ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວທິເບດພັດຖິ່ນ ພາກັນໂຮມ ຊຸມນຸມປະທ້ວງ ທົ່ວເອເຊຍ ແລະຢູໂຣບ


ເຈົ້າອະທິການວັດ Kirti, ພະອາຈານ Kyabje Kirti Rinpoche
(ທີ່ສີ່ຈາກຂວາ) ນໍາພາການເດີນປະທ້ວງ ທີ່ກຸງບັຣສເຊິລສ໌
ເຈົ້າອະທິການວັດ Kirti, ພະອາຈານ Kyabje Kirti Rinpoche (ທີ່ສີ່ຈາກຂວາ) ນໍາພາການເດີນປະທ້ວງ ທີ່ກຸງບັຣສເຊິລສ໌
ຊາວ​ທິ​ເບ​ດພັດ​ຖິ່ນ​ ພາກັນໂຮມ​ຊຸມນຸມ​ປະ​ທ້ວງ ​ໃນ​ທົ່ວ​ເອ​ເຊຍ
​ແລະ​ຢູ​ໂຣບ ​ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ປັກ​ຂີດໝາຍຄົບຮອບ
54 ປີຂອງ​ການລຸກ​ຮື​ຂື້ນທີ່​ບໍ່​ສໍາ​ເລັດ​ຜົນ ​ຕ້ານ​ການ​ປົກ​ຄອງ​
ຂອງ​ຈີນ.

ຢູ່ເມືອງ ທໍາ​ມະ​ສາລາ (Dharamsala) ປະ​ເທດ​ອິນ​ເດຍ ​ທີ່​ຕັ້ງ
ຂອງລັດຖະບານ​ທິ​ເບ​ດພັດ​ຖິ່ນ ໃນ​ວັນ​ອາທິດ​ວານ​ນີ້ ເຈົ້າ​ໜ້າ​ທີ່
​ຕໍາຫລວດ​ໄດ້​ຂັດຂວາງຜູ້​ຊາຍ​ຄົນ​ນຶ່ງ​ ບໍ່​ໃຫ້​ເຜົາ​ໂຕ​ຕາຍ ​ໃ​ນຂະ
ນະ​ທີ່​ຊາ​ວທິ​ເບ​ດ ຫລາຍ​ຮ້ອຍ​ຄົນ ​ໄປ​ເຕົ້າ​ໂຮມ​ກັນ​ເພື່ອ​ລະນຶກ​
ເຖິງການ​ລຸກ​ຮື​ຂຶ້ນ​ ທີ່​ບໍ່ສໍາເລັດ​ຜົນ​ ​ໃນ​ປີ 1959 ນັ້ນ.

​ການ​ປະ​ທ້ວງ​ຕ້ານ​ການ​ປົກຄອງ​ຂອງຈີນ ຢູ່​ໃນທິ​ເບ​ດ ​ໄດ້​ມີ​ຂຶ້ນ
ເຊ່ນ​ກັນ ຢູ່ນິວ​ເເດນລີ ​ແລະ​ໃຕ້​ຫວັນ.

​ແຕ່​ວ່າ ​ທີ່​ເນ​ປານນັ້ນ ມີ​ເຈົ້າ​ໜ້າ​ທີ່​ຕໍາ​ຫລວດຍາມ​ຢ່າງ​ໜາ​
ແໜ້ນ ຢູ່ໃນ​ນະຄອນຫລວງຄັດ​ມັນ​ດູ ​ເພື່ອປ້ອງ​ກັນການ​
ເດີນ​ຂະ​ບວນປະ​ທ້ວງ​. ມີຊາວ​ທິ​ເບ​ດ ປະມານ 20.000
ອາ​ໄສຢູ່​ໃນເນ​ປານ ​ທີ່​ຕົກ​ຢູ່​ໃຕ້​ການ​ກົດ​ດັນ​ຢ່າງ​ໜັກ ຈາກ​ປັກ​ກິ່ງ ຍ້ອນ​ພວກຊາວ​ທິ​
ເບດພັດ​ຖິ່ນ​ເຫລົ່າ​ນັ້ນ.

ຊາວທິ​ເບ​ດຫລາຍ​ພັນ​ຄົນ​ ຈາກ​ທົ່ວ​ຢູ​ໂຣບ ພາກັນ​ເດີນ​ຂະ​ບວນໃນ​ນະຄອນຫລວງ
ບຣັສເ​ຊີລສ໌ ​ເພື່ອກົດດັນ​ໃຫ້ສະຫະພາບຢູ​ໂຣບ ​ເຂົ້າ​ພົວພັນ​ກັບ​ຈີນ ​ເພື່ອ​ໃຫ້ຈີນ​ຍຸດຕິ​
ການ​ກົດ​ຂີ່ປາບ​ປາມ​ຊາວ​ທິ​ເບ​ດ ​ແລະ​ນໍາເອົາສັນຕິ​ພາ​ບ ມາສູ່​ບ້ານ​ເກີດ​ເມືອງ​ນອນ​
ຂອງ​ເຂົາ​ເຈົ້າ ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ນັ້ນ.
XS
SM
MD
LG