ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄອຍະການ ຣັດເຊຍ ຂໍໃຫ້ສານ ຈຳຄຸກທ່ານ Navalny 6 ປີ


ຜູ້ນໍາຝ່າຍຄ້ານ ທ່ານ Alexei Navalny ທີ່ຕໍ່ຕ້ານປະທາ​ນາ​ທິບໍດີ Vladimir Putin ຖືກໄອຍະການ ຂໍຮ້ອງ ໃຫ້ສານຈຳຄຸກ
ຜູ້ນໍາຝ່າຍຄ້ານ ທ່ານ Alexei Navalny ທີ່ຕໍ່ຕ້ານປະທາ​ນາ​ທິບໍດີ Vladimir Putin ຖືກໄອຍະການ ຂໍຮ້ອງ ໃຫ້ສານຈຳຄຸກ
ບັນດາ​ໄອ​ຍະ​ການ​ຂອງ​ລັດຖະບານຣັດ​ເຊຍ ​ໄດ້​ຂໍຮ້ອງ​ໃຫ້​ສານ
ຕັດສິນ​ຜູ້​ນໍາ​ຝ່າຍ​ຄ້ານຄົນ​ນຶ່ງທີ່​ຖືກກ່າວຫາ​ວ່າຍັກ​ຍອກ​ເງິນນັ້ນ
ມີ​ຄວາມ​ຜິດ ​ແລະ​ລົງ​ໂທດໃຫ້ຜູ້ກ່ຽວ ​ໃຫ້ຕິດ​ຄຸກຫົກ​ປີ.

​ໄອ​ຍະ​ການergei Bogda Snov ກ່າວ​ຕໍ່ສານ ຢູ່​ເມືອງ Kirov ​
ໃນ​ວັນ​ສຸກ​ມື້​ນີ້​ວ່າ ທ່ານ Alexei Navalny ຜູ້​ທີ່​ນໍາພາ​ການ​ປະ​
ທ້ວງ ​ຕໍ່ຕ້ານປະທາ​ນາ​ທິບໍດີ Vladimir Putin ນອກ​ນັ້ນ​ແລ້ວ
ຄວນຖືກຈະ​ປັບ​ໃໝອີກ 30,000 ພັນ​ໂດ​ລາ.

ທ່ານ Navalny ​ໄດ້​ຖື​ກກ່າວ​ຫາ ຍັກ​ຍອກໃນ​ມູນ​ຄ່າ 500,000 ພັນ​ໂດ​ລາຈາກ ​ການ​ຄ້າ​ໄມ້ທ່ອນ ຈາກບໍລິສັດລັດ​ວິສາ​ຫະກິດ ​ໃນ​ຂະນະ​ທີ່ທ່ານ​ເປັນ​ທີ່ປຶກສາ​ໃຫ້​ແກ່​ເຈົ້າແຂ​ວງໆ​ນຶ່ງ ​ໃນ​ປີ 2009.

ທ່ານ Navalny ທີ່ເປີ​ດ​ເຜີຍກ່ຽວ​ກັບ​ການສໍ້​ລາດ​ບັງ​ຫລວງ​ຂອງລັດຖະບານຕາມ ທີ່​ໄດ້​ມີ​ການ​ກ່າວ​ຫາ​ກັນນັ້ນ​ເວົ້າວ່າ ການ​ຟ້ອງ​ຮ້ອງ​ນີ້​ແມ່ນ​ເພື່ອ​ເປັນການ​ແກ້​ແຄ້ນ ​ແລະ​ມີ​ຈຸດປະສົງ​ຢາກ​ປິດ​ປາກ​ທ່ານ.
XS
SM
MD
LG