ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ພວກປະທ້ວງຊາວເທີກີ ສືບຕໍ່ ເດີນຂະບວນ ຢູ່ໃນນະຄອນອັງກາຣາ (ສະໄລດ໌/ວີດິໂອ)


ຕໍາຫລວດປາບຈາລະ​ຈົນ​ໃນ Ankara ​ໄດ້​ໃຊ້​ແກ້​ສນໍ້າຕາ ​ແລະ​ທໍ່ ນໍ້າສີດ ໃນ​ຄວາມ​ພະ​ຍາ​ຍາມ ​​ເພື່ອ​ຂັບໄລ່​ພວກ​ປະ​ທ້ວງ ໃຫ້ສະຫລາຍໂຕ, ວັນທີ 16 ມິຖຸນາ 2013.
ຕໍາຫລວດປາບຈາລະ​ຈົນ​ໃນ Ankara ​ໄດ້​ໃຊ້​ແກ້​ສນໍ້າຕາ ​ແລະ​ທໍ່ ນໍ້າສີດ ໃນ​ຄວາມ​ພະ​ຍາ​ຍາມ ​​ເພື່ອ​ຂັບໄລ່​ພວກ​ປະ​ທ້ວງ ໃຫ້ສະຫລາຍໂຕ, ວັນທີ 16 ມິຖຸນາ 2013.
ພວກ​ປະ​ທ້ວງ​ພາກັນ​ສືບ​ຕໍ່​ເດີນ​ຂະ​ບວນ ຢູ່​ໃນ​ນະຄອນຫລວງ​
Ankara ຂອງ ​ເທີ​ກີ ກ່ອນ​ໜ້າການ​ນັດ​ຢຸດ​ງານ​ທົ່ວ​ປະ​ເທດ
​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ສະ​ແດງການ​ຄັດຄ້ານຕໍ່ການ​ໃຊ້​ກໍາລັງ​ຂັບ
ໄລ່​ ພວກ​ປະ​ທ້ວງ​ອອກ​ຈາກສວນສາ​ທາ​ລະນະ​ໃນ​ນະຄອນ​
ອິສ​ແຕນ​ບຸລ.

​ຕໍາຫລວດປາບຈາລະ​ຈົນ​ໃນ Ankara ​ໄດ້​ໃຊ້​ແກ້​ສນໍ້າຕາ ​
ແລະທໍ່​ນໍ້າສີດ ໃນ​ຄວາມ​ພະ​ຍາ​ຍາມ ເພື່ອ​ຂັບໄລ່​ພວກ​ປະ​ທ້ວງ
​ຫລາຍ​ພັນ​ຄົນ ທີ່​ພາກັນ​ເດີນຂະ​ບວນ​ໃນ​ຕອນ​ແລງ​ຂອງ​ວັນ​ອາ
ທິດ​ວານ​ນີ້. ພວກ​ປະ​ທ້ວງ​ບາງ​ຄົນ ພາກັນ​ແນປືນ​ເລ​ເຊີ ​ໄປ​ໃສ່​
ຕໍາຫລວດ ທີ່​ກໍາລັງສີດນໍ້າ​ຢູ່​ນັ້ນ ​ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າ​ຢຸດ.

ພວກສະຫະພັນກໍາມະບານ ​ໄດ້​ວາງ​ແຜນ​ຈະ​ນັດ​ຢຸດ​ງານປະ​
ທ້ວງ​ນຶ່ງ​ມື້ ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອສະໜັບສະໜູນພວກ​ປະ​ທ້ວງ
ແຕ່​ບໍ່​ເປັນ​ທີ່​ແຈ່ມ​ແຈ້ງວ່າ ການ​ນັດ​ຢຸດ​ງງານ​ຈະສົ່ງ​ຜົນ​ກະທົບ
​ໜ້ອຍ​ຫລາຍ​ສໍ່າ​ໃດ ຕໍ່ຊີວິດ​ປະ​ຈໍາ​ວັນ ​ໃນ​ເທິ​ກີ.

​ໃນ​ວັນ​ອາທິດວານ​ນີ້ ນາຍົກລັດຖະມົນຕີເທີ​ກີ ທ່ານ Recep Tayyip Erdogan ​ໄດ້​
|ກ່າວ​ຕໍ່ບັນດາ​ຜູ້​ສະໜັບສະໜູນຫລາຍ​ພັນ​ຄົນ​ວ່າ ​ມັນ​ແມ່ນ “ໜ້າ​ທີ່” ຂອງ​ທ່ານທີ່​ຕ້ອງໄລ່
ນັກ​ເຄື່ອນ​ໄຫ​ວ ອອກ​ໄປ​ຈາກ​ສວນສາທາລະນະ ຢູ່ອິສ​ແຕນ​ບຸລນັ້ນ. ທ່ານ​ກ່າວ​ວ່າ ການ​
ປະ​ທ້ວງ​ຢູ່​ຕາ​ມຖະໜົນເປັນ​ເວລາ​ສອງ​ອາທິດນັ້ນ ​ເປັນ​ການ​ຍຸ​ຍົງຂອງ​ “ພວກ​ກໍ່​ການຮ້າຍ” ​
ແລະທ່ານບໍ່​ໃຫ້​ຄວາມ​ສໍາຄັນ​ແກ່ການ​ກ່າວ​ຫາ​ຈາກຝ່າຍ​ຄ້ານ ທີ່​ວ່າທ່ານ​ປະພຶດ​ໂຕ​ແບບ
ຜູ້​ຜະ​ເດັດ​ການ.

​ໃນ​ຂະນະ​ທີ່ ທ່ານ​ກ່າວ​ຢູ່​ນັ້ນ ຕໍາຫລວດ​ຈະລະຈົນ ຢູ່​ກາງເມື​ອງນະຄອນ​ອິສ​ແຕນ​ບຸນ
ໄດ້​ໃຊ້ແກ້ສນໍ້າຕາ ​ເພື່ອ​ຢຸດ​ຢັ້ງ​ພວກ​ປ​ະທ້ວງ​ຈາກ​ການ​ໂຮມ​ໂຕເຂົ້າກັນ​ອີກ​ຢູ່ ຈະ​ຕຸ​ລັດ
Taksim ​ໃນນະຄອນ​ອິສ​ແຕນ​ບຸນ ຊຶ່ງ​ໄດ້​ເປັນ​ສູນ​ກາງ​ການ​ປະ​ທ້ວງ​ຕ້ານລັດຖະບານ
ທ່ານ Erdogan.



ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ໃຊ້​ແກ້ສນໍ້າຕາ ​ແລະ​ປືນ​ສີດນໍ້າ​ໃຫຍ່​ເພື່ອ​ກວດ​ລ້າງ
ຢູ່​ໃນສວນສາທາລະນະ ​ໃນ​ວັນ​ເສົາ​ຕອນ​ແລງ.

ການ​ປະ​ທ້ວງ​ໄດ້​ເລີ້ມ​ຂື້ນ​ເມື່ອສອງ​ອາທິດ​ຜ່ານມາ ຕໍ່ຕ້ານ​ແຜນການຂອງ​ລັດຖະບານທີ່​
ຈະ​ມ້າງ​ເພສວນສາທາລະນະເພື່ອ​ກໍ່​ສ້າງອາຄານ​ໃສ່ ຊຶ່ງໄດ້ກາຍ​ມາ​ເປັນ​ການ​ປະ​ທ້ວງ​
ຢ່າງວ່ອງ​ໄວ ແລະແຜ່ລາມໄປທົ່ວປະ​ເທດ ຕ້ານທ່ານ Erdogan. ພວກ​ເດີນ​ຂະ​ບວນ
ກ່າວ​ຫາ​ທ່ານ ວ່າໃຊ້ແນວ​ຄິດ​ດັ້ງເດີ​ມອິສລາມ ​ແກ່​ປະ​ເທດ.

ນາ​ຍົກ​ລັດຖະມົນຕີ ​ໄດ້​ກ່າວ​ຕໍ່​ພວກ​ປະ​ທ້ວງ​ ອາທິດ​ແລ້ວ​ນີ້​ວ່າ ທ່ານ​ຈະ​ຢຸດແຜນການ​ພັດ
ທະນາ​ສວນສາທາລະນະ ໄວ້ຊົ່ວ​ຄາວ​ ຈົນ​ກວ່າສານຈະ​ຕັດສິນ​. ທ່ານ​ຍັງ​ກ່າວອີກວ່າ
ທ່ານ​ຈະ​ລົງປະຊາ​ມະຕິ ກ່ຽວກັບ​ບັນຫາ​ດັ່ງ​ກ່າວ ຖ້າ​ຫາກ​ສານ​ຕັດ​ສີນເຫັນ​ດີເຫັນພ້ອມ ນໍາລັດຖະບານ.

Turkey
please wait
Embed

No media source currently available

0:00 0:02:07 0:00
XS
SM
MD
LG