ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄະດີສັງຫານ ໄວລຸ້ນ​ຜີວ​ດໍາ ພາໃຫ້ເກີດ ການປະທ້ວງ ຢ່າງໃຫຍ່ ໃນທົ່ວ ສຫລ (ວີດິໂອ/ສະໄລດ໌)


Protests, Rallies Staged Nationwide in Wake of Zimmerman Verdict
please wait

No media source currently available

0:00 0:02:11 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບຂ່າວນີ້

ເຈົ້າໜ້າ​ທີ່​ບັງຄັບ​ກົດໝາຍ​ຂັ້ນ​ສູງ​ສຸດ​ຂອງ​ສະຫະລັດ ​ກໍ​ຄືລັດຖະ
ມົນຕີ​ກະຊວງ​ຍຸຕິ​ທໍາ ທ່ານ Eric Holder ຮຽກຮ້ອງ​ໃຫ້​ມີ​ການ​
ສົນທະນາກັນ ກ່ຽວ​ກັບ​ບັນຫາ​ຕ່າງໆທີ່​ສະ​ລັບ​ສັບ​ຊ້ອນ ​ແລະ​
ເຕັມ​ໄປ​ດ້ວຍ​ອາລົມ​ອັນ​ຮ້ອນ​ແຮງ ທີ່​ຫ້ອມ​ລ້ອມ​ຄະດີຍິງສັງ​ຫານ
​ເດັກ​ໜຸ່ມ​ຜີວ​ດໍາທີ່​ບໍ່​ມີອາວຸດ ​ໃນ​ປີ​ກາຍ​ນັ້ນ.

​ທ່ານ Holder ໄດ້​ກ່າວ​ເຊັ່ນ​ນັ້ນ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ກຸງ​ວໍ​ຊິງ​ຕັນ
2 ​ມື້ ຫຼັງ​ຈາກ​ທີ່​ຄະນະ​ຂຸນ​ສານໃນ​ລັດຟລໍຣິດາ​ ຕັດສິນ​ວ່າ ​ອາສາ​
ສະມັກ​ຍາມຄຸ້ມ​ບ້ານ ທ້າວ George Zimmerman ​ບໍ່​ມີ​ຄວາມ
​ຜິດ ​ໃນ​ຄະດີ​ສັງຫານ ທ້າວ Tayvon Martin ນັ້ນ.

ຫຼາຍ​ພັນ​ຄົນ ​ໄດ້​ອອກ​ມາເດີນ​ຂະ​ບວນໃນ​ຫຼາຍໆ​ຫົວ​ເມືອງ​ໃຫຍ່ທົ່ວ​ສະຫະລັດ ​ເພື່ອທໍາ​ການ
​ປະ​ທ້ວງ ​ຕໍ່​ການຕັດສິນ​ຂອງ​ຄະນະ​ຂຸນສານ​ນັ້ນ.

ທ່ານ Holder ກ່າວ​ວ່າ ​ອາ​ເມຣິກາບໍ່​ຄວນ​ຈະ​ໃຫ້​ເວລາ​ນີ້​ຜ່ານ​ໄປ ​ໂດ​ຍບໍ່​ມີ​ການໂອ້​ລົມ
ສົນທະນາ​ທີ່​ຫຍຸ້ງຍາກ​ແລະຈໍາ​ເປັນ ​ທີ່​ພົວພັນ​ກັບແນວຄິດ​ແບບ​ເດີມໆ ກ່ຽວ​ກັບ​ເອກະລັກ
​ຂອງຜີວ​ພັນແລະ​ພວກ​ຊາວ​ໝຸ່ມນັ້ນ. ທ່ານ Holder ​ເວົ້າ​ວ່າ…“ພວກ ​ເຮົາແມ່ນ​ມີ​ຄວາມ​
ຕັ້ງ​ໃຈ ​ແລະ​ພວກ​ທ່ານກໍ​ເຊັ່ນ​ກັນ ທີ່​ຈະ​ຕໍ່​ສູ້​ຕ້ານ​ການ​ກໍ່ຄວາມຮຸນ​ແຮງ​ ທີ່​ພົວພັນ​ກັບ
ຫຼືວ່າ​ແນ​ໃສ່ ​ພວກ​ຊາວ​ໝຸ່ມນັ້ນ ​ເພື່ອປ້ອງ​ກັນ​ບໍ່​ໃຫ້​ເກີດ​ໂສກ​ນາດຕະ ກໍາ​ອີກໃນ​
ອານາ​ຄົດ ​ແລະແກ້​ໄຂບັນຫາ​ກ່ຽວ​ກັບ​ທ່າ​ທີ​ ຫຼື​ຄວາມ​ເຊື່ອແບບ​ຜິດໆ ​ແລະ​ແນວ​
ຄິດ​ແບບ​ເດີມໆ ອັນ​ເປັນ​ພື້ນຖານ​ຂອງເຫດການ​ທໍານອງ​ນີ້ ທີ່​ເກີດ​ຂຶ້ນ​ເລື້ອຍ​ເກີນ​
ໄປນັ້ນ.”


Racial Protests, Possible Civil Rights Suit in Zimmerman Case
please wait

No media source currently available

0:00 0:02:32 0:00
ລິງໂດຍກົງ

ທ່ານ Holder ຫົວໜ້າກະຊວງ​ຍຸຕິ​ທໍາສະຫະລັດ ​ກ່າວ​ວ່າ ທາງ​ກະຊວງ​ຂອງທ່ານ​ກໍາລັງ​ທົບ​ທວນຄືນ​ເບິ່ງວ່າ ສົມຄວນ​ຈະ​ຕັ້ງ​ຂໍ້​ຫາ​ຟ້ອງ​ຮ້ອງທ້າ​ວ Zimmerman ພາຍ​ໃຕ້​ກົດ ໝາຍ​ຂອງ​ລັດຖະບານ​ກາງ ​ໄດ້​ຫຼືບໍ່ ຊຶ່ງກະຊວງ​ຈະ​ຕ້ອງ​ຫາ​ຫຼັກຖານ​ມາ​ຢືນຢັນ​ວ່າ ທ້າ​ວ Zimmerman ​ຊຶ່ງ​ມີ​ເຊື້ອສາຍສະ​ເປ​ນນັ້ນ​ໄດ້ຖືກ​ຊັກ​ຈູງໃຫ້​ສັງຫານ​ ທ້າວ Tayvon Martin ​ຍ້ອນ​ຄວາມ​ກຽດ​ຊັງ​ຄົນ​ຜິວ​ດໍາຫຼືບໍ່ ​ເຖິງ​ແມ່ນ​ວ່າ ​ເລື້ອງສີ​ຜີວ​ບໍ່​ໄດ້​ຖືກ​ຍົກ​ຂຶ້ນ​ມາ​ກ່າວ​ ​ໃນ​ການ​ດໍາ​ເນີນ​ຄະດີ​ໃນ​ສານ​ລັດຟລໍຣິດາ ​ນັ້ນ​ກໍ​ຕາມ. ທ່ານ Holder ບໍ່​ໄດ້ໃຫ້ ຮ່ອງຮອຍ​ວ່າ ທາງ​ກະຊວງ​ຈະ​ທໍາ​ການ​ຕັດສິນໃຈ ກ່ຽວ​ກັບ​ເລື້ອງ​ນີ້ ​ເມື່ອ​ໃດ.

XS
SM
MD
LG