ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Guo ຜູ້​ຕ້ອງ​ຕິ ພັກຄອມມຸຍນີສ ທີ່ສຳຄັນ ໃຫ້ສຳພາດ ກັບ VOA ພາກພາສາຈີນ


ມະຫາເສດຖີພັນລ້ານ ພ້ອມທັງເປັນຜູ້​ຕ້ອງ​ຕິພັກຄອມມຸຍນີສ ທ່ານ Guo Wengui ກ່າວຕໍ່ VOA ພະແນກພາສາຈີນກາງ, 19 ເມສາ, 2017.
ມະຫາເສດຖີພັນລ້ານ ພ້ອມທັງເປັນຜູ້​ຕ້ອງ​ຕິພັກຄອມມຸຍນີສ ທ່ານ Guo Wengui ກ່າວຕໍ່ VOA ພະແນກພາສາຈີນກາງ, 19 ເມສາ, 2017.

ກະຊວງການຕ່າງປະເທດຈີນ ໄດ້ກ່າວວ່າ ຕຳຫຼວດສາກົນ​ໄດ້​ອອກ “ໝາຍຈັບ”
ໃນວັນພຸດວານນີ້ ທ່ານ Guo Wengui ມະຫາເສດຖີພັນລ້ານພ້ອມທັງເປັນຜູ້​ຕ້ອງ​ຕິພັກຄອມມຸຍນີສແຕ່ວ່າ ບໍ່ໄດ້ໃຫ້ລາຍລະອຽດໃດໆ ກ່ຽວກັບສາເຫດຂອງກະທຳຜິດ
ຄັ້ງນີ້.

“ສິ່ງທີ່ພວກເຮົາເຂົ້າໃຈ ແມ່ນວ່າ ຕຳຫຼວດສາກົນ ໄດ້ອອກໝາຍຈັບ ໃນຖານກະທຳ
ຄວາມຜິດ ຕໍ່ຜູ້ຕ້ອງສົງໄສ Guo Wengui,”
ນັ້ນຄື​ຄຳ ເວົ້າຂອງໂຄສົກຂອງກະຊວງ
ການຕ່າງປະເທດ Lu Kang ທີ່ໄດ້ບອກກັບພວກນັກຂ່າວ.

ຄວາມເຫັນທີ່ວ່ານີ້ ໄດ້ມີຂຶ້ນ ໃນຂະນະທີ່ VOA ຜະແນກພາສາຈີນກາງ ໄດ້ອອກ
ອາກາດສົດ ການສຳພາດທ່ານ Guo ຜູ້ຊຶ່ງໄດ້ກ່າວໄວ້ກ່ອນໜ້ານີ້ວ່າ ທ່ານຈະໃຫ້
ລາຍລະອຽດ ກ່ຽວກັບການສໍ້ລາດບັງຫຼວງ ຂອງບັນດາຜູ້ນຳຈີນ.

ພວກໜ້າທີ່ຈີນ ໄດ້ສະແດງຄວາມເປັນຫ່ວງຕໍ່ VOA ກ່ຽວກັບການສຳພາດ ກ່ອນທີ່
ເລື່ອງຈະເກີດຂຶ້ນ ແຕ່​ໄດ້ປະຕິເສດ ຕໍ່ການສະເໜີຊ້ຳແລ້ວຊ້ຳອີກ​ເພື່ອ​ໃຫ້​ຕອບ​ໂຕ້​ຕໍ່ການກ່າວອ້າງຂອງທ່ານ ໃນຂະນະທີ່ ຫຼື ຫຼັງຈາກການອອກອາກາດ​ໄປແລ້ວ. ​
ໃນ​ໄລຍະ​ຜ່ານ​ມາ ທ່ານ Guoໄດ້ກ່າວ​ຫາ​ກ່ຽວ​ກັບ​ເລື່ອງທຸລະກິດລັບ ທີ່ຄວບຄຸມ
ໂດຍພວກຜູ້ນຳອະ​ວຸ​ໂສຈີນ ຫຼືບໍ່ກໍຄອບຄົວຂອງພວກເຂົາເຈົ້າ. ທ່ານໄດ້ໃຫ້ລາຍ
ລະອຽດເພີ້ມຕື່ມ ໃນການໃຫ້ສຳພາດ​ໃນ​ວັນ​ພຸດວານ​ນີ້ ແຕ່ຍັງບໍ່ທັນໄດ້ຮັບ​ການ
​ຢືນຢັນ​ເທື່ອ.

ທ່ານ Guo ໄດ້ກ່າວ ໃນການໃຫ້ສຳພາດສົດກັບ VOA ເປັນເວລານຶ່ງຊົ່ວໂມງ​ໂດຍ
​ສະ​ເໜີ​ແນະ​ວ່າ ການ​ອອກ​ໝາຍ​ຈັບ​ທ່ານຂອງຕຳຫຼວດສາກົນ ​ແມ່ນ​ມີ​ຈຸດປະສົງ​ທາງ
ການເມືອງແລະ​ແນ​ໃສ່​ເພື່ອກີດກັນບໍ່ໃຫ້ມີ​ການສຳພາດ.

ໃນການຂຽນລົງທາງ Twitter ນັ້ນຈ ທ່ານບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່ກ່າວຫາຫາ​ຂອງຈີນ ​ໂດຍເອີ້ນໝາຍ​ຈັບ​ນັ້ນວ່າ “ເປັນການປະພຶດແບບຂ້າຕົວຕາຍ ຈາກພວກເຈົ້າໜ້າທີ່
ສໍ້ລາດບັງຫຼວງທີ່ຢ້ານກົວວ່າ ຈະຖືກເປີດເຜີຍການກໍ່​ອາ​ຊະ​ຍາ​ກຳ​ຂອງ​ພວກ​ເຂົາ​ເຈົ້າ.”

ທ່ານ Guo ໄດ້ເປີດເຜີຍວ່າ ທ່ານ ຊຶ່ງບໍ່ຄືກັນກັບນັກທຸລະກິດ ທີ່ມາຈາກຈີນຄົນ​ອື່ນໆ ຍັງຮັກສາສາຍພົວພັນທີ່​ດີ ກັບຫ້ອງການຮັກສາຄວາມປອດໄພແຫ່ງຊາດ ຊຶ່ງເປັນອົງການ​ຮັບຜິດຊອບກ່ຽວ​ກັບ​ການ​ຈາລະ​ກຳ ແລະຕິດຕາມສິ້ງຊອມເບິ່ງພວກຊາວຈີນໃນຕ່າງ
ປະເທດ. ທ່ານໄດ້ກ່າວວ່າ ຫ້ອງການຮັກສາຄວາມປອດໄພແຫ່ງຊາດຈະໃຫ້ການສະໜັບ
ສະໜຸນການ​ເຮັດທຸລະກິດຂອງທ່ານ ໃນຂະນະທີ່ໃຫ້ທ່ານເກັບກຳຂໍ້ມູນ ແລະຕິດ​ຕໍ່ຫາ
ພວກ​ຕໍ່ຕ້ານ​ລັດຖະບານຊາວຈີນທີ່ຢູ່ຕ່າງປະເທດ ພ້ອມກັບ ອົງດາໄລລາມະ ຜູ້ນຳທາງ
ດ້ານຈິດໃຈຂອງຊາວ Tibet ທີ່ລີ້ໄພໃນຕ່າງປະ​ເທດ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG