ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກປະທ້ວງ ຍັງສືບຕໍ່ ກົດດັນ ລັດຖະບານ ເວເນຊູເອລາ


ຜູ້ປະທ້ວງລັດຖະບານຄົນນຶ່ງ ຢືນຢູ່ຕໍ່ໜ໊າບ່ອນຈູດໄຟເຜົາ ຕັນທາງ ໃນນະຄອນຫຼວງ Caracas ປະເທດ Venezuela.
ຜູ້ປະທ້ວງລັດຖະບານຄົນນຶ່ງ ຢືນຢູ່ຕໍ່ໜ໊າບ່ອນຈູດໄຟເຜົາ ຕັນທາງ ໃນນະຄອນຫຼວງ Caracas ປະເທດ Venezuela.

ພວກ​ນັກ​ເຄື່ອ​ນ​ໄຫວ​ຕໍ່ຕ້ານ​ລັດຖະບານ​ ຢູ່​ໃນ​ປະ​ເທດ​ເວ​ເນ​ຊູເອລາ ພາກັນ​ອັດຖະ​ໜົນ
​ໃຫຍ່ ໃນ​ນະຄອນຫລວງແລະ​ອີກ​ຫລາຍໆ​ຫົວ​ເມືອງ​ ໃນວັນ​ຈັນ​ວານ​ນີ້ ​ເພື່ອ​ສືບ​ຕໍ່​ການ
​ປະ​ທ້ວງຢູ່​ຕາມ​ຖະໜົນຫົນທາງທີ່​ດຳ​ເນີນ​ມາ​ເປັນ​ອາທິດ​ທີສີ່​ໃນ ການກົດ​ດັນ​ໃຫ້​ປະທາ
ນາທິບໍດີ​ຝ່າຍ​ຊ້າຍທ່ານ Niocholas Maduro ​ຈັດໃຫ້ ມີ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ
ຄັ້ງ​ໃໝ່.

ທ່ານ Julio Borges ປະທານສະພາ​ແຫ່ງ​ຊາດ ທີ່ຢູ່​ພາຍ​ໃຕ້​ການ​ນຳພາ​ຂອງ ພັກ​ຝ່າຍ
​ຄ້ານ ກ່າວ​ຕໍ່​ພວກປະ​ທ້ວງ ​ທີ່ໄປ​ເຕົ້າ​ໂຮມ​ກັນ​ ຢູ່ Plaza Brion de Chacaito ​ທາງ
ພາກ​ຕາ​ເວັນ​ອອກ​ຂອງ ນະຄອນ Caracas ວ່າ “ພວກ​ເຮົາ​ຂໍ​ກ່າວ​ຢ້ຳອີກ​ວ່າ ພຽງແຕ່​
ຜ່ານການ​ລົງ​ຄະ​ແນນ​ສຽງ​ເທົ່າ​ນັ້ນ ​ພວກ​ເຮົາ​ຈະ​ເຮັດໃຫ້ຊາວເວ​ເນ​ຊູ​ເອລາ​ທັງໝົດຕັດ
ສິນໃຈ​ວ່າ ​ເຂົາ​ເຈົ້າ​ຕ້ອງການ​ອະນາຄົດ​ຢ່າງໃດ​ສຳລັບປະ​ເທດ​ຊາດ.”

ພວກຕໍ່ຕ້ານລັດຖະບານ ຕັນຖະໜົນຫົນທາງໃນນະຄອນ Caracas ປະເທດ Venezuela,
ພວກຕໍ່ຕ້ານລັດຖະບານ ຕັນຖະໜົນຫົນທາງໃນນະຄອນ Caracas ປະເທດ Venezuela,

​ເສົາ​ໄຟຟ້າທີ່ຫັກ​ລົງ ​ໄດ້​ຂວາງ​ທາງຫຼາຍ​ເລນ​ຂອງ​ທາງຫຼວງ​ທີ່​ຄຸ້ມ Santa Fe ​ໃນ​ນະ
ຄອນຫຼວງ Caracas ​ໂດຍມີ​ພວກ​ປະ​ທ້ວງ​ຈຳນວນ​ນຶ່ງພາກັນ​ນັ່ງຫລື​ຢືນ​ຢູ່​ໃກ້ໆ​ນັ້ນ.
ຢູ່​ທີ່​ທາງ​ແຍກ​ຫລາ​ຍ​ແຫ່ງ ພວກ​ນັກ​ເຄື່ອນ​ໄຫວ​ບາງ​ຄົນພາກັນ​ນຸ່ງ​ເຄື່ອງ​ສີ​ເຫລືອງ​ແດງ
​ແລະ​ຟ້າ ທີ່​ເປັນທຸງ​ຊາດເວ​ເນ​ຊູ​ເອລາ ​ໄດ້​ພາກັນເອົາ​ຂີ້​ເຫ​ຍື້​ອ ມາກ​ອງຕັນ​ທາງ​ເພື່ອ
​ຂັດຂວາງ​ການ​ສັນຈອນ​ໄປມາ.

ອີງ​ຕາມ​ອົງ​ການ​ຂ່າວ​ຮອຍ​ເຕີ​ແລ້ວ ຈຳນວນ​ນຶ່ງ​ແມ່ນ​ພາກັນ​ຫລີ້ນ​ໄພ້​ເພື່ອ​ຂ້າ​ເວລາ
ຊຶ່ງໃນ​ບາງຄັ້ງ ​ກໍ​ພາກັນຮ້ອງ​ໂຮອອກ​ມາ​ວ່າ “ລັດຖະບານ​ນີ້​ໄດ້​ພັງ​ທະລາ​ຍ​ແລ້ວ​.”

ປະທານາທິບໍດີເວເນຊູເອລາ ທ່ານ Nicolas Maduro, ຂວາ, ສຳພັດມືກັບ ລັດຖະມົນຕີປ້ອງກັນປະເທດ ເວເນຊູເອລາ ທ່ານ Vladimir Padrino Lopez.
ປະທານາທິບໍດີເວເນຊູເອລາ ທ່ານ Nicolas Maduro, ຂວາ, ສຳພັດມືກັບ ລັດຖະມົນຕີປ້ອງກັນປະເທດ ເວເນຊູເອລາ ທ່ານ Vladimir Padrino Lopez.

ຕຳຫລວດ​ຫລາຍ​ຮ້ອນ​ຄົນ ​ແລະ​ກຳ​ລັງ​ຮັກສາດິນ​ແດນ ​ໄດ້​ຕັ້ງ​ຢູ່​ຫລາຍ​ຈຸດ​ໃນ​ນະຄອນ
​ດັ່ງກ່າວ ​ໂດຍມີ​ເຄື່ອງປາ​ບ​ຈາລະ​ຈົນ​ໃນ​ທ່າ​ຕຽມ​ພ້ອມ. ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້
​ໃຊ້​ແກັສນໍ້າຕາ ​ແລະ​ບາງ​ຄັ້ງ​ໃຊ້​ລູກປືນ​ຢາງ​ໃນ​ການ​ປະ​ທະ​ກັນ​ເທື່ອ​ກ່ອນ​ກັບ​ພວກ​
ປະ​ທ້ວງ.

ຜູ້ນຳຢ່າຍຄ້ານເວເນຊູເອລາ ທ່ານ Henrique Capriles ກ່າວຕໍ່ບັນດາຜູ້ສະໜັບສtໜູນ.
ຜູ້ນຳຢ່າຍຄ້ານເວເນຊູເອລາ ທ່ານ Henrique Capriles ກ່າວຕໍ່ບັນດາຜູ້ສະໜັບສtໜູນ.

ຢ່າງ​ໜ້ອຍ​ມີສອງ​ຄົນ​ໄດ້​ເສຍ​ຊີວິດ ​ຢູ່​ບ່ອນປະ​ທ້ວງໃນ​ແຫ່ງ​ອື່ນ​ໆຂ​ອງປະ​ເທດ​ໃນ​ວັນ
​ຈັນ​ວານ​ນີ້ ທີ່ເຮັດ​ໃຫ້​ຈຳນວນ​ຜູ້​ເສຍ​ຊີວິດ​ທັງ​ໝົດ​ເພີ້ມຂຶ້ນ​ເປັນ​ຢ່າ​ງໜ້ອຍ 23 ຄົນ ນັບ
​ແຕ່​ຕົ້ນ​ເດືອນ​ເມສາ​ເປັນຕົ້ນມາ ພ້ອມ​ກັບ​ອີກຫລາຍ​ຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ນາງ Maria Corina Machodo ຜູ້ນຳ​ຝ່າຍ​ຄ້ານ ​ແລະເປັນອະດີດ​ສະມາຊິກ​ສະພາ
​ແຫ່ງ​ຊາດ ຂໍ​ຮ້ອງ​ໃຫ້​ພວກ​ປະ​ທ້ວງ​ສືບ​ຕໍ່​ການ​ກົດ​ດັນ​ໂດ​ຍກ່າວ​ວ່າ “ຢູ່​ໃນ​ໂລກ​ປະຊາ
ທິປະ​ໄຕທັງ​ໝົດ​ຂອງ​ເຮົາ​ທຸກ​ມື້​ນີ້ ສາຍຕາ​ຂອງ​ເຂົາ​ເຈົ້າ​ຕ້ອງ​ຢູ່​ໃນ​ຄຸກ​ຂອງ​ປະເທ​ດ​ເຮົາ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Venezuela Politics
please wait
Embed

No media source currently available

0:00 0:01:55 0:00

XS
SM
MD
LG