ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ ໃນຢູເຄຣນ ກ່າວວ່າ ຕົນພ້ອມແລ້ວ ທີ່ຈະຢຸດຍິງ (ວີດີໂອ/ສະໄລດ໌)


ພົນລະເມືອງໃນທ້ອງຖິ່ນ ນຳສິ້ນສ່ວນຂອງລູກປືນໃຫຍ່ ມາໃຫ້ເບິ່ງ ຫຼັງຈາກ ທີ່ມີການໂຈມຕີດ້ວຍປືນໃຫຍ່ ຂ້າມຄືນຢູ່ເມືອງ Donetsk ໃນພາກຕາເວັນອອກຂອງ Ukraine ມື້ວັນສຸກ ທີ 8 ສິງຫາ 2014.
ພົນລະເມືອງໃນທ້ອງຖິ່ນ ນຳສິ້ນສ່ວນຂອງລູກປືນໃຫຍ່ ມາໃຫ້ເບິ່ງ ຫຼັງຈາກ ທີ່ມີການໂຈມຕີດ້ວຍປືນໃຫຍ່ ຂ້າມຄືນຢູ່ເມືອງ Donetsk ໃນພາກຕາເວັນອອກຂອງ Ukraine ມື້ວັນສຸກ ທີ 8 ສິງຫາ 2014.

ພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ ​ນິຍົມ​ລັດ​ເຊຍ ​ໃນ​ຢູ​ເຄຣນ
ກ່າວ​ວ່າ​ພວກ​ຕົນພ້ອມ​ແລ້ວ ​ທີ່​ຈະ​ຢຸດ​ຍິງກັບ​ລັດຖະບານ
​ຢູ​ເຄຣນ ​ໃນ​ທ່າມກາງ​ການ​ບຸກຄື​ບໜ້າ​ ແລະ ຍຶດ​ໄດ້​ພື້ນ​ທີ່
​ຄືນຫລາຍ​ຂຶ້ນ ​ຂອງ​ກຳລັງຢູ​ເຄຣນ.

ລັດຖະບານ Kyiv ຍັງບໍ່​ທັນໄດ້ຕອບຂໍ້ສະ​ເໜີ​ຂອງ​ພວກ
​ກະບົດ. ​ແຕ່​ລັດຖະບານ​ໄດ້​ກ່າວ​ວ່າ ຕົນ​ສາມາດ​ຕົກລົງ​
ຢຸດ​ຍິງ​ໄດ້ ຖ້າ​ພວກ​ແບ່ງ​ແຍກ​ດິນ​ແດນ ສະຫຼະອາວຸດ​
ຂອງ​ພວກ​ເຂົາ.

ກອງທັບ​ຢູເຄຣນ ຍັງ​ສືບ​ຕໍ່ບີບ​ຮັດ​ ກອງ​ກຳລັງຂອງພວກ​ແບ່ງ
​ແຍກດິນ​ແດນຢູ່ໃນ​ເມືອງ Donetsk ​ແລະ Luhansk ອັນ​ເປັນພຽງ​ສອງ​ທີ່​ໝັ້ນ ທີ່ຍັງເຫຼືອຢູ່
ຂອງ​ພວກ​ເຂົາ​.

ສະພາບ​ການ​ໃນ​ເມືອງ Donetsk ໄດ້​ເຊື່ອມ​ໂຊມ​ລົງ ຊຶ່ງ​ໄດ້​ເຮັດ​ໃຫ້​ມີ​ຄວາມເປັນ​ຫ່ວງວ່າ
ຈະ​ເກີດວິ​ກິດ​ການ​ ດ້ານ​ມະນຸດສະທຳ ​ໃນ​ເມືອງ​ດັ່ງກ່າວ. ​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ລັດຖະ
ບານ​ຢູ​ເຄຣນ ກ່າວ​ວ່າ ກອງ​ກຳ​ລັງຣັດ​ເຊຍ​ຢາກ​ເຂົ້າ​ໄປ​ຢູ​ເຄຣນ ພາຍ​ໃຕ້​ຂໍ້​ອ້າງຂອງ​ການ
​ປະຕິບັດ ພາລະກິດ​ດ້ານ​ມະນຸດສະທຳ ​ແຕ່​ຢູ​ເຄຣນ​ໄດ້​ຂັດຂວາງການ​ເຄື່ອນ​ໄຫວ​ດັ່ງກ່າວ.
ບັນ​ດາ​ເຈົ້າໜ້າ​ທີ່ຣັດ​ເຊຍ​ໄດ້​ປະຕິ​ເສດ ຕໍ່​ເລື້ອງ​ນີ້.

​ໃນ​ວັນ​ເສົາ​ວານ​ນີ້​ເຊັ່ນ​ກັນ ຮອງ​ປະທານາທິບໍດີສະຫະລັດ ທ່ານ Joe Biden ​ໄດ້​ປຶກສາ​
ຫາລື​ສະຖານະ​ການ ​ໃນພາກ​ຕາ​ເວັນອອກ​ຂອງ​ຢູ​ເຄຣນ ກັບ ປະທານາທິບໍດີ​ຢູ​ເຄຣນ
ທ່ານ Petro Poroshenko ​ໂດຍທາງ​ໂທລະສັບ. ຄຳ​ຖະ​ແຫລ​ງສະບັບ​ນຶ່ງຂອງ ທຳນຽບ
ຂາວກ່າວວ່າ ທັງ​ສອງ​ທ່ານ​ໄດ້ເນັ້ນວ່າ ການ​ກະທຳ​ໃດໆ ​ຂອງຣັດ​ເຊຍ ​ແມ່ນ​ແຕ່ການ​ກະ
ທຳ “ທີ່​ອ້າງ​ວ່າເພື່ອວັດ​ຖຸປະສົງ​ດ້ານ​ມະນຸດ​ສະ​ທຳ” ກໍ​ຕາມ ​ແມ່ນຈະຖື​ວ່າເປັນ​ການ
ລະ​ເມີດ​ກົດໝາຍ​ສາກົນ ​ແລະ ​ເປັນ​ທີ່​ຮັບ​ເອົາ​ບໍ່ໄດ້ ​ຖ້າ​ບໍ່​ໄດ້​ຮັບ​ການ​ຍິນຍອມ ​ແລະ
ອະນຸຍາດ​ຈາກ​ Kyiv.

ອີງ​ຕາມ​ຄຳ​ຖະ​ແຫລ​ງນັ້ນ ທ່ານ Poroshenko ​ໄດ້​ເວົ້າ​ຕື່ມ​ວ່າ ທ່ານ​ກຳລັງ​ທຳການຕິດ​ຕໍ່​
ກັບອົງການສະພາ​ກາ​ແດງ ກ່ຽວ​ກັບ​ການ​ແຈກ​ຢາຍ ການຊ່ວຍ​ເຫຼືອດ້ານ​ມະນຸດສະທຳ
ລວມທັງການ​ຊ່ວຍ​ເຫຼືອຈາກ​ສະຫະລັດ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ.

ທຳນຽບຂາວ​ກ່າວ​ວ່າ ທັງ​ສອງ​ທ່ານ ຍັງ​ໄດ້​ເຫັນ​ພ້ອມ​ນຳ​ກັນ​ວ່າ ຖ້າຣັດ​ເຊຍ​ຢາກ​ປັບປຸງ​
ສະພາບ​ການດ້ານ​ມະນຸດສະທຳ​ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ ຣັດ​ເຊບກໍ​ຕ້ອງ​
ຢຸດຕິ​ການ​ຍິງ​ປືນ​ໃຫຍ່​ໃສ່​ທະຫານ​ຢູ​ເຄຣນ ​ປ່ອຍ​ພວກ​ຢູ​ເຄຣນ ທີ່​ຖືກ​ຈັບ​ເປັນ​ຕົວ​ປະກັນ​
ຢູ່​ໃນຣັດ​ເຊຍ ​ແລະ ຢຸດ​ໃຫ້ການ​ສະໜັບສະໜຸນ​ ພວກ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເ​ຊຍ.

UKRAINE CNPK
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG