ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ຮົງກົງ ປະທ້ວງ ຂະນະທີ່ ສະພາອະພິປາຍ ການປະຕິຮູບ ການເລືອກຕັ້ງ


ບັນດາຜູ້ປະທ້ວງ ເພື່ອປະຊາທິປະໄຕ ຖືກັ້ງຮົ່ມສີເຫຼືອງ ກຳລັງພາກັນໄປໂຮມຊຸມນຸມ ຢູ່ນອກສະພານິຕິບັນຍັດໃນ Hong Kong, ເມື່ອວັນພຸດ ທີ 17 ມີຖຸນາ 2015.
ບັນດາຜູ້ປະທ້ວງ ເພື່ອປະຊາທິປະໄຕ ຖືກັ້ງຮົ່ມສີເຫຼືອງ ກຳລັງພາກັນໄປໂຮມຊຸມນຸມ ຢູ່ນອກສະພານິຕິບັນຍັດໃນ Hong Kong, ເມື່ອວັນພຸດ ທີ 17 ມີຖຸນາ 2015.

ບັນດາ​ສະມາຊິກສະພາ​ນິ​ຕິ​ບັນຍັດຮົງ​ກົງ ​ແມ່ນ​ກຽມພ້ອມ​ ທີ່​ຈະ​
ເລີ້ມ​ການ​ອະພິປາຍຮ່າງ​ກົດໝາຍ ວ່າ​ດ້ວຍການປະຕິ​ຮູບການ
​ເລືອກ​ຕັ້ງ ທີ່​ຖົກ​ຖຽງ​ກັນ​ມາ ເຊິ່ງໄດ້​ຮັບ​ການ​ໜູນ​ຫຼັງໂດຍ​ປັກ​ກິ່ງ
​ແຕ່ໄດ້​ຖືກ​ປະຕິ​ເສດ ​ໂດຍ​ບັນດາ​ກຸ່ມ​ທີ່​ນິຍົມ​ປະຊາ​ທິປະໄຕ ​
ໃນ​ຮົງກົງ.

ພວກ​ປະ​ທ້ວງຫຼາຍຮ້ອຍ​ຄົນ ຈາກ​ທັງ​ສອງ​ຝ່າຍ ​ໄດ້​ໄປ​ເຕົ້າ​ໂຮມ
​ກັນ​ຢູ່​ນອກ​ສະພາ​ນິ​ຕິ​ບັນຍັດ ​ໃນ​ວັນ​ພຸດ​ມື້​ນີ້ ໂດຍທີ່ພວກສະໜັບ
ສະ​ໜູນ​ລັດຖະບານ ​ພາກັນໂບກ​ທຸງຊາດ​ຈີນ ​ແລະ ບັນ​ດາ​ນັກ​
ເຄື່ອນ​ໄຫວ​ຝ່າຍ​ຄ້ານ ປະນາມ​ແຜນການ​ດັ່ງກ່າວ ທີ່​ພວກ​ເຂົາ​ເຈົ້າ
ກ່າວ​ວ່າ ອາດ​ນຳ​ໄປ​ສູ່ “ປະຊາທິປະ​ໄຕ ​ແບບຈອມປອມ​.”

ທ່ານ Yu Poon-kin ຜູ້​ສະໜັບສະໜູນ​ປັກ​ກິ່ງ ​ອາຍຸ 65 ປີ ​ເວົ້າວ່າ “ບໍ່​ມີ​ສິ່ງ​ໃດ​ແບບ​ນັ້ນ
ທີ່ເປັນຂອງແທ້ ຫຼືຂອງປອມ ສຳ​ຫລັບ ສິດ​ໃນ​ການ​ອອກ​ສຽງໂດຍ​ທົ່ວ​ໄປ. ພວກ​ເຮົາ
ສະໜັບສະໜູນ ການ​ຕັດສິນ​ໃຈ ຂອງ​ຄະນະ​ກຳມະການ ປະຈຳສະພາ​ປະຊາຊົນ
ແຫ່ງ​ຊາດ.”

ສ່ວນ​ທ່ານ Brandy Yau ນັກ​ປະ​ທ້ວງ​ນິຍົມ​ປະຊາທິປະ​ໄຕ ຕອບ​ໂຕ້​ວ່າ “ຂ້າພະ​ເຈົ້າຮູ້​
ດີວ່າ ຂໍ້​ສະ​ເໜີ​ລັດຖະບານ​ນີ້ ​ແມ່ນ​ການ​ຕົວະ. ບໍ່​ມີ​ໂອກາດ​ເລີຍ ທີ່​ພວກ​ເຮົາ ຈະ​
ສາມາດ​ປ່ອນ​ບັດ​ເລືອກ​ເອົາ ຜູ້​ທີ່​ພວກ​ເຮົາ​ຢາກ​ໄດ້​ແທ້ຈິງ ​ໃຫ້​ເປັນ​ຫົວໜ້າ​ບໍລິຫານ
ຮົງ​ກົງ.”

ການ​ຮັກສາຄວາມ​ປອດ​ໄພ ​ແມ່ນ​ໜາ​ແໜ້ນ ກວ່າ​ປົກກະຕິ ​ໃນດິນແດນ ​ທີ່​ຂຶ້ນກັບ​ຈີນ ດັ່ງກ່າວ ຫຼັງຈາກ​ໃນ​ອາທິດ​ນີ້ ​ຕຳຫລວດຢຶດໄດ້ສານ​ເຄມີ​ຈຳນວນ​ນຶ່ງ ​ແລະ ​ໄດ້​ຈັບ​ກຸມ 10 ຄົນ ​ເຊິ່ງ 6 ຄົນ ຖືກ​ກ່າວ​ຟ້ອງ​ໃນ​ຂໍ້​ຫາ ສົມຮູ້​ຮ່ວມ​ຄິດ ​ເພື່ອ​ວາງລະ​ເບີດ.

ບັນດາເຈົ້າໜ້າ​ທີ່ ບໍ່ໄດ້ກ່າວຫຍັງຫລາຍ ຕໍ່ຂໍ້​ກ່າວ​ຫາ ການວາງແຜນ ທີ່ຈະ​ວາງລະ​ເບີດ
​ເຊິ່ງບັນດາ​ນັກ​ເຄື່ອນ​ໄຫວ​ຝ່າ​ຍຄ້ານ ສົງ​ໄສ​ວ່າ ​ແມ່ນ​ການ​ພະຍາຍາມ ​ໃສ່ຮ້າຍ​ປ້າຍ​ສີ
ຂະບວນການ​ເຄື່ອນ​ໄຫວເພື່ອ​ປະຊາ​ທິປະ​ໄຕ ທີ່​ສ່ວນ​ໃຫຍ່​ແລ້ວ ​ເປັນ​ໄປ​ໃນ​ທາງສັນຕິນັ້ນ.

Hong Kong Politics
please wait
Embed

No media source currently available

0:00 0:02:00 0:00


Hong Kong lawmakers are set to begin debating a contentious electoral reform bill that is backed by Beijing but that has been rejected by the territory's pro-democracy groups.

Hundreds of protesters from both sides gathered outside the legislature Wednesday, with government supporters waving Chinese flags and opposition activists decrying the plan they say would lead to "fake democracy."

"There is no such thing as real or fake universal suffrage. We support the National People's Congress Standing Committee's decision," said 65-year-old Beijing supporter Yu Poon-kin.

"I know that this government proposal is a lie," countered pro-democracy protester Brandy Yau. "There is no chance that we will be able to vote for who we really want for our chief executive."

Security is heavier than usual in the Chinese territory after police this week seized a stash of chemicals and arrested 10 people, six of whom have been charged with conspiracy to cause an explosion.

Officials have said little about the alleged bomb plot, which some opposition activists suspect is an attempt to smear a pro-democracy movement that has been overwhelmingly peaceful.

Even before the arrests, there were concerns about a possible return to the political instability that paralyzed parts of the city last year, when tens of thousands took to the streets to oppose the reform plan.

Lawmakers are expected to vote by the end of the week on the proposal, but it is not clear whether it has enough support to secure the required two-thirds majority to pass.

The bill would allow for the first time Hong Kongers to vote for their top leader, but candidates would need to be approved by a committee dominated by Beijing loyalists.

If the bill does not pass, Hong Kong's chief executive will continue to be chosen as it currently is: by a 1,200-member election committee.

XS
SM
MD
LG