ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປະທ້ວງ ຢູ່ຊີຄາໂກ ມີຂຶ້ນຫຼັງຈາກ ໄດ້ເຫັນວີດີໂອ ຕຳຫຼວດ ຍິງສັງຫານ ຊາຍຜິວດຳ

ພວກປະທ້ວງພາກັນເຕົ້າໂຮມ ໃນນະຄອນ Chicago ຫລັງຈາກ ການເຜີຍແຜ່ວີດີໂອ ທີ່ເຫັນຕຳຫລວດຍິງ ທ້າວ Laquan McDonald.
ພວກປະທ້ວງພາກັນເຕົ້າໂຮມ ໃນນະຄອນ Chicago ຫລັງຈາກ ການເຜີຍແຜ່ວີດີໂອ ທີ່ເຫັນຕຳຫລວດຍິງ ທ້າວ Laquan McDonald.

ຫລອດ​ໄຟ​ນ້ອຍໆ​ສີ​ຂາວ​ໄດ້​ໄຕ້​ຂຶ້ນ​ຢູ່​ກະດານດຳ ​ແລະ​ສະກົດ
​ອອກ​ມາເປັນ​ຄຳວ່າ L-A-Q-U-A-N.

ປ້າຍດັ່ງ​ກ່າວ​ ເປັນການ​ໄວ້​ອາ​ໄລ ໃຫ້ແກ່ ທ້າວ Laquan
McDonald ອາຍຸ 17 ປິ ທີ່ຖືກ​ຍິງ​ປີກາຍ​ນີ້​ໂດຍ​ເຈົ້າ​ໜ້າ​ທີ່​ຕຳ
ຫລວດ ​ໃນນະຄອນ Chicago ​ເຖິງ 16 ນັດ​ ພາຍ​ໃນສາມ​ສິບ
​ວິນ​າທີ.

ຫົກ​ຄົນທີ່ພາກັນ​ຖືໂຕ​ໜັງສື​ນັ້ນ ​ແມ່ນ​ສ່ວນ​ນຶ່ງຂອງ​ຫລາຍ​ຮ້ອຍ​
ຄົນ​ທີ່​ພາ ກັນ​ປະ​ທ້ວງ ​ເມື່ອ​ຄືນແລ້ວນີ້ ​ຢູ່​ໃນນະຄອນ Chicago
ທາງ​ພາ​ກກາງ ຂອງສະຫະລັດ ບ່ອນ​ທີ່​ໃນ​ຕອນເຊົ້າຂອງ​ວັນ​
ດັ່ງກ່າວ ຮູບ​ພາບ​ວີ​ດີ​ໂອ​ຢູ່​ໃນ​ລົດຕຳຫຼວດ​ໄດ້​ມີ​ການ​ນຳ​ອອກເຜີຍ​ແຜ່​.

ພວກປະທ້ວງສະກົດຊື່ ທ້າວ Laquan McDonald ຜູູ້ທີ່ຖືກຕຳຫລວດຍິງຕາຍ.
ພວກປະທ້ວງສະກົດຊື່ ທ້າວ Laquan McDonald ຜູູ້ທີ່ຖືກຕຳຫລວດຍິງຕາຍ.

ນັກ​ຂ່າວ​ຄົນ​ໜຶ່ງ​ ໄດ້ຍື່ນຄຳ​ຮ້ອງ ວ່າ​ດ້ວຍເສລີພາບໃນ​ດ້ານ​ຂ່າວສານ​ຂໍ້​ມູນ ​ເພື່ອ​ໃຫ້​ເປີດ​
ເຜີຍ​ວີ​ດີ​ໂອ​ ແກ່​ສາລາ​ລະນະຊົນ ​ແລະ​ສານ​ໄດ້​ສັ່ງໃຫ້​ນຳ​ວີ​ດີ​ໂອ​ອອກເຜີຍ​ແຜ່​ໃນ​ວັນ
​ອັງຄານ​ວານ​ນີ້.

ວີ​ດີ​ໂອ ​ໄດ້​ສະ​ແດງ​ໃຫ້​ເຫັນວ່າ ທ້າວ McDonald ກຳລັງ​ຢ່າງ​ຢູ່​ກາງ​ຖະໜົນ. ບໍ່​ມີ​ສຽງ. ​
ເຈົ້າ​ໜ້າ​ທີ່ Jason Van Dyke ຍິງປືນ​ໃສ່​ຜູ້​ກ່ຽວ ​ແລະຍັງຍິງຕໍ່ ​ຫລັງ​ຈາກ​ທ້າວ McDonald ລົ້ມລົງ​ສູ່​ພື້ນ​ດິນ​ແລ້ວ.

ພວກເຈົ້າໜ້າທີ່ຕຳຫລວດ ຢືນລ່ຽນແຖວຕັນ ບໍ່ໃຫ້ພວກປະທ້ວງເຂົ້າສູ່ທາງດ່ວນ ຢູ່ນະຄອນ Chicago.

ຫລາຍຮ້ອຍຄົນພາກັນປະທ້ວງ ຫລັງຈາກມີການເຜີຍແຜ່ ວີດີໂອ ສະແດງໃຫ້ເຫັນຕຳຫລວດຍິງຊາຍຄົນໜຶ່ງຕາຍຢູ່ນະຄອນ Chicago.
ຫລາຍຮ້ອຍຄົນພາກັນປະທ້ວງ ຫລັງຈາກມີການເຜີຍແຜ່ ວີດີໂອ ສະແດງໃຫ້ເຫັນຕຳຫລວດຍິງຊາຍຄົນໜຶ່ງຕາຍຢູ່ນະຄອນ Chicago.

ທ່ານ Van Dyke ​ໄດ້​ຖືກ​ກ່າວ​ຫາ ໃນ​ວັນ​ອັງຄານ​ວານ​ນີ້ ໃນຂໍ້​ຫາ​ຕັ້ງ​ໃຈ​ຄາດ​ຕະກຳດ້ວຍ​
ຄວາມ​ຕັ້ງໃຈ​ແລະ​ໂດຍ​ເຈດ​ຕະນາ​ໃນ​ເຫດການ​ເມື່ອ ວັນ​ທີ 20 ຕຸລາ​ ປີ 2014 ທີ່​ຜ່ານ​ມາ.

ການ​ຍິງສັງຫານ​ນີ້ ພາໃຫ້ຫວນ​ຄິດ​ເຖິງ ​ເຫດການ​ອື່ນໆ​ທີ່ພົວພັນ​ທາງ​ດ້ານຜີວພັນ​ ​ກັບ​
ບັນດາເຈົ້າ​ໜ້າ​ທີ່​ຕຳຫລວດຜິວຂາວ ​ແລະ​ບັນດາ​ຜູ້​ຕ້ອງ​ສົງ​ໄສ​ທີ່​ເປັນ​ຄົນ​ຜີວ​ດຳ. ໜຶຶ່ງ​ປີ​ທີ່
​ຜ່ານ​ມາໃນ​ເດືອນ​ນີ້ ປະຊາຊົນ​ຢູ່ເມືອງ Ferguson ລັດ Missouri ກໍ​ໄດ້​ພາກັນ​ກໍ່​ຈະລາ
ຈົນ​ຂຶ້ນຫລັງ​ຈາກຕຳຫລວດ​ຜິວ​ຂາວ ບໍ່​ໄດ້​ຖືກ​ກ່າວ​ຫາ​ ໃນ​ການ​ຍິງ​ສັງຫານ​ຊາຍ​ຜິວ​ດຳ
ອາຍຸ 18 ປີ.

Chicago Protests
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG