ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ຊ່ອຍນັກບິນ ຂອງສາຍການບິນ Germanwings ຄວນຢຸດພັກ ໃນວັນເກີດເຫດ


ໄອຍະການຂອງເຢຍຣະມັນ ກ່າວໃນວັນສຸກວານນີ້ວ່າ ຜູ້ຊ່ອຍ
ນັກບິນ ທີ່ເຊື່ອວ່າ ໄດ້ນຳເອົາເຮືອບິນອາຍພົ່ນໂດຍສານ ຂອງ
ສາຍການບິນ Germanwings ບິນເຂົ້າຕຳພູ Alps ຂອງຝຣັ່ງ
ໂດຍເຈດຕະນາ ທີ່ເຮັດໃຫ້ທັງໝົດ 150 ຄົນ ຢູ່ເທິງເຮືອບິນລຳ
ດັ່ງກ່າວເສຍຊີວິດໄປນັ້ນແມ່ນຄວນຈະພັກການຍ້ອນບໍ່ສະບາຍ
ໃນມື້ທີ່ເກີດເຫດແຕ່ໄດ້ເຊື່ອງຫລັກຖານກ່ຽວກັບການເຈັບປ່ວຍ
ຂອງລາວບໍ່ໃຫ້ນາຍຈ້າງຮູ້.

ໃບສັ່ງຂອງທ່ານໝໍທີ່ຖືກຈີກແລ້ວ ໄດ້ພົບເຫັນໃນການຊອກຄົ້ນ
ບ້ານເຮືອນຂອງ ທ້​າວ Adreas Lubitz ອາຍຸ 27 ປີ ​ຢູ່ໃນສອງ
ຫົວເມືອງຂອງເຢຍຣະມັນຮວມທັງໃບສັ່ງໃຫ້ຜູ້ກ່ຽວພັກການ ໃນ
ມື້ທີ່ເກີດເຫດ.

ທ້າວ Andreas Lubitz
ທ້າວ Andreas Lubitz

ຖະແຫຼງການຂອງໄອຍະການກ່າວວ່າ ເອກກະສານການແພດ
ທີ່ພົບເຫັນສະແດງໃຫ້ຮູ້ເຖິງການເຈັບປ່ວຍທີ່ຜູ້ກ່ຽວເປັນຢູ່ແລະ
ການປິ່ນປົວທີ່ເໝາະສົມ ໃນດ້ານການແພດ. ຖະແຫລງການບໍ່
ໄດ້ເປີດເຜີຍໃຫ້ຊາບວ່າ ເປັນການເຈັບປ່ວຍ ຊະນິດໃດແທ້. ລາຍງານຂ່າວຂອງສື່ມວນຊົນແນະໃຫ້ເຫັນວ່າ ທ້າວ Lubitz ມີ ຄວາມອິດເມື່ອຍສະເທືອນຈິດໃຈແຕ່ໂຮງໝໍເມືອງ Dusseldorf
ທີ່ຜູ້ກ່ຽວເຂົ້າໄປຮັບການປິ່ນປົວເທື່ອຫລ້າສຸດ ເມື່ອວັນທີ 10 ມີ
ນາຜ່ານມາເພື່ອໃຫ້ວິນິດໄສໂຣກນັ້ນ ປະຕິເສດວ່າ ຜູ້ກ່ຽວບໍ່ໄດ້
ໄປຮັບການປິ່ນປົວຍ້ອນມີຄວາມອິດເມື່ອຍສະເທືອນຈິດໃຈ ຢູ່
ທີ່ນັ້ນ.

ເຈົ້າໜ້າທີ່ເຢຍຣະມັນ ບໍ່ໄດ້ພົບເຫັນໜັງສືລາຕາຍ ຫລືຫລັກຖານທີ່ເປັນຂໍ້ຈູງໃຈທາງການ ເມືອງຫລືສາສະໜາ ໃນການກໍ່ເຫດຮ້າຍຄັ້ງນີ້.

ຢູ່ປະເທດຝຣັ່ງໃນວັນສຸກວານນີ້ ເຈົ້າໜ້າທີ່ສາມາດເກັບກູ້ຊິ້ນສ່ວນຮ່າງກາຍຜູ້ເຄາະຮ້າຍ ລະຫວ່າງ 400 ຫາ 600 ຊິ້ນ ຈາກບ່ອນທີ່ເຮືອບິນຕົກ. ບໍ່ມີການພົບເຫັນສົບໃດໆທີ່ຍັງມີ
ທຸກຢ່າງຢູ່ຄົບຖ້ວນແມ່ນແຕ່ສົບດຽວ.

France Plane Crash
please wait
Embed

No media source currently available

0:00 0:01:38 0:00

ໄອຍະການຝຣັ່ງ ທ່ານ Brice Robin ກ່າວຕໍ່ກອງປະຊຸມຖະແຫຼງຂ່າວທາງໂທລະພາບ​ໃນ ວັນພະຫັດຜ່ານມານີ້ວ່າ ທ້າວ Lubitz ປາກົດ​ວ່າ​ ເປັນຜູ້ວາງ​ແຜນ​ເຮັດ​ໃຫ້​ເຮືອບິນ​ຕົກຫຼັງ​ຈາກ​ໄດ້​ອັດ​ປະຕູ​ຕັນ ​ບໍ່​ໃຫ້ນັກ​ບິນ​ກັບຄືນເຂົ້າ​ໄປ​ໃນຫ້ອງ​ຂັບ​.

​Lufthansa ຊຶ່ງເປັນບໍລິສັດແມ່ ຂອງສາຍການບິນລາຄາຖືກ Germanwings ປະກາດ ໃນວັນສຸກວານນີ້ວ່າ ຕົນຈະຈັດຕັ້ງປະຕິບັດກົດລະບຽບໃໝ່ ຄືຕ້ອງມີພະນັກງານສອງຄົນ
ຢູ່ໃນຫ້ອງນັກບິນຕະຫລອດເວລາ.

ອົງການຄຸ້ມຄອງຄວາມປອດໄພໃນດ້ານການບິນຂອງຢູໂຣບກໍໄດ້ສະເໜີແນະໃນວັນສຸກ ວານນີ້ ໃຫ້ທຸກໆສາຍການບິນຮັບຮອງເອົາມາດຕະຖານດັ່ງກ່າວນີ້.

Deliberate Plane Crash to Have Lasting Effect on Industry
please wait

No media source currently available

0:00 0:03:07 0:00

XS
SM
MD
LG