນມາກ່ອນແລ້ວ, ແຕ່ວ່າການຜິດນັດຂອງ ວັນຈັນມື້ນີ້ແມ່ນຈຳນວນທີ່ຫຼາຍທີ່ສຸດ ແລະ ລວມທັງໜີ້ສິນທີ່ຖືໂດຍຜູ້ຖືພັນທະບັດ Wall Street ແລະ ກອງທຶນ Hedge Funds ນຳ.

ບັນດານັກວິເຄາະ ເສດຖະກິດກ່າວວ່າ ເກາະທີ່ເປັນເຂດແດນຂອງ ສະຫະລັດ ໂດຍພື້ນ ຖານແລ້ວ ມີເສດຖະກິດລົ້ມລະລາຍ ດ້ວຍໜີ້ສິນທັງໝົດປະມານ 70 ຕື້ໂດລາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG