ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກປະທ້ວງ ໃນຮອນດູຣາ​ສ ຮຽກຮ້ອງ​ໃຫ້ ນັບຄະແນນສຽງ ຄືນໃໝ່


ທ່ານນາງ Xiomara Castro (ຂວາ) ຜູ້ສະມັກເລືອກຕັ້ງ ປະທານາທິບໍດີ ພ້ອມດ້ວຍສາມີ ຂີ່ລົດທີ່ ມີຫີບສົບບັນຈຸຜູ້
ເສຍຊີວິດຈາກການປະທ້ວງ
ທ່ານນາງ Xiomara Castro (ຂວາ) ຜູ້ສະມັກເລືອກຕັ້ງ ປະທານາທິບໍດີ ພ້ອມດ້ວຍສາມີ ຂີ່ລົດທີ່ ມີຫີບສົບບັນຈຸຜູ້ ເສຍຊີວິດຈາກການປະທ້ວງ
ບັນດາ​ຜູ້​ສະໜັບສະໜູນ ຂອງ​ຜູ້​ສະມັກ​ເປັນ ປະທານາທິບໍດີ
ທ່ານ​ນາງ Xiomara Castro ຫລາຍ​ພັນ​ຄົນ ຂອງຝ່າຍ​ຄ້ານ
Honduras ພາກັນ​ເດີນ​ຂະ​ບວນຢ່າງສະ​ງົບຢູ່ໃນນະຄອນ
ຫລວງ ​ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ຮຽກຮ້ອງ​ໃຫ້​ນັບ​ບັດ​ລົງ​ຄະ​
ແນນ​ສຽງ​ຄືນ​ໃໝ່ ຈາກການ​ປ່ອນ​ບັດ​ເລືອກ​ຕັ້ງ​ອາທິດ​ແລ້ວ​ນີ້.

ທ່ານ​ນາງ Castro ຜູ້​ສະມັກ​ຂອງ​ພັກ Libre Party ​ໄດ້​ເສຍໄຊ
​ໃນການ​ເລືອກ​ຕັ້ງ​ດ້ວຍຄະ​ແນນ​ 8 ​ເປີ​ເຊັນໃຫ້​ແກ່​ພັກ​ແຫ່ງ​ຊາດ
ທີ່​ປົກຄອງປະ​ເທດ​ຈາຮີດ​ນິຍົມ ຂອງທ່ານ Juan Orlando
Hernandez.

​ໃນ​ການກ່າວ​ຕໍ່​ບັນດາ​ຜູ້​ສະໜັບສະໜູນນັ້ນ ທ່ານ​ນາງ Castro ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຈະ​ດໍາ​ເນີນການ​ຕໍ່ສູ້ໃຫ້ນັບ​ຄະ​ແນນ​ສຽງຄືນ.

ບັນດາ​ຜູ້​ສັງ​ເກດ​ການ ການ​ເລືອກ​ຕັ້ງ ​ນາໆ​ຊາດ ກ່າວ​ວ່າ ການ​ລົງ​ຄະແນນ​ສຽງໄດ້ດໍາ
ເນີນໄປ ​ໂດຍປາດ​ສະ​ຈາກ​ຄວາມ​ບໍ່ຍຸຕິ​ທຳ​ໃດໆ.

XS
SM
MD
LG