ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງ ໂຮມຊຸມນຸມ ຕໍ່ຕ້ານ ທ່ານທຣໍາ ທີ່ຖືກເລືອກ ເປັນປະທານາທິບໍດີ


ຜູ້ປະທ້ວງຄົນນຶ່ງຖືໄມ້ຄ້ອນຕີໝາກບານ ຍ່າງຂ້າມຂົວ ລະຫວ່າງ ການປະທ້ວງຕໍ່ຕ້ານການເລືອກຕັ້ງ ພັກຣີພັບບລິກັນ ທີ່ເລືອກເອົາ ທ່ານ Donald Trump ເປັນປະທານາທິບໍດີສະຫະລັດ.
ຜູ້ປະທ້ວງຄົນນຶ່ງຖືໄມ້ຄ້ອນຕີໝາກບານ ຍ່າງຂ້າມຂົວ ລະຫວ່າງ ການປະທ້ວງຕໍ່ຕ້ານການເລືອກຕັ້ງ ພັກຣີພັບບລິກັນ ທີ່ເລືອກເອົາ ທ່ານ Donald Trump ເປັນປະທານາທິບໍດີສະຫະລັດ.

ຫລາຍ​ສິບ​ພັນ​ຄົນ ນັບ​ແຕ່ລັດ New York ​ໄປ​ຫາ​ລັດ California ພາກັນລົງ​ສູ່ຖະໜົນ ຫົນທາງ ຕາມ​ເມືອງ​ໃຫຍ່ໆ​ໃນ​ສະຫະລັດ ​ເປັນ​ມື້​ທີ​ສາມ​ ໃນ​ວັນ​ພະຫັດ​ວານ​ນີ້ ​ເພື່ອ​ປ​ະ ທ້ວງ​ ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຂອງ​ເຂົາ​ເຈົ້າ ຕໍ່ການ​ເລືອກເອົາທ່ານ Donald Trump ​ເປັນ​ປະທານາທິບໍດີ​ ຄົນທີ 45 ຂອງ​ສະຫະລັດ.

ການປະ​ທ້ວງໄດ້​ເກີດ​ຂຶ້ນ​ ​ນັບ​ແຕ່​ຢູ່​ນະຄອນ Portland ລັດ Oregon ​ໄປ​ຫາ​ ນະຄອນ Chicago ​ນະຄອນ​ New York ​ແລະຫົວ​ເມືອງ​ອື່ນໆ​ອີກ ທີ່​ຕັ້ງຢູ່​ລະຫວ່າງ​ກາງ ​ຊຶ່ງ​ໃນ​ແຕ່​ລະ​ບ່ອນ​ໄດ້​ດືງດູດ​ເອົາ​ຫລາຍ​ຮ້ອຍ​ຄົນ ໜ້ອຍ​ກວ່າ​ພັນ​ຄົນ ທີ່ພາກັນ​ເຕົ້າ​ໂຮມ​ປະ​ທ້ວງຢູ່​ບ່ອນ​ຕ່າງໆ ທີ່ໄດ້​ເກີດ​ຂຶ້ນ ຫລັງ​ຈາກໄດ້​ເປັນ​ທີ່​ແຈ້ງຂາວ​ວ່າ ທ່ານ Trump ​ໄດ້ຊະນະ​ກາ​ນ​ເລືອກ​ຕັ້ງ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ ນີ້.

ຜູູ້ຊາຍຄົນນຶ່ງປັດກວດແກ້ວແຕກ ຫລັງຈາກການປະທ້ວງ ເລືອກຕັ້ງເອົາທ່ານ Donald Trump ສັງກັດພັກຣີພັບບລິກັນ ເປັນປະທານາທິບໍດີ ສະຫະລັດ.
ຜູູ້ຊາຍຄົນນຶ່ງປັດກວດແກ້ວແຕກ ຫລັງຈາກການປະທ້ວງ ເລືອກຕັ້ງເອົາທ່ານ Donald Trump ສັງກັດພັກຣີພັບບລິກັນ ເປັນປະທານາທິບໍດີ ສະຫະລັດ.

ຜູ້​ຊາຍ​ຄົນ​ນຶ່ງ​ເບິ່ງ​ແກ້ວ​ແຕກ ຫລັງຈາກໄດ້​ເກີດຄວາມວຸ້ນວາຍຢູ່​ໃນ​ບໍລິ​ເວນ​ດັ່ງ ກ່າວ​ ເພື່ອ​ປະ​ທ້ວງ​ຕໍ່ຕ້ານ​ການ​ເລືອກເອົາ​ຜູ້ສະໝັກຂອງ​ພັກຣີພັບ​ບລິກັນ ​ທ່ານ Donald Trump ​ເປັນ​ປະທານາທິບໍດີຂອງ​ສະຫະລັດຢູ່​ໃນ​ນະຄອນ Portland ລັດ Oregon ​ໃນ​ວັນ​ທີ 10 ​ເດືອ​ນພະຈິກ.

ຜູ້ຊາຍຄົນນຶ່ງເບິ່ງບ່ອນແກ້ວແຕກ ຫລັງຈາກການປະທ້ວງຜ່ານພົ້ນໄປ.
ຜູ້ຊາຍຄົນນຶ່ງເບິ່ງບ່ອນແກ້ວແຕກ ຫລັງຈາກການປະທ້ວງຜ່ານພົ້ນໄປ.

​ໃນ​ຕອນ​ຄໍ່າ​ຂອງ​ວັນ​ພະຫັດ ທ່ານ Trump ​ໄດ້​ໃຊ້ Twitter ຕໍ່​ພວກ​ປະ​ທ້ວງ. ທ່ານ Trump ກ່າວ​ຢູ່ຜ່ານ​ທາງ Twitter ວ່າ “ຫາ​ກໍ​ມີ​ການ​ເລືອກ​ຕັ້ງປະທານາ ທິບໍດີ​ທີ່​ເປີດ​ກວ້າງ​ ​ແລະ​ສຳ​ເລັດຜົນ. ບັດ​ນີ້​ພວກ​ປະ​ທ້ວງ​ອາຊີບ ທີ່ຍຸແຍ່​ໂດຍ​ສື່​ມວນ​ຊົນ ພາກັນ​ປະ​ທ້ວງ. ​ເປັນ​ເລື້ອງ​ທີ່​ບໍ່​ທ່ຽວທຳ​ທີ່​ສຸດ.”

ໃນ​ຕອນ​ຄໍ່າຂອງ​ວັນ​ພະຫັດວານ​ນີ້ ​ທີ່​ນະຄອນ Portland ຫລາຍ​ພັນ​ຄົນໄດ້​ພາ ກັນ​ເດີນ​ຂະ​ບວນ​ຢູ່​ທົ່ວ​ເມືອງ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຕຳຫລວດ ​ໃນ​ຂະນະ​ທີ່ການ​ປະ​ກາຍ​ເປັນ​ຄວາມ​ຮຸນ​ແຮງ ​ໂດຍ​ທີ່​ຜູ້​ຄົນພາກັນ​ທັບ ​ປ່ອງຢ້ຽມ​ຮ້ານ​ຄ້າຕ່າງໆແຕກ ​ແລະ​ຈູດ​ໝາກກະ​ໂພ​ກ. ຕຳຫລວດ​ໄດ້​ປະກາດວ່າ ​ການ​ປະ​ທ້ວງເປັນ​ການກໍ່​ຈະ ລາ​ຈົນ ​ແລະ​ກ່າວ​ວ່າ ​ໄດ້​ມີ​ຄົນ​ຖື​ໄມ້ຄ້ອນ​ຕີ​ໝາກບານຢູ່​ໃນ​ຝູງຊົນ ​ແລະ​ໄດ້ບອກຜູ້​ຄົນຜ່ານ​ທາງໂທລະ​ໂຄ່ງ ​ໃຫ້ເລີກ​ລາ​ກັນໄປ.

ພວກປະທ້ວງກີດຂວາງຖະໜົນຮາຍເວ Hollywood ເລກທີ 101 ໃນຄອນ Los Angeles ລັດ California,.
ພວກປະທ້ວງກີດຂວາງຖະໜົນຮາຍເວ Hollywood ເລກທີ 101 ໃນຄອນ Los Angeles ລັດ California,.

ເຈົ້າ​ໜ້າ​ທີ່ພະ​ແນ​ກຂົນ​ສົ່ງຂອງ​ລັດ Oregon ​ໄດ້​ປິດ​ພາກສ່ວນ​ທາງ​ຫຼວງ​ຮາ​ຍ​ເວເລກ​ 5 ​ແລະຮາຍ​ເວ​ເລກ 84 ຢູ່​ໃນ​ເຂດ​ອ້ອມ​ແອ້ມເພື່ອ​ຄວາມ​ລະມັດລະວັງ.

ຢູ່​ທີ່​ນະຄອນ Denver ພວກ​ປະທ້ວງພາກັນ​ປິດ​ທາງ​ຮາ​ຍ​ເວ​ເລກ 25 ​ທີ່ຢູ່ໃກ້​ກັບ​ໂຕ​ເມືອງ Denver ​ເປັນ​ເວລາ​ລະຍະ​ສັ້ນໆ​ໃນ​ຄອນ​ຄໍ່າ​ຂອງວັນ​ພະຫັດ​ວານ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Protests
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG