ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳລັງ ທີ່ຈົງຮັກພັກດີ ຕໍ່ລັດຖະບານ ລີເບຍ ເຂົ້າຍຶດ ກອງ​ບັນຊາ​ການ​ໃຫຍ່ ​ກຸ່ມ​ລັດ​ອິສລາມ


US Libya
please wait
Embed

No media source currently available

0:00 0:00:53 0:00

ກອງ​ກຳລັງ​ທີ່​ສະໜັບສະໜຸນ​ລັດຖະບານ ​ໃນ​ລີ​ເບຍ ກ່າວ​ວ່າ ພວກ​ຕົນ​ໄດ້​ເຂົ້າ​ຄວບ​ຄຸມກອງ​ບັນຊາ​ການ​ໃຫຍ່ ​ຂອງ​ກຸ່ມ​ລັດ​ອິສລາມ ​ໃນ​ເມືອງ Sirte ແລ້ວ.

ຖະ​ແຫລ​ງການ​ດັ່ງກ່າວ​ ​ແມ່ນ​ໄດ້​ນຳ​ອອກ​ເຜີຍ​ແຜ່ ​ໂດຍ​ກອງ​ກຳລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ລັດຖະ ບານສາມັກຄີ​ຊາດ​ລີ​ເບຍ ຫຼື GNA.

ສະຫະລັດ ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ ທີ່​ແນ​ເປົ້າ​ໝາຍ​ເພື່ອ​ຂັບ​ໄລ່ກຸ່ມ​ລັດ​ອິສລາມ ອອກ ຈາກເມືອງ Sirte ​ຊຶ່ງ​ເປັນເມືອງ​ສຳຄັນແຄມ​ຝັ່ງທະ​ເລ ທີ່​ໃຊ້​ເປັນ​ຖານປະຕິບັດ​ງານ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ.

​ໃນ​ວັນ​ພຸດ​ວານ​ນີ້ ເຈົ້າ​ໜ້າ​ທີ່​ສະຫະລັດ ​ໄດ້​ເນັ້ນ​ເຖິງ​ເລື້ອງ​ກອງ​ກຳລັງທາງ​ພາກ​ພື້ນ​ດິນ​ຂອງ​ສະຫະລັດ ຈະ​ບໍ່​ປະກອບ​ສ່ວນ​ໂດຍ​ກົງ​ກັບການ​ໂຈມ​ຕີ​ທາງ​ພາກດິນ.

“ພວກ​ທ່ານ​ຫຼາຍ​ຄົນ ​ໄດ້​ມີ​ຄຳ​ຖາມ​ກ່ຽວ​ກັບ​ການ​ລາຍ​ງານ​ຂ່າວ ທີ່​ຊີ້​ແນະ​ໃຫ້​ເຫັນ​ວ່າ ກອງ​ກຳລັງ​ສະຫະລັດ ​ໄດ້​ພົວພັນ​ໃນ​ການ​ເອົາ​ບາດກ້າວ​ໂດຍ​ກົງ ​ທາງ​ພາກ​ພື້ນ​ດິນ ​ໃນ​ເມືອງ Sirte. ຂ້າພະ​ເຈົ້າ​ສາມາດ​ບອກ​ທ່ານໄດ້​ວ່າ ນັ້ນບໍ່​ແມ່ນ​ຄວາມ​ຈິງ,” ທ່ານ Golden Trowbridge ​ໂຄສົກ​ຂອງ​ທຳນຽບຫ້າ​ແຈ ​ໄດ້​ກ່າວ​ໄວ້​. ທ່ານ​ຍັງ​ໄດ້​ກ່າວ​ອີກ​ວ່າ “ຈຸດປະສົງ​ຂອງ​ພວກ​ເຮົາ​ໃນ​ລີ​ເບຍ ​ແມ່ນ​ເພັ່ງ​ເລັງ​ໃສ່ ແຕ່​ການ​ປະຕິບັດ​ການ​ທາງ​ອາກາດ​ເທົ່າ​ນັ້ນ ຕາມ​ຄຳ​ຮ້ອງຂໍ​ແລະ​ໃນ​ການ​ໃຫ້ການ​ສະໜັບສະໜຸນ​ຕໍ່​ກອງ​ກຳລັງ GNA. ພວກເຮົາ​ໃຫ້ການ​ສະໜັບສະໜຸນ​ຕໍ່​ຄວາມ​ສາມາດ​ພິ​ເສດ ຊຶ່​ງນັ້ນ​ໝາຍ​ເຖິງ​ການ​ສືບລັບ ການ​ສອດ ລາດຕະ​ເວນ ​ແລະ​ສັງ​ເກດ​ການ ​ແລະ​ການ​ໂຈມ​ຕີ​ທາງ​ອາກາດ​ທີ່​ແມ່ນ​ຍຳ ທີ່​ຈະ​ຊ່ອຍ​ໃຫ້​ກອງ​ກຳລັງ GNA ທີ່​ເປັນພັນທະ​ມິດ ​ເປັນ​ຜູ້ບຸກ​ໂຈມ​ຕີ​ແບບ​ເດັດຂາດ ເພື່ອ​ໄດ້​ປຽບ​ທາງ​ດ້ານຍຸດ​ທະ​ສາດ​.”

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG