ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Kenyetta ຊະນະ ການເລືອກຕັ້ງ ປະທານາທິບໍດີ ເຄັນຢາ (ສະໄລດ໌/ວີດິໂອ)


ທ່ານ Uhuru Kenyatta ແລະພັນລະຍາ ປ່ອນບັດ ໃນການເລືອກຕັ້ງ.
ທ່ານ Uhuru Kenyatta ແລະພັນລະຍາ ປ່ອນບັດ ໃນການເລືອກຕັ້ງ.
ຜົນການນັບ​ຄະ​ແນນ​ສຽງໃນການເລືອກຕັ້ງເຄນຢາ​ທີ່ບໍ່​ທັນ​ເປັນ
​ທາງ​ການສະ​ແດງ​ໃຫ້​ເຫັນ​ວ່າຮອງ​ນາຍົກລັດຖະມົນຕີ Uhuru
Kenyatta ​ໄດ້​ຮັບໄຊຊະນະ​ດ້ວຍ​ຄະ​ແນນສຽງ​ຫວຸດ​ຫວິດ​ ໃນ​
ການ​ເລືອກຕັ້ງ​ປະທາ​ນາ​ທິບໍດີ ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ.

ຜົນ​ການ​ເລືອກ​ຕັ້ງ​ຂັ້ນຕົ້ນແຈ້ງ​ໃຫ້​ຊາບວ່າ ທ່ານ Kenyetta ​ໄດ້
ຮັບໄຊຊະນະດ້ວຍ​ຄະ​ແນນ 50.03 ​ເປີ​ເຊັນ ຂອງຄະ​ແນນ​ສຽງ
ທັງ​ໝົດ.

​ການໄດ້​ຮັບຄະ​ແນນ​ສຽງຫລາຍ​ກວ່າ​ 50 ​ເປີ​ເຊັ​ນ ​ແມ່ນ​ມີ​ຄວາມ
​ສຳຄັນ ຫຼາຍ ​ເພື່ອ​ຫລີກ​ລ່ຽງ ບໍ່​ໃຫ້​ມີ​ການ​ເລືອກຕັ້ງຮອບ​ຕັດສິນ​
ຊີ້ຂາດ. ​ເປັນ​ທີ່​ປະກົດ​ວ່າ ທ່ານ Kenyetta ໄດ້​ບັນລຸ​ເປົ້າໝາຍ​ດັ່ງກ່າວດ້ວຍ​ຄະ​ແນນ​ສຽງ​ຢ່າງ​ຫວຸດ​ຫວິດ​ ພຽງ​ແຕ່ 4,100 ສຽງ ຂອງການ​ປ່ອນ​ບັດ​ທັງ​ໝົດ ຈຳນວນ 12
ລ້ານ 3 ​ແສນ​ຄົນ.



ທີ່​ປຶກສາ​ຄົນ​ນຶ່ງຂອງນາຍົກລັດຖະມົນຕີ Raila Odinga ທີ່​ຕິດ​ອັນ​ດັບ​ສອງໂດຍໄດ້​ຮັບ​ຄະ​ແນນ​ສຽງທັງ​ໝົດ 43 ເປີ​ເຊັນ ກ່າວ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ​ທ່ານ Odinga ບໍ່​ມີແຜນ​ທີ່​ຈະຍອມຮັບ​ເອົາຜົນ​ການ​ເລືອກ​ຕັ້ງດັ່ງກ່າວ.

​ໃນ​ວັນ​ພະຫັດຜ່ານ​ມາ ຜູ້ສະໝັກ​ເປັນ​ຮອງ​ປະທານາທິບໍດີ​ຮ່ວມ​ກັບທ່ານ Odinga ຄື​ທ່ານ Kalonzo Musyoka ກ່າວ​ວ່າ ຜົນ​ເລືອກ​ຕັ້ງ ຈຳ ນວນນຶ່ງ​ແມ່ນ​ໄດ້ “ຖື​ກດັດ​ແປງ​.” ປະທານ​ຄະນະ​ກໍາມະການ​ເລືອກ​ຕັ້ງ ທ່ານ Hassan ​ໄດ້​ປະຕິ​ເສດ​ຕໍ່ການ​ກ່າວ​ຫາທີ່​ວ່າ​ນີ້.

ຄະນະ​ກໍາມະການ​ເລືອກ​ຕັ້ງ​ຍັງບໍ່​ທັນ​ໄດ້ປະກາດຜົນການ​ນັບ​ຄະ​ແນນ​ສຽງ​ຂັ້ນສຸດ​ທ້າຍ​ເທື່ອ ​ແລະ​ກ່າວ​ວ່າ ຕົນ​ຈະ​ປະກາດການນັບ​ຄະ​ແນນ ​ສຽງ​ຢ່າງ​ເປັນ​ທາງ​ການ​ ໃນ​ວັນ​ເສົາ​ມື້​ນີ້. ​

XS
SM
MD
LG