ລິ້ງ ສຳຫລັບເຂົ້າຫາ

ກຳປູເຈຍ ກຳລັງປັບປຸງອາຫານ ບຳລຸງຮ່າງກາຍ ປະຊາຊົນ ໃນເຂດຊົນນະບົດ


 ພວກເດັກນ້ອຍ ກຳປູເຈຍ ຫຼິ້ນຢູໃນເປ ໃນບ້ານ Broma ໃນແຂວງກະແຈະ, ວັນທີ 22 ຕຸລາ 2012.

ພວກເດັກນ້ອຍ ກຳປູເຈຍ ຫຼິ້ນຢູໃນເປ ໃນບ້ານ Broma ໃນແຂວງກະແຈະ, ວັນທີ 22 ຕຸລາ 2012.

​ເຖິງ​ແມ່ນ​ກຳປູ​ເຈຍ​ປູກ​ເຂົ້າ​ພຽງພໍ ​ສຳລັບ​ສະໜອງ​ຄວາມ​ຮຽກຮ້ອງຕ້ອງການ​ຂອງ​ປະຊາຊົນ​ຂອງ​ຕົນ​ກໍ​ຕາມ ​ແຕ່​ຫຼາຍລ້ານ​ຄົນ ບໍ່​ໄດ້​ຮັບ​ໂພຊະນາການທີ່​ສຳຄັນ​ແລະຈຳ​ເປັນ ຢ່າງ​ພຽງ
ພໍ​ຢູ່ໃນ​ອາຫານ​ການ​ກິນຂອງ​ເຂົາ​ເຈົ້າ ​ອັນ​ເປັນ​ການ​ຂາດ​ແຄນທີ່​ສົ່ງ​ຜົນຮັບ ​ທີ່​ພາໃຫ້​ຮ່າງ
ກາຍ​ອ່ອນ​ແອ​ລົງ​ ໃນ​ໄລຍະ​ຍາວ​. ​ໃນ​ສັບປະດາ​ແລ້ວນີ້ ​ໄດ້​ມີ​ການຈັດ​ຕັ້ງ​ປະຕິບັດໂຄງການ​ໜຶ່ງ ທີ່ໄດ້​ຮັບ​ເງິນ​ທຶນ​ 3 ລ້ານ​ດອນ​ລາ ຈາກປະ​ເທດກາ​ນາ​ດາ ທີ່​ພະຍາຍາມ​ຈະລຽນ​ແບບ​ ແລະ​ເພີ້​ມທະວີ ຄວາມ​ສຳ​ເລັດ​ຕ່າງໆ ຂອງ​ໂຄງການ​ທົດ​ລອງຢູ່ໃນ​ແຂວງ​ຊົນນະບົດ​ແຫ່ງ​ໜຶ່ງ ຊຶ່ງ​ສິງ​ຈະ​ນຳ​ເອົາ​ລາຍ​ລະອຽດ ມາສະ​ເໜີ​ທ່ານ ​ຈາກລາຍ​ງານ​ຂອງ Robert Michael ຜູ້​ສື່​ຂ່າວ​ວີ​ໂອເອ ທີ່ນະຄອນຫຼວງ​ພະນົມ​ເປັນ.

ການ​ບໍ່​ໄດ້​ຮັບອາຫານ ບຳລຸງຮ່າງ​ກາຍ​ຢ່າງ​ພຽງພໍ ຍັງ​ເປັນ​ບັນຫາ​ຮ້າຍ​ແຮງອັນ​ໜຶ່ງ​ໃນກຳປູ​ເຈຍ ຊຶ່ງ​ໂຕ​ເລກ​ທີ່​ອົງການ​ອາຫານແລະ​ການ​ກະ​ເສດ ​ຂອງ​ສຫະປະຊາ​ຊາດ​ ເປີດ​ເຜີຍ​ໃຫ້​ຮູ້​ໃນ​ປີ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ​ເດັກນ້ອຍກຳປູ​ເຈຍ ​ທີ່​ມີ​ອາຍຸ​ຕ່ຳກວ່າ 5 ຂວບ ໜຶ່ງ​ໃນ​ສາມ​ຄົນ​ໃດ​ ​ແມ່ນປະສົບ​ກັບ​ບັນຫາ​ການຈະເລີ​ນ​ເຕີບ​ໂຕຂອງ​ຮ່າງ ກາຍ​ທີ່​ບໍ່​ສົມບູນ ທີ່​ເກີດ​ຈາກ​ການບໍ່​ໄດ້​ກິນ​ອາຫານ​ທີ່​ດີ​ແລະ​ພຽງພໍ.

​ກຳປູ​ເຈຍ ​ແມ່ນຖື​ວ່າ ເປັນ​ປະ​ເທດທີ່ “ມີ​ຄວາມ​ໝັ້ນຄົງໃນ​ດ້ານ​ອາຫານ” ແຕ່​ສາດສະດາ
ຈານ Tim Green ຊ່ຽວຊານ​ດ້ານ​ອາຫານ​ຈາກ​ມະຫາວິທະຍາ​ໄລ British Columbia
ທີ່​ກາ​ນາ​ດາ ກ່າວ​ວ່າ ຍັງ​ມີ​ຫຼາຍ​ຄົນ​ທີ່​ມີ​ບັນຫາ​ ກັບການ​ກິນ​ອາຫານຂອງ​ເຂົາ​ເຈົ້າ​ຢູ່.

ທ່ານ Tim Green ກ່າວ​ວ່າ “​ສະ​ນັ້ນ ເລື້ອງນີ້ ​ແທ້​ໆ​ແລ້ວ ​ແມ່ນໝາຍ​ຄວາມວ່າ ເຂົາ​
ເຈົ້າ​ມີ​ເຂົ້າຂາ​ວ ​ໃນປະລິມານ​ພຽງພໍ ມີ calori ພຽງພໍສຳລັບ​ລ້ຽງ​ພົນລະ​ເມືອງ​ຂອງ​ເຂົາ​ເຈົ້າ ​ແຕ່​ເຂົາ​ເຈົ້າ​ກໍຂາດ​ອາຫານ​ບຳລຸງ ທີ່​ສຳຄັນ​ແລະ​ຈຳ​ເປັນ​ຫຼາຍ​ຢ່າງ.”

ການ​ຂາດ​ ​ສານ​ອາຫານ ຂາດວິ​ຕາ​ມິນ ​ແລະ​ສານ​ແຮ່ ມີຜົນ​ກະທົບ​ຕໍ່ພັດທະການ​ ​ທາງ​ດ້ານ​ຮ່າງກາຍ​ແລະ​ດ້ານ​ຈິດ​ໃຈ ຂອງ​ເດັກນ້ອຍ ​ແລະ​ສາມາດ​ພາ​ໃຫ້​ເກີດ​ບັນຫາ ​ຕະຫຼອດ​ຊີວິດ​ໄດ້.

ການ​ຂາດ​ແຄນສານ​ເຫຼົ່ານີ້ ​ ເອີ້ນ​ກັນ​ວ່າ​ເປັນ “ຄວາມ​ອຶດຫິວ​ທີ່​ລີ້​ຊ່ອນ​ໂຕຢູ່” ​ແລະ​ເປັນ
ບັນຫາ​ໂດຍ​ສະ​ເພາະ​ສຳລັບ​ພວກ​ເດັກນ້ອຍ ​ແລະ​ພວກ​ແມ່ຍິງ.

ດັ່ງ​ໂຕ​ຢ່າງ ການຂາດ​ແຄນ​ວິ​ຕາ​ມິນ B1 ຊຶ່ງ​ການ​ຄົ້ນຄວ້າ​ຂອງ​ທ່ານ Green ພົບ​ເຫັນວ່າ ​
ມີ​ຢູ່​ທົ່ວໄປ​ໃນ​ກຳປູ​ເຈຍ​ນັ້ນ ສາມາດ​ຍັງ​ຜົນເຮັດ​ໃຫ້ພວກ​ເດັກເກີດ​ໃໝ່ ​ຕາຍ​ໄດ້ໃນ​ເວລາ​ບໍ່​ຮອດ​ໜຶ່ງ​ມື້ ຫຼັງຈາກສະ​ແດງ​ອາການ​ຂອງ​ການ​ຂາດ​ແຄນ​ວິຕາມິນນີ້. ​ແຕ່​ມັນ​ກໍ​ເປັນ​ບັນຫາ
​ທີ່​ແກ້​ໄຂ​ໄດ້​ງ່າຍ​ຫຼາຍ ​ໂດຍ​ການ​ພຽງ​ແຕ່​ເອົາ​ວິຕາມິນ B1 ຕື່ມໃສ່​ນ້ຳປາ​ເທົ່າ​ນັ້ນ ດັ່ງ​ທີ່​ທີ​ມ
ງານຂອງ​ທ່ານ Green ​ໄດ້​ເຮັດ.

​ທ່ານ Green ກ່າວ​ວ່າ ເວລາ​ພວກ​ຊ່ຽວຊານປະ​ເມິ​ນ​ເບິ່ງ​ອາຫານນັ້ນ ດ້ານ​ໜຶ່ງກໍແມ່ນພິ
ຈາລະນາ​ເບິ່ງ​ວ່າ ​ອາຫານ​ທີ່​ຜູ້ຄົນ​ກິນ​ນັ້ນ ມີ​ຄວາມ​ຫຼາກຫຼາຍຕ່າງກັນ​ແນວ​ໃດ. ຕາມ​ທຳ​
ມະ​ດາ​ແລ້ວ ຍິ່ງ​ເຂົາ​ເຈົ້າ​ກິນ​ຊີ້ນ​ ເຂົ້າ ​ແລະຜັກ ຫຼາກຫຼາຍຊະນິດ​ເທົ່າ​ໃດ ອາຫານ​ຂອງ​ເຂົາ​ເຈົ້າ​ກໍ​ແມ່ນ​ ຈະມີ​ໂພຊະ​ນາ​ການຫຼາຍ​ເທົ່າ​ນັ້ນ. ​ແຕ່​ວ່າ ມັນ​ບໍ່​ເປັນ​ແນວ​ນັ້ນ​ຢູ່ໃນປະ​ເທດ​ກຳປູ​ເຈຍ​ທີ່​ທຸກ​ຍາກ​ ​ເຖິງ​ແມ່ນ​ຊາວ​ກຳປູ​ເຈຍ​ຈະກິນ​ອາຫານ​ຫຼາກ​ຫຼາຍຊະນິດ ພໍ​ສົມຄວນ.

ທ່ານ Tim Green ກ່າວ​ວ່າ “​ເພາະວ່າ ສິ່ງທີ່​ພວກ​ເຮົາ​ພົບເຫັນ​ນັ້ນ ກໍ​ແມ່ນ​ວ່າ
ພວກ​ຜູ້​ຄົນ​ພາກັນ​ກິນ​ອາຫານ​ໃນ​ປະລິມານ​ໜ້ອຍຫຼາຍ. ດັ່ງ​ນີ້​ພວກ​ເຂົາ​ເຈົ້າ
​ອາດ​ຈະ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ກິນ​ຊີ້ນ​ໝູ​ທຸກໆ​ມື້ ​ແຕ່​ອາດ​ຈະ​ເປັນ​ປະລິມານ
5 ຫາ 10 ກຣາມ​ເທົ່າ​ນັ້ນ. ດັ່ງ​ນີ້​ ພວກ​ເຮົາ​ຈຶ່ງ​ໄດ້​ເຂົ້າ ​ແລະ​ໄດ້​ທຳ​ການ​ປະ​ເມິ​ນ​
ເບິ່ງ​ການ​ກິນ​ອາຫານຂອງ​ເຂົາ​ເຈົ້າ ຢ່າງ​ກວ້າງຂວາງ​ຮອບດ້ານ​ຂຶ້ນ ​ແລະ​ພວກ​
ເຮົາ​ເຫັນ​ວ່າ ອາຫານທີ່​ເຂົາ​ເຈົ້າ​ກິນ​ນັ້ນ ເຖິງ​ແມ່ນ​ມີ​ແນວ​ຕ່າງໆຫຼາກຫຼາຍຊະນິດ ​
ແຕ່​ປະລິມານ​ການ​ກິນ​ແທ້ໆ​ນັ້ນ​ ແມ່ນ​ຕໍ່າ ຫຼາຍ.”

ທີ​ມຂອງ​ທ່ານ Green ​ໄດ້​ປະ​ເມິ​ນ​ເບິ່ງ​ໂຄງການ​ທົດ​ລອງ​ທີ່​ໄດ້​ຮັບ​ທຶນ​ຈາກ​ກາ​ນາ​ດາ​ ​ໃນ​ແຂວງ Prey Veng ​ທາງ​ພາກ​ໃຕ້​ຂອງ​ກຳປູ​ເຈຍ ​ຊຶ່ງ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ ​900 ຄອບຄົວ​
ທີ່​ທຸກ​ຈົນ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ປັບປຸງ​ການ​ກິນ​ອາຫານ​ຂອງ​ເຂົາ​ເຈົ້າ ​ໂດຍໃຫ້​ກິນ​ອາ
ຫານທີ່​ແຕກ​ຕ່າງ​ກັນ​ນັ້ນ.

​ໂຄງການນີ້ ທີ່​ເອີ້​ນວ່າ Fish on Farms ຫຼື “ປາ​ຢູ່​ໃນຟາ​ມ” ​ໄດ້​ຊ່ວຍ 300 ຄົວ​ເຮືອນ​ ສ້າງ​ສວນ​ຜັກ​ຂຶ້ນ ​ໃນ​ຂະນະ​ດຽວ​ກັນ ກໍຊ່ວຍ ອີກ 300 ຄອບຄົວ ​ເຮັດ​ສະ​ລ້ຽງ​ປາ ພ້ອມ​ກັບ​ສວນ​ຜັກນຳ. ສ່ວນອີກ​ 300 ຄອບຄົວ​ທີ່ຍັງ​ເຫຼືອ​ນັ້ນ ເປັນ​ກຸ່ມ​ທີ່​ຄວບ​ຄຸມ ​ແລະ​ບໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຫຍັງ​ໝົດ.

3 ປີ​ຕໍ່​ມາ ປາກົດ​ວ່າ ພວກ​ຄົວ​ເຮືອນ ທີ່ມີ​ທັງ​ສະລ້ຽງປາ ​ແລະ​ສວນ​ຜັກ ​ໄດ້​ມີ​ຊີວິດ​ທີ່​ດີຂຶ້ນ
ກ​ວ່າ​ພວກ​ຊາວບ້ານ​ທີ່​ມີ​ແຕ່​ສວນ​ຜັກ​ເທົ່າ​ນັ້ນ.​ແຕ່ທັງ​ສອງ​ຈຸ ມີ​ຊີວິດ​ທີ່​ດີ​ຂຶ້ນ​ກວ່າ ​ຈຸທີ່ຖືກ​ຄວບ​ຄຸມ ບໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຫຍັງ​ເລີຍ.

ທ່ານ Tim Green ກ່າວ​ວ່າ “ ພວກ​ເຮົາ​ໄດ້​ເຫັນ​ການ​ເພີ້​ມທະວີ​ຂຶ້ນ​ໃນ​ລາຍ​ຮັບ
ຂອງ​ເຂົາ​ເຈົ້າ ​ແລະ​ເຫັນ​ວ່າ ລາຍ​ຮັບ​ຂອງ​ເຂົາ​ເຈົ້າ​ແມ່ນ​ຄວບ​ຕຸ​ມ​ໂດຍ​ພວກ​ແມ່ຍິງ ​ແລະ​ໂດຍສ່ວນ​ໃຫຍ່​ແລ້ວ ​ແມ່ນ​ຖືກ​ໃຊ້ ສຳລັບ​ໄວ້​ຊື້​ອາຫານ​ແນວ​ອື່ນ ​
ແລະ​ສຳລັບ​ຄ່າ​ສຶກສາ​ຮ່ຳຮຽນ. ພວກ​ເຮົາ​ໄດ້​ເຫັນ​ການ​ດີ​ຂຶ້ນ​ແດ່​ ໃນ​ດ້ານສານ​ອາຫານ​ອື່ນໆນຳ.”

ຄວາມ​ສຳ​ເລັດ​ຕ່າງໆ​ຂອງ​ການ​ທົດ​ລອງ​ນີ້ ​ໄດ້ຖືກ​ຮວມ​ເຂົ້າກັນ​ໃນ​ໂຄງການ​ຂະໜາດ​ໃຫຍ່​ຂຶ້ນ ທີ່​ໄດ້​ເລີ້ມ​ມີ​ການຈັດ​ຕັ້ງ​ປະຕິບັດ​ກັນ​ ​ໃນ​ສັບປະດາ​ຜ່ານ​ມາ​ນີ້ ໂດຍ​ແນ​ເປົ້າ​ໝາຍ​ໃສ່
ຊ່ວຍ​ເຫລືອ​ພວກ​ຄົວ​ເຮືອນ​ທີ່​ທຸກ​ຍາກ 4500 ຄອບຄົວ ​ໃນ 4 ​ແຂວງ.

ວີດີໂອພາສາລາວ: ເຂົ້າຫອມມະລິ ຂອງກຳປູເຈຍ ໄດ້ຮັບລາງວັນ 3 ປີຊ້ອນ ກັບຂອງໄທ:

XS
SM
MD
LG