ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກ​ປະ​ທ້ວງ​ໃນອີ​ຈິບ ບຸກເຂົ້າ ທໍາລາຍ ຕຶກຫ້ອງການ ພັກພະລາດອນ​ພາບມຸສລິ​ມ (ວິດິໂອ)


ພວກ​ປະ​ທ້ວງ​ກຸ່ມນຶ່ງ​ ​ ພາກັນ​ທຸບປ່ອງ​ຢ້ຽມ ​ເອົາ​ໄຟ​ຈູດ ​ແລະ​ຂົນ
ໂຕະຕັ່ງ ​ແລະ​ເອກ​ກະສາ​ນອອກ​​ໄປຈາກ​ຕຶກ ພະລາດອນພາບມຸສລິມ
ພວກ​ປະ​ທ້ວງ​ກຸ່ມນຶ່ງ​ ​ ພາກັນ​ທຸບປ່ອງ​ຢ້ຽມ ​ເອົາ​ໄຟ​ຈູດ ​ແລະ​ຂົນ ໂຕະຕັ່ງ ​ແລະ​ເອກ​ກະສາ​ນອອກ​​ໄປຈາກ​ຕຶກ ພະລາດອນພາບມຸສລິມ
ພວກ​ປະ​ທ້ວງ​ໃນອີ​ຈິບ ​ໄດ້ພາກັນ​ບຸກ​ເຂົ້າ​ຄົ້ນ​ແລະ​ທໍາລາຍ
​ເຄື່ອງ​ຂອງ ທີ່​ສໍານັກ ງານໃຫຍ່​ ພັກພະລາດອນ​ພາບມຸສລິ​ມ
ຂອງປະທານ​າທິບໍດີ Mohammed Morsi​.

​ມີ​ຄົນເຫັນ ພວກ​ປະ​ທ້ວງ​ກຸ່ມນຶ່ງ​ ​ ພາກັນ​ທຸບປ່ອງ​ຢ້ຽມ ​ເອົາ
​ໄຟ​ຈູດ ​ແລະ​ຂົນໂຕະ​ຕັ່ງ ​ແລະ​ເອກ​ກະສາ​ນອອກໄປຈາກ
​ຕຶກ ໃນວັນ​ຈັນ​ມື້​ນີ້.

ທາງ​ພັກ​ພະລາດອນພາບ​ມຸສລິ​ມ ​ໄດ້​ສັ່ງໃຫ້ພະນັກງານຍົກ
ຍ້າຍອອກ​ຈາກ ສໍານັກງານດັ່ງ​ກ່າວ​ໄປ​ແລ້ວ ຫລັງ​ຈາກ​ເກີດ​
ຄວາມ​ຮຸນ​ແຮງຄັ້ງ​ກ່ອນ ເວລາ​ພວກ​ປະ​ທ້ວງ​ໂຈມ​ຕີ​ຕຶກ​ດັ່ງ
ກ່າວດ້ວຍ​ກ້ອນ​ຫີນ ​ແລະ​ລະ​ເບີດ​ໄຟ ຊຶ່ງ​ພວກສະມາຊິກ​ພັກ
ແລະ​ພະນັກງານ ທີ່ຢູ່ທາງ​ໃນ​ ​ໄດ້ຕອບ​ໂຕ້​ດ້ວຍ​ການ​ຍິງ​ປືນ.

ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ຢ່າງ​ໜ້ອຍ 5 ຄົນ​ ໄດ້​ເສຍ​ຊີວິດ​
ໃນຄວາມ​ຮຸນ​ແຮງ ທີ່ໄດ້​ເພີ້​ມທະວີ​ຂຶ້ນ​ໃນ​ວັນ​ອາທິດ​ວານ​ນີ້ ຫລັງ​
ຈາກ​ມີ​ການ​ປະ​ທ້ວງຂອງ​ມະຫາຊົນ​ຢູ່​ທົ່ວ ອີ​ຈິ​ບຮຽກຮ້ອງ​ໃຫ້​ທ່ານ
Morsi ລາ​ອອກ.

ພວກ​ປະ​ທ້ວງ​ຫລາຍ​ຮ້ອຍ​ຄົນ​ຍັງພາກັນ​ຢູ່​ຄ້າ​ງຄືນ ​ຢູ່​ຈະຕຸ​ລັດ Tahrir ​ໃນ​ກຸງ​ໄຄ​ໂຣເພື່ອ
ສືບ​ຕໍ່​ຮຽກຮ້ອງໃຫ້​ມີ​ການ​ເອົາ​ບາດກ້າວ ຕ້ານ​ອັນ​ທີ່​ເຂົາ​ເຈົ້າ​ຮ້ອງ​ວ່າ ​ ​ລັດຖະບານ​ທີ່​ພະ
ຍາຍາມ​ຈະ​ກໍາອໍານາດຜູ້​ດຽວ ​ແລະ​ບໍ່​ໄດ້​ພະຍາຍາມ​ຈະປົວແປງເສດຖະກິດ ທີ່​ຝືດ​ເຄືອງ​
ທີ່​ສຸດ​ນັ້ນ. ຫລາຍ​ໆຄົນ​ພາກັນສະ​ແດງ​ຄວາມ​ໂກດ​ແຄ້ນ​ນໍາ​ບັນຫາ​ອາ​ຊະ​ຍາ​ກໍາ​ທີ່​ຮ້າຍ
ແຮງ​ໜັກ​ຂຶ້ນ​ນັບ​ມື້ ​ແລະຄວາມ​ຮຸນ​ແຮງ​ທາງ​ການ​ເມືອງ ​ແລະ​ສາສະໜາ ທີ່​ຍັງ​ດໍາ​ເນີນ​ຢູ່​
ຕໍ່​ມາ​ຢ່າງ​ບໍ່​ລົດ​ລະ​ນັ້ນ.

ການ​ປະ​ທ້ວງ​ໃນ​ວັນ​ອາທິດ ​ແມ່ນເປັນ​ຄັ້ງໃຫຍ່ທີ່​ສຸດນັບ​ຕັ້ງ​ແຕ່ການ​ປະຕິວັດ​ຄັ້ງ ປີ 2011
ທີ່ໄດ້​ໂຄ່ນລົ້ມ​ປະທາ​ນາ​ທິບໍດີ Hosni Mubarak ອອກ​ຈາກອໍານາດ ຊຶ່ງ​ການ​ປະ​ທ້ວງ​ໃນ​
ຄັ້ງ​ນັ້ນ ​ໂດນ​ສ່ວນໃຫຍ່​ແລ້ວ​ ​ແມ່ນ​ເປັນ​ໄປ​ຢ່າງສະຫງົບ ​ແຕ່​ວ່າ ​ການ​ປະ​ທະ​ກັນ​ຢູ່​ໃນ​ກຸງ​
ໄຄ​ໂຣ ​ແລະ​ພາກ​ໃຕ້​ຂອງອີ​ຈິບ ​ໄດ້​ເຮັ​ດ​ໃຫ້​ຢ່າງ​ໜ້ອຍ 6 ຄົນ​ເສຍ​ຊີວິດ ​ແລະ​ອີກ 100
ກວ່າຄົນ​ໄດ້​ຮັບ​ບາດ​ເຈັບ.

Egypt
please wait
Embed

No media source currently available

0:00 0:00:54 0:00
XS
SM
MD
LG