ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງກຳລັງ ຢູເຄຣນ ຍຶດເອົາທີ່ໝັ້ນ ​ໃນພາກ​ຕາ​ເວັນ​ອອກ​ ຂອງ​ປະ​ເທດ ຈາກກຸ່ມ​ຫົວ​ແບ່ງ​ແຍກ​ດິນ​ແດນ ເພີ້ມຂຶ້ນ


ທະຫານຢູເຄຣນ ຍິງປືນໃຫຍ່ ໃສ່ພວກນິຍົມຣັດ​ເຊຍ​ ຢູ່ນອກເມືອງ Debaltseve, 8 ກຸມພາ 2015.
ທະຫານຢູເຄຣນ ຍິງປືນໃຫຍ່ ໃສ່ພວກນິຍົມຣັດ​ເຊຍ​ ຢູ່ນອກເມືອງ Debaltseve, 8 ກຸມພາ 2015.

ກອງກຳລັງທີ່​ນິຍົມ​ລັດຖະບານ ​ໄດ້ລາຍ​ງານ​ວ່າ ​ເຂົ້າ​ຍຶດ​ເອົາ​ເຂດ​ທີ່​ໝັ້ນ​ຂອງ​ກຸ່ມຫົວ​ແບ່ງ​ແຍກ​ດິນ​ແດນ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ​ໃນ​ວັນ​ອັງ​ຄານ​ມື້​ນີ້ ກ່ອນ​ໜ້າ​ຂອງ​ການ​ປະຊຸມ​ທີ່​ສຳຄັນ ທີ່​ມີ​ຈຸດປະສົງ​ເພື່ອ​ຍຸດຕິ​ການ​ບໍ່​ສະ​ງົບ​ນີ້.

ກອງພັນ Azov Battalion ກຸ່ມ​ອາສາ​ສະມັກ​ທີ່​ນຳ​ຍົມ ກອງທັບ
Kyiv ​ໄດ້​ກ່າວ​ ຜ່ານ​ທາງ Facebook ວ່າ ຕົນ​ໄດ້​ຍຶດ​ເອົາຫຼາຍໆ
​ໝູ່​ບ້ານໃນ​ຂະນະ​ທີ່​ຕໍ່ສູ້ ທີ່​ມຸ້ງ​ໜ້າ​ໄປ​ຍັງເມືອງຊາຍ​ແດນ Novoa-
zovsk.

​ໂຄສົກ​ຂອງກອງທັບ Kyiv ​ໄດ້​ກ່າວ​ໃນເຊົ້າວັນ​ອັງ​ຄານ​ມື້​ນີ້
ວ່າ ມີ​ຢ່າງ​ນ້ອຍ ທະຫານ​ຢູ​ເຄຣນ7 ຄົນ ຖືກ​ສັງຫານ ​ໃນ​ຮອບ 24 ຊົ່ວ​ໂມງ ຂອງ​ການ​ປະ ທະ
​ກັນ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ຄວາມ​ຮຸນ​ແຮງ​ແມ່ນ​ສ່ວນ​ໃຫຍ່ ​ໄດ້​ເກີດ​ຂຶ້ນ​ພາຍ​ໃນ ​ແລະ​ອ້ອມ​ແອ້ມ​ເມືອງDebaltseve ​ເມືອງ​ຍຸດ​ທະ​ສາດ ທີ່ກຸ່ມ​ຫົວ​ແບ່ງ​ແຍກ​ດິນ​ແດນ​ທີ່​ນິຍົມຣັດ​ເຊຍ​ນັ້ນ ທີ່​ພະຍາຍາມ​ຍຶດ​ເອົາ​ຈາກ​ກອງ​ກຳລັງ Kyiv.

ຕາງ​ໜ້າຈາກຣັດ​ເຊຍ ຢູ​ເຄຣນ ເຢຍຣະມັນ ​ແລະ​ຝຣັ່ງ ມີ​ໝາຍ​ກຳນົດ​ທີ່​ຈະ​ພົບ​ປະກັນ
​ໃນ​ນະຄອນຫຼວງ​ຂອງ Belarus ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້ ​ໃນ​ຄວາມ​ພະຍາຍາມ ທີ່​ຈະໄດ້​ຂໍ້​ສະຫຼຸບ​ໃນ​ຂໍ້​ຕົກລົງ​ສັນຕິພາບ ​ເພື່ອ​ຍຸດຕິ​ການ​ຂັດ​ແຍ້ງກັນ ທີ່​ຍືດ​ເຍື້ອມາເປັນ​ເວລາ 10 ​ເດືອນນັ້ນ ​ແລະ​ໄດ້​ພາກ​ຊີວິດ​ຜູ້​ຄົນ​ໄປ 5 ພັນ 400 ຄົນ​ແລ້​ວ.

​ໃນ​ວັນ​ຈັນ​ວານ​ນີ້ ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້ກ່າວ​ວ່າ ທ່ານ​ຈະ​ລໍຖ້້າເບິ່ງ​ຜົນ​ສະຫຼຸບ​ຂອງ​ການ​ໂອ້​ລົມ​ສົນທະນາ​ນາໆ​ຊາດ​ທີ່​ສຳຄັນ ​ໃນ​ສັບປະດາ​ນີ້ ກ່ຽວ​ກັບ​ວິ​ກິດ​ການ​ໃນ​ຢູ​ເຄຣນ. ກ່ອນ​ທີ່​ຈະ​ຕັດສິນ​ໃຈ​ໃຫ້ການ​ຊ່ອຍ​ເຫຼືອ Kyiv ທາງ​ດ້ານ​ອະ​ວຸດ​ຍຸດ​ໂທ​ປະກອນ ​ເພື່ອ​ປ້ອງ​ກັນ​ຕົນ​ເອງ ຕໍ່ສູ້​ກັບ​ກຸ່ມ​ຫົວ​ແບ່ງ​ແຍກ​ດິນ​ແດນ​ທີ່​ນິຍົມຣັດ​ເຊຍ​ນັ້ນ.

ທ່ານ​ ​ໂອ​ບາ​ມາ ​ໄດ້​ກ່າວ​ ທີ່​ນະຄອນຫຼວງວໍ​ຊີງ​ຕັນ ຄຽງ​ຂ້າງ​ກັບ​ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel ທ່ານ​ໄດ້​ກ່າວ​ວ່າ ການ​ເຈລະຈາ​ທາງ​ການ​ທູດ​ແລະ​ການ​ລົງ​ໂທດ ຍັງ​ເປັນ​ວິທີ​ການ​ທີ່​ທ່ານ​ເຫັນ​ດີ​ເຫັນ​ພ້ອມ​ຢູ່ ​ເພື່ອ​ຍຸດ​ຍິການ​ສະໜັບສະໜຸນຂອງຣັດ​ເຊຍ
​ຕໍ່​ພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ​.

XS
SM
MD
LG