ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພວກສະໜັບສະໜູນ ຣັດເຊຍ ຍັງສືບຕໍ່ຄອບຄອງ ຕຶກລັດຖະບານ ຢູ່ພາກຕາເວັນອອກຂອງ ຢູເຄຣນ (ວີດີໂອ)


ພວກສະໜັບສະໜູນ ຣັດເຊຍ ຍັງສືບຕໍ່ຍຶດຕຶກ ລັດຖະບານ ຢູເຄຣນ
ພວກສະໜັບສະໜູນ ຣັດເຊຍ ຍັງສືບຕໍ່ຍຶດຕຶກ ລັດຖະບານ ຢູເຄຣນ
ພວກ​ຫົວ​ຕໍ່ສູ້​ທີ່​ ສະໜັບສະໜູນຣັດ​ເຊຍ ຍັງ​ສືບ​ຕໍ່​ຄອບ​ຄອງ
ຕຶກ​ລັດຖະບານແຫ່ງຕ່າງໆ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ
ຢູ​ເຄຣນ ​ໃນ​ວັນ​ສຸກ​ມື້​ນີ້ ນຶ່ງ​ມື້​ຫລັງ​ຈາກ ລັດຖະບານ Kyiv
​ແລະ​ມົສກູ ​ໄດ້​ບັນລຸ​ຂໍ້​ຕົກລົງ​ກັນ ທີ່​ຈະ​ລົດ​ຜ່ອນ​ຄວາມ​ເຄັ່ງ
​ຕືງລົງ.

Denish Pushlin ຫົວໜ້າ​ພວກ​ຫົວ​ຕໍ່ສູ້ ກ່າວ​ວ່າ ຄົນ​ຂອງ
​ຕົນ​ບໍ່​ຖືກ​ຜູກ​ມັດ​ໂດຍ​ຂໍ້​ຕົກລງ ທີ່ບັນລຸ​ກັນ​ໃນ​ວັນ​ພະຫັດ
​ນັ້ນ ແລະ​ຈະ​ວາງ​ອາວຸດ ກໍ​ຕໍ່​ເມື່ອລັດຖະບານ​ຢູ​ເຄຣນ ລາ​
ອອກ​ແລ້ວ.

ການ​ຕົກລົງກັນ​ດັ່ງກ່າວ ​ແມ່ນຕິດ​ຕາມ​ມາຫລັງຈາກ​ ການເຈ​ລະ​ຈາ ລະຫວ່າງ ຢູ​ເຄຣນ
ຣັດ​ເຊຍ ສະຫະລັດ ​ແລະ​ສະຫະ​ພາບ​ຢູ​ໂຣບ ຢູ່​ນະຄອນ​ເຈ​ນີວາ. ຂໍ້ ຕົກລົງ​ນີ້ ​ຮຽກຮ້ອງ​
ໃຫ້ພວກ​ຫົວ​ແບາງ​ແຍກ​ດິນ​ແດນ ຍົກຍ້າຍ​ອອກ​ຈາກຕຶກ​ຂອງ​ລັດຖະບານ​ທັງ​ໝົດ ​ແລະ​ໃຫ້​ວາງອາວຸດ.
Donetsk Governor: Ukraine Military Assault 'Delicate But Necessary'
please wait

No media source currently available

0:00 0:03:08 0:00

ແຕ່​ວ່າ​ ຮວມຢູ່​ໃນຂໍ້​ຕົກລົງ ​ບໍ່ໄດ້​ມີມາດ​ຕະການ ທີ່​ເປັນ​ຮູບ​ປະ​ທຳ ຫລາຍພໍ​ປານ​ໃດ ສຳ​
ຫລັບຍຸຕິ​ວິ​ກິດ​ການນັ້ນ ​ແລະ​ມີຜູ້ນຳ​ຕາ​ເວັນ​ຕົກ​ຫລາຍ​ຄົນ​ ບໍ່​ແນ່​ໃຈ​ວ່າ​ ຣັດ​ເຊຍ ຈະ​ປະ
ຕິບັດ​ຕາມ​ພາກສ່ວນ ​ຂອງ​ຕົນ​ໃນ​ຂໍ້​ຕົກລົງ​ນັ້ນ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ວ່າ ວໍ​ຊິງ​ຕັນ ຈະ​ສືບ​ຕໍ່​ກຽມ
ການ​ລົງ​ໂທດ ​ຕ້ານຣັດ​ເຊຍຕໍ່​ໄປ ​ໃນ​ກໍລະນີ​ທີ່ຣັດ​ເຊຍ​ບໍ່​ເອົາ​ບາດກ້າວ ເພື່ອ​ລົດ​ສະ​ຖາ
ນະ​ການ​ເຄ່ງ​ຕຶງ​ນັ້ນ​ລົງ.

ທ່ານ Obama ກ່າວ​ວ່າ “​ເວລາ​ນີ້ ພວກ​ເຮົາ ກຳລັງ​ປະສາ​ນງານ​ກັບ ພັນທະ​ມິດ​ຢູ​
ໂຮບ ຂອງ​ພວກ​ເຮົາ. ຄວາມ​ຫວັງ​ຂອງຂ້າພະ​ເຈົ້າ ກໍ​ແມ່ນ​ວ່າ ​ພວກ​ເຮົາ​ຈະ​ເຫັນ​
ການ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ນັ້ນ ໃນ​ສອງ​ສາມ​ມື້​ຂ້າງ​ໜ້າ​ນີ້ ​ແຕ່ຂ້າພະ​ເຈົ້າ​ບໍ່​ຄິດ​
ວ່າ ​ອິງ​ໃສ່​ການ​ປະຕິບັດ​ທີ່​ຜ່ານ​ມາ​ນັ້ນ ພວກ​ເຮົາ​ຈະສາມາດກາງ​ຕໍ່​ໄດ້ວ່າ ມັນ​ຈະ​
ເກີດ​ຂຶ້ນ. ​ແລະ​ພວກ​ເຮົາ​ຕ້ອງໄດ້ຕຽມໂຕ​ໄວ້ ສຳ​ຫລັບການ​ຮັບ​ມື​ທີ່​ອາດ​ຈະ​ຕ້ອງ​
ມີ​ຂຶ້ນ ​ເພື່ອ​ຕອບ​ໂຕ້​ຕໍ່​ອັນ​ທີ່​ຍັງ​ສືບ​ຕໍ່​ເປັນຄວາມ​ພະຍາຍາມ ​ໃນ​ການ​ແຊກແຊງ ​
ຂອງຣັດ​ເຊຍ.”


ຖະ​ແຫລ​ງການຮ່ວມ​ ຈາກ​ທັງສີ່​ມະຫາ​ອຳນາດ ກ່າ​ວວ່າ ຈະມີ​ການໃຫ້​ນີລະ​ໂທດ​ກຳແກ່
​ພວກ​ປະ​ທ້ວງ ​ທີ່​ຍອມມອບ​ອາວຸດ ​ແລະ​ອອກ​ຈາກ​ຕຶກລັດຖະບານ​ໄປ ຍົກ​ເວັ້ນ​ພວກ​ທີ່
ຖືກ​ພົບ​ເຫັນ​ວ່າ ​ໄດ້​ກະທຳ​ຄວາມ​ຜິດ​ທີ່​ຮ້າຍ​ແຮງ.

ນາຍົກລັດຖະມົນຕີຢູ​ເຄຣນ ທ່ານ Arseniy Yatsenyuk ​ໄດ້​ບອກ​ສະພາ​ແຫ່ງ​ຊາດ​ຢູ
​ເຄຣນ ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ທ່ານ​ຈະ​ປະຕິບັດ​ຕາມ ຂໍ້ຕົກລົງ​ໃຫ້​ນີລະ​ໂທດ​ກຳ​ແກ່​ພວກ​ປະ​
ທ້ວງ​ນັ້ນ.
UKRAINE CNPK
please wait
Embed

No media source currently available

0:00 0:02:02 0:00
XS
SM
MD
LG