ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກລົບ ສະໜັບສະໜູນ ລັດຖະບານ ຍຶດເມືອງ ທາງພາກໃຕ້ ຂອງ ເຢເມັນ ຈາກພວກ Houthis


ແຜນທີ່ເມືອງ Shabwa, ເຢເມັນ
ແຜນທີ່ເມືອງ Shabwa, ເຢເມັນ

ພວກ​ນັກ​ລົບ​ສະໜັບສະໜູນ​ລັດຖະບານ​ ​ເຢ​ເມັນ ທີ່​ຖືກ​ຂັບ​ໄລ່​ອອກ​ຈາກ​ປະ​ເທດນັ້ນ ​ໄດ້​ຍຶດ​ເອົາ​ແຂວງ Shabwa ທາງ​ພາກ​ໃຕ້​ຂອງ
​ປະ​ເທດ ຈາກ​ພວກ​ກະບົດ Houthi ທີ່​ໄດ້​ຮັບ​ການ​ໜູນ​ຫຼັງໂດຍ​ ອິຣ່ານ ນັ້ນ.

​ເ​ຈົ້າໜ້າ​ທີ່​ທະຫານ ​ເຢເມັນ ​ໄດ້​ກ່າວໃນ​ວັນ​ເສົາ​ວານ​ນີ້​ວ່າ ພວກ​ກະບົດໄດ້​ຖອນ​ໂຕ​ອອກ​ຈາກ​ແຂວງ Shabwa ຫຼັງຈາກ​ໄດ້​ສົ່ງ​ຄືນ​ການ​ຄວບ​ຄຸມເມືອງ​ຫຼວງ​ Atab ຂອງແຂວງ. ບໍ່​ມີ​ລາຍ​ງານໃຫ້ຮູ້ເຖິງການ​ບາດ​ເຈັບ​ແລະ​ເສຍ​ຊິວິດໃນເຫດການດັ່ງກ່າວ.

ປະ​ເທດ ຊາ​ອຸ​ດິ ອາ​ເຣ​ເບຍ, ​ເຊິ່ງ​ໄດ້​ນຳ​ໜ້າການ​ໂຈມ​ຕີ​ທາງ​ອາກາດ​ຂອງ Arab ຕໍ່ພວກ Houthi, ​ໄດ້ໂຈມ​ຕີ​ຢ່າງໜັກ​ໃສ່ທາງ​ພາກ​ໃຕ້​ຂອງ ​ເຢ​ເມັນ ​ເພື່ອ​ຊ່ວຍ​ເຫຼືອ​ຮັກ​ລົບ​ສະໜັບ ສະໜູນ​ລັດ​ຖະບານ.

ກຳລັງ​ຕໍ່ຕ້ານ​ພວກ​ກະບົດ ​ໄດ້​ທຳ​ການ​ຍຶດທີ່​ສຳ​ຄັນ​ຕໍ່​ພວກ Houthi ​ເມື່ອ​ບໍ່​ດົນ​ມາ​ນີ້, ລວມ ທັງ ​ການ​ຍຶດ​ຄືນ​ທ່າ​ເຮືອໃຫຍ່ Aden, ​ເຊິ່ງ​ເປັນ​ທາງ​ເຂົ້າ​ສຳລັບ​ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດ ສະທຳ​ທີ່​ມີ​ຄວາມ​ຕ້ອງການຢ່າງ​ໃຫຽ່ສຳລັບ​ ​ເຢ​ເມັນ.

​ແຕ່​ວ່າ​ພວກ Houthi ຍັງ​ຄົງ​ຄວບ​ຄຸມເມືອງ​ຫຼວງ Sana'a ​ແລະ ຄວບ​ຄຸມ​ ຫຼື ມີ​ການ​ປະກົດ​ຕົວ​ທາງ​ທະຫານ​ຈຳນວນ​ຫຼາຍ​ໃນ​ສ່ວນ​ໃຫຍ່​ຢູ່ທາງ​ພາກ​ເໜືອ.

ການ​ຕໍ່ສູ້​ເທິງ​ພື້ນ​ດິນ ​ແລະ ການ​ໂຈມ​ຕີ​ທາງ​ອາກາດ​ນຳ​ໜ້າ​ໂດຍ ຊາ​ອຸ​ດິ ​ອາ​ເຣ​ເບຍ ​ໄດ້​ເຮັດ​ໃຫ້​ຫຼາຍ​ກວ່າ 4000 ຄົນ​ເສຍຊີວິດ ​ແລະ ​ໄດ້​ນຳ​ໄປ​ສູ່​ໄພພິບັດ​ດ້ານ​ມະນຸດ​ສະ​ທຳ​ໃນ ​ເຢ​ເມັນ. ອົງການ ສະຫະ​ປະຊາ​ຊາດ ກ່າວ​ວ່າ 80 ​ເປີ​ເຊັນ​ຂອງ​ປະຊາກອນ​ແມ່ນ​ມີ​ຄວາມ​ຕ້ອງການ​ອາຫານ​ຢ່າງ​ຮ້າຍ​ແຮງ ​ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ການ​ແພດ.

ຄວາມ​ພະຍາ​ມດ້ານ​ການ​ທູດ​ເພື່ອ​ນຳ​ຄວາມ​ສັນຕິ​ພາບ​ມາສູ່ ​ເຢ​ເມັນ ​ແລະ ກອບ​ກູ້​ລັດຖະບານ​ຂອງ​ປະທານາທິບໍດີ Abdu Rabu Mansour Hadi ຈົນຮອດປະຈຸບັນນີ້ ໄດ້ລົ້ມແຫຼວ.

Yemen
please wait
Embed

No media source currently available

0:00 0:00:28 0:00

XS
SM
MD
LG