ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສືບສວນສອບສວນ ສະຫຼຸບວ່າ ຖ້ຽວບິນ MH17 ຖືກຍິງຕົກ ໂດຍລູກສອນໄຟ


Probe Concludes Missile that Downed Jetliner Over Ukraine Came From Russia
please wait

No media source currently available

0:00 0:02:51 0:00

ການສືບສວນສອບສວນ ຮ່ວມກັນຫຼາຍປະເທດ ໄລຍະ 2 ປີ ກ່ຽວກັບການຕົກຂອງຖ້ຽວ ບິນ MH17 ຂອງສາຍການບິນ ມາເລເຊຍ ທີ່ເດີນທາງຈາກນະຄອນຫຼວງ Amsterdam ຫາ ກົວລາລຳເປີ ໃນປີ 2014 ໄດ້ສະຫຼຸບວ່າ ມັນໄດ້ຖືກຍິງຕົກໂດຍລູກສອນໄຟທີ່ຖືກຍິງ ຈາກພື້ນດິນຫາ​ອາກາດ ເຊິ່ງຖືກຂົນສົ່ງຈາກ ຣັດເຊຍ ຫາເຂດແດນທີ່ຖືກຄວບຄຸມໂດຍ ພວກກະບົດໃນ ຢູເຄຣນ. ມົສກູ ໄດ້ໂຕ້ແຍ້ງການຄົ້ນພົບດັ່ງກ່າວ ແລະ ໄດ້ປະຕິເສດການ ມີສ່ວນຮ່ວມທຸກປະການ. ນັກຂ່າວ Henry Ridgwell ມີລາຍງານເຊິ່ງ ພຸດທະສອນ ຈະ ນຳລາຍລະ ອຽດມາສະເໜີທ່ານ.

please wait

No media source currently available

0:00 0:04:09 0:00
ລິງໂດຍກົງ

ບົດສະຫຼຸບຂອງກຸ່ມການສືບສວນສອບສວນຮ່ວມແມ່ນຊັດເຈນ. ຖ້ຽວບິນ MH17 ໄດ້ຖືກ ຍິງຕົກໂດຍລູກສອນໄຟ BUK SA11 ທີ່ຖືກຍິງຂຶ້ນຈາກໜ້າດິນ ເຊິ່ງຖືກຂົນສົ່ງຈາກ ຣັດ ເຊຍ ເຂົ້າໄປ ໃນເຂດແດນຂອງ ຢູເຄຣນ ທີ່ຕອນນັ້ນຖືກຄວບຄຸມໂດຍພວກກະບົດທີ່ໄດ້ ຮັບການໜູນຫຼັງຈາກ ມົສກູ. ແຕ່ຄຳຖາມທີ່ສຳຄັນແມ່ນຍັງຄົງບໍ່ໄດ້ຮັບຄຳຕອບຢູ່ຄືເກົ່າ.

ທ່ານ Fred Westerbeke ຫົວໜ້າໄອຍະການ ໂຮນລັງ ກ່າວວ່າ “ຄວາມຜິດພາດແມ່ນ ອັນໃດ? ມັນມີເຈຕະນາຫຍັງ? ແມ່ນໃຜເປັນຜູ້ຮັບຜິດຊອບ? ແມ່ນໃຜເປັນຜູ້ອອກຄຳ ສັ່ງ? ນັ້ນແມ່ນຄຳຖາມຊຶ່ງມີຕາມມາພາຍຫຼັງ ແລະ ວ່າມີຫຍັງແດ່ທີ່ພວກເຮົາຕ້ອງຄົ້ນ ຫາ.”

ບັນດາຄອບຄົວຂອງຜູ້ເຄາະຮ້າຍໄດ້ລໍຖ້າຄຳຕອບນີ້ມາດົນກວ່າສອງປີແລ້ວ. ນາງ Elsemiek ລູກສາວອາຍຸ 17 ປີຂອງທ່ານ Hans De Borst ແມ່ນໜຶ່ງໃນພວກຜູ້ເຄາະ ຮ້າຍ 298 ຄົນນັ້ນ.

ທ່ານ Hans De Borst ພໍ່ຂອງຜູ້ເຄາະຮ້າຍ ໃນຖ້ຽວບິນ MH17 ກ່າວວ່າ “ຈົນຮອດປະ ຈຸບັນນີ້ ມັນໄດ້ມີການຄາດຄະເນຫຼາຍຢ່າງ, ແຕ່ຂ້າພະເຈົ້າເຫັນສິ່ງນີ້ ເປັນສິ່ງທີ່ຊ່ວຍ ເຮັດໃຫ້ຂ້າພະເຈົ້າຮູ້ ສຶກລ່ວງໃຈແທ້ໆ.”

ຣັດເຊຍ ໄດ້ປະຕິເສດການມີສ່ວນຮ່ວມໃດໆໂດຍຕະຫຼອດມາ ແລະ ໄດ້ອ້າງວ່າ ເຮືອບິນ ໄດ້ຖືກຍິງຕົກຍ້ອນເຮືອບິນຮົບຂອງ ຢູເຄຣນ ຫຼືບໍ່ກໍຖືກຍິງຕົກຈາກເຂດແດນຂອງ ຢູເຄຣນ.

ແຕ່ຫຼັກຖານທີ່ຂັດກັບການກ່າວອ້າງດັ່ງກ່າວແມ່ນໃຫຍ່ຫຼວງ ນັ້ນຄືຄຳ ເວົ້າຂອງນັກວິເຄາະ ວິທະຍາສາດການທະຫານທ່ານ Justin Bronk.

ທ່ານ Justin Bronk ຈາກສະຖາບັນ Royal United Services ໄດ້ກ່າວວ່າ “ຄວາມຄິດ ທີ່ວ່າ ນີ້ແມ່ນເວລາທີ່ ຢູເຄຣນ ໄດ້ເລືອກທີ່ຈະຍິງລູກສອນໄຟຈາກພື້ນດິນສູ່ອາກາດ ແມ່ນບໍ່ໜ້າເຊື່ອຖືໄດ້ຢ່າງຊັດເຈນ. ໃນກໍລະນີທີ່ພວກກະບົດໄດ້ໃຊ້ລູກສອນໄຟປະເພດ ດຽວກັນກັບ ລູກສອນໄຟ ທີ່ໄດ້ຍິງເຮືອບິນທະຫານ ຢູເຄຣນ ຕົກໃນລະດັບການບິນທີ່ ສູງກ່ອນໜ້ານີ້."

ບັນດານັກສືບສວນສອບສວນໄດ້ໃຊ້ເທັກນິກຫຼາຍແນວ ໃນການສັນນະສູດ ເພື່ອລະບຸຊະ ນິດຂອງລູກສອນໄຟ ແລະ ວິຖີການຍິງຂອງມັນ.

ທ່ານ Justin Bronk ກ່າວວ່າ “ແລະແລ້ວ ການທີ່ມັນເປັນລູກສອນໄຟຂະໜາດໃຫຍ່ ແລະ ເມື່ອຍິງມັນອອກໄປ ມັນຈະຖິ້ມຮອຍເຜົາໄໝ້ໄວ້ຢູ່ພື້ນດິນ ບ່ອນທີ່ລົດຍິງລູກສອນ ໄຟນັ້ນໄດ້ຈອດຢູ່ໃນເວລາທີ່ຍິງມັນຂຶ້ນ, ແລະ ສິ່ງດັ່ງກ່າວນັ້ນຈະສາມາດເຫັນໄດ້ຈາກ ພາບດຽວທຽມ ເປັນຕົວຢ່າງ.”

ສະຖານທີ່ຍິງທີ່ແນ່ນອນໄດ້ຖືກຈຳກັດລົງສະເພາະທີ່ທົ່ງນາແຫ່ງໜຶ່ງຢູ່ ນອກບ້ານ Pervomaiskyi.

ການໃຊ້ເຄື່ອງດັກຟັງໂທລະສັບ ແລະ ຮູບພາບທາງອອນໄລນ໌, ບັນດານັກສືບສວນສອບ ສວນ ສາມາດທີ່ຈະຕິດຕາມທິດທາງຂອງເຄື່ອງຍິງລູກສອນໄຟຈາກ ຣັດເຊຍ ໃນຕອນເຊົ້າ ຂອງວັນທີ 17 ກໍລະກົດ ແລະ ຖ້ຽວກັບຂອງມັນຕໍ່ມາໃນມື້ນັ້ນ, ດ້ວຍລູກສອນໄຟສອງລູກ ຫາຍໄປ.

ການສືບສວນສອບສວນໄດ້ລະບຸຊື່ຂອງຜູ້ທີ່ເຊື່ອມໂຍງກັບການຕົກຂອງເຮືອບິນຫຼາຍກວ່າ 100 ຄົນ.

ທ່ານ Justin Bronk ກ່າວວ່າ “ຣັດເຊຍ ຈະບໍ່ມີວັນຮັບຮອງການສົ່ງຜູ້ຮ້າຍຂ້າມແດນ ຂອງບຸກຄົນພວກນີ້ ແລະ ດັ່ງນັ້ນມັນເກືອບຈະເປັນໄປບໍ່ໄດ້ທີ່ຈະດຳເນີນການຟ້ອງຄະ ດີທີ່ມີຄວາມສຳຄັນຕໍ່ກັບພວກເຂົາ.”

ແຕ່ບັນດາຄອບຄົວຂອງຜູ້ເຄາະຮ້າຍ ຢາກໃຫ້ບັນດາໄອຍະການເຂົ້າເຖິງອຳນາດການ ປົກຄອງທີ່ມີລະດັບສູງກວ່າ.

ທ່ານ Elmar Giemulla ທະນາຍຄວາມຂອງບັນດາຄອບຄົວຜູ້ເຄາະຮ້າຍຊາວ ເຢຍຣະ ມັນ ໄດ້ກ່າວວ່າ “ຖ້າລູກສອນໄຟຖືກສົ່ງຈາກ ຣັດເຊຍ ໄປ ຢູເຄຣນ ໃນເວລາພຽງມື້ດຽວ, ດັ່ງນັ້ນມັນຕ້ອງມີການຕັດສິນໃຈ, ແລະ ການຕັດສິນໃຈນັ້ນແນ່ນອນ ບໍ່ສາມາດເຮັດໄດ້ ໂດຍທະຫານພຽງຄົນດຽວ.”

ດ້ວຍການຊີ້ນິ້ວມືກ່າວຫາໂດຍກົງໃສ່ ມົສກູ, ບັນດານັກວິເຄາະກ່າວວ່າ ສາຍພົວພັນ ລະ ຫວ່າງ ປະເທດຕາເວັນຕົກ ກັບ ຣັດເຊຍ ທີ່ມີຄວາມຕຶງຄຽດຢູ່ແລ້ວ ແມ່ນເບິ່ງຄືວ່າຈະ ເສື່ອມເສຍລົງຕື່ມອີກ.

ຊົມລາຍງານນີ້ໃນໜ້າພາສາອັງກິດ

XS
SM
MD
LG