ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ແກ່ຍາວ​ ວິ​ກິດການ​ ຈະເຮັດໃຫ້ ສຫລ ​ອ່ອນ​ແອ​ລົງ​ (ວີດີໂອ)


ລັດ​ຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John kerry ກ່າວຢູ່ທີ່ ກອງ​ປະຊຸມອົງການ​ຮ່ວມມື​ທາງ​ດ້ານເສດຖະກິດ​ໃນ​ເຂດ​ເອເຊຍ-ປາຊິ​ຟິກ ຫລື APEC.
ລັດ​ຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John kerry ກ່າວຢູ່ທີ່ ກອງ​ປະຊຸມອົງການ​ຮ່ວມມື​ທາງ​ດ້ານເສດຖະກິດ​ໃນ​ເຂດ​ເອເຊຍ-ປາຊິ​ຟິກ ຫລື APEC.
ລັດ​ຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ​ເຕືອນ​ໃນ​ວັນ​ເສົາ​ມື້​ນີ້​
ວ່າ ການ​ແກ່ຍາວ​ ວິ​ກິດທາງ​ດ້ານ​ການ​ເມືອງ​ທີ່​ນະຄອນ​ຫລວງວໍ​
ຊິງ​ຕັນ ອາດ​ຈະ​ເຮັດ​ໃຫ້ສະຫະລັດ ມີ​ຄວາມ​ອ່ອນ​ແອ​ລົງ​ ຢູ່ໃນ
ທົ່ວ​ໂລກ.

​ເຖິງ​ຢ່າງ​ໃດ​ກໍ​ດີ ລັດຖະມົນຕີ​ການ​ຕ່າງປະ​ເທດສະຫ​ະລັດ ທ່ານ
John Kerry ກ່າວ​ວ່າ ທ່ານບໍ່​ຄິດ​ວ່າ ສິ່ງ​ດັ່ງກ່າວ​ນີ້ ຈະ​ເກີດ​ຂຶ້ນ.

ທ່ານ Kerry ​ເວົ້າ​ວ່າ ຖ້າ​ຫາກ​ການ​ປິດລັດຖະບານລົງ​ເປັນ​ບາງ
​ສ່ວນ “​ໄດ້​ມີ​ການ​ແກ່ຍາວຫລື​ເກີດ​ຂຶ້ນຊໍ້າ ​ອີກ” ປະຊາຊົນອາດ​
ຈະ​ເລີ້ມ​ຕັ້ງ​ຄໍາ​ຖາມ​ກ່ຽວ​ກັບ​ຄວາມ​ສາມາດຂອງ​ປະ​ເທດຊາດ
ໃນ​ການ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່.

ທ່ານ Kerry ໃນ​ການ​ຖະ​ແຫຼງ​ຢູ່​ທີ່​ກອງ​ປະຊຸມ ອົງການ​ຮ່ວມມື​
ທາງ​ດ້ານເສດຖະ ກິດ​ໃນ​ເຂດເອ​ເຊຍ-ປາຊິ​ຟິກຫລື APEC ທີ່​
ເມືອງ Nusa Dua ​ເທິງ​ເກາະບາ ຫລີ ປະ​ເທດອິນ​ໂດເນ​ເຊຍ
​ກ່າວ​ວ່າ ການ​ປິດ​ລັດຖະບານ​ສະຫະລັດ ​ແມ່ນ​ບົດ ຕອນຊົ່ວ
ຄາວ ທໍ່​ນັ້ນ. ໃນ​ຂະນະດຽວກັນ ສະພາບ​ການ​ບໍ່​ໄປ​ບໍ່​ມາ​ທາງ​ດ້ານການ​ເມືອງຂອງສະຫະ
ລັດ ກ່ຽວ​ກັບ​ການ​ປິດ​ລັດຖະບານລົງ ​ເປັນ​ບາງ​ສ່ວນ ​ໄດ້​ຢ່າງເຂົ້າເປັນ​ມື້​ທີ​ຫ້າ​ ໃນວັນ​ເສົາ​
ມື້​ນີ້.

ເບິ່ງວີດີໂອ ປະຕິກິລິຍາ ທີ່ ປ.ໂອບາມາ ຍົກເລີກ ການເດີນທາງ:

Reaction Mixed on Cancellation of Obama's Asia Trip
please wait

No media source currently available

0:00 0:02:13 0:00
ລິງໂດຍກົງ


ປະ​ທາ​ນາ​ທິບໍດີສະຫະລັດ ທ່ານ Barack Obama ກ່າວຢູ່​ໃນ​ຄຳ​ປາ​ໄສປະ​ຈໍາ​ສັບປະດາ
​ໃນ​ວັນ​ເສົາ​ມື້ນີ້ວ່າ ພັກ​ຣີພັບ​ບລິ​ກັນ ບໍ່​ສົມຄວນເອົາປະຊາທິປະ​ໄຕຫຼື ​ເສດຖະກິດຂອງ​ສະ
ຫະລັດ ​ເປັນ​ຕົວ​ປະກັນ ​ເພື່ອ​ແກ້​ໄຂ​ເລື່ອງ​ກົດໝາຍ ທີ່​ເຂົາ​ເຈົ້າ​ບໍ່​ມັກ.

ປະທານາທິບໍດີ ແມ່ນ​ກ່າວ​ອ້າງ​ອີງເຖິງ​ກົດໝາ​ຍຮັກສາສຸຂະ​ພາບ​ໃໝ່ ທີ່​ຮູ້​ກັນ​ໃນ​ອີກຊື່​ນຶ່ງ
​ວ່າ Obamacare ນັ້ນ.

ທ່ານ Obama ​ແລະ​ ພັກຝ່າຍ​ຄ້ານ ຣີພັບ​ບລິ​ກັນ ຢູ່​ໃນ​ລັດຖະສະພາ ຍັງຕົກລົງກັນ​ບໍ່​ໄດ້
ກ່ຽວ​ກັບ​ການ​ປິດລັດຖະບານທີ່ເຮັດ​ໃຫ້ມີ​ການ​ສັ່ງ​ໃຫ້​ພະນັກງານ​ລັດຖະບານ​ຫລາຍ​ກວ່າ
800.000 ຄົນພັກ​ການ ຄືປະມານ​ນຶ່ງ​ສ່ວນສາມຂອງພະນັກງານລັດຖະບານ​ກາງທັງ​ໝົດ
​ແລະ​ເຮັດ​ໃຫ້ການ​ບໍລິ​ການ​ຂອງ​ລັດຖະບານຫຼາຍໆ​ດ້ານ ຢຸດ​ຊະ​ງັກລົງ.

ວີດີໂອ ຄຳປາໄສ ປະຈຳສັບປະດາ ຂອງ ປ.ໂອບາມາ:

ກ່ຽວຂ້ອງກັນ

XS
SM
MD
LG