ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກນັກສຶກສາ ທີ່ຕໍ່ສູ້ ເພື່ອປະຊາທິປະໄຕ ໃນຮົງກົງ ໄດ້ຮັບການຜ່ອນຜັນໂທດ

ສະມາຊິກສະພາ ຜູ້ທີ່ຫາກໍໄດ້ຖືກເລືອກໃໝ່ໆ ທ້າວ Nathan Law (ກາງ), ຜູ້ນຳນັກສຶກສາ ທ້າວ Joshua Wong (ຂວາ) ແລະ ທ້າວ Alex Chow ພົບກັບ ບັນດານັກຂ່າວ ຢູ່ນອກສານ ກ່ອນ ການພິຈາລະນາຄະດີ ໃນຂະນະທີ່ ໄອຍະການ ໄດ້ຂໍໃຫ້ ເອົາພວກເຂົາເຈົ້າ ຂັງຄຸກ ໃນບົດບາດຂອງພວກເຂົາເຈົ້າ ທີ່ໄດ້ບຸກເຂົ້າໄປໃນສຳນັກງານໃຫຍ່ ຂອງລັດຖະບານ ເມື່ອປີ 2014 ຊຶ່ງນຳໄປສູ່ ການຍຶດຄອງ ໃຈກາງເມືອງ ຫຼື Occupy Central ອັນເປັນຂະບວນການເພື່ອປະຊາທິປະໄຕ, ໃນຮົງກົງ ຂອງຈີນ, ວັນທີ 21 ກັນຍາ 2016.

ລັດຖະບານ ຮົງກົງ ເມື່ອວັນພຸດວານນີ້ ໄດ້ປະສົບ​ກັບ​ຄວາມລົ້ມແຫຼວ ໃນການພະຍາຍາມ ທີ່ຈະຄຸມຂັງ ພວກນັກສຶກສາ 3 ຄົນ ທີ່ມີຊື່ສຽງທີ່ສຸດ ທີ່ເປັນແກນນຳ ຂອງຂະບວນການ ເພື່ອປະຊາທິປະໄຕ ທີ່ໄດ້ເຮັດໃຫ້ສູນການຄ້າ ຂອງດິນແດນດັ່ງກ່າວນັ້ນ ຢຸດສະງັກ ເປັນ ເວລາ 79 ມື້ ໃນປີ 2014.

ຜູ້ພິພາກສາ ທ່ານນາງ June Cheung Tin-ngan ຜູ້ທີ່ໄດ້ຮັບຟັງຄະດີໃນເບື້ອງຕົ້ນ ໄດ້ ອອກຄຳສັ່ງໄປແລ້ວກ່ອນໜ້ານີ້ ​ໃຫ້ນັກສຶກສາທັງ 3 ຄົນ ຄື ທ້າວ Joshua Wong, Alex Chow ແລະ Nathan Law ທຳໜ້າທີ່ຮັບໃຊ້ສັງຄົມ ແທນໂທດຈຳຄຸກ ໂດຍກ່າວອ້າງເຖິງ ອາຍຸທີ່​ຍັງເຍົາໄວ ແລະ ເຈດຕະນາຂອງພວກເຂົາເຈົ້າ.

ແຕ່ເຫດຜົນຂອງທ່ານນາງ ແລະ ຄຳຕັດສິນ ບໍ່ໄດ້ຕອບສະໜອງ ຄະນະລັດຖະບານ ຮົງກົງ ຂອງຜູ້ບໍລິຫານ ທ່ານ C.Y. Leung ຊຶ່ງໄດ້ເອົາມາດຕະການອັນໜັກແໜ້ນ ຕໍ່ ຂະບວນການ ກັ້ງຄັນຮົ່ມ ຫຼື Umbrella Movement ແລະ ໄດ້ມອງເຫັນວ່າ ການລົງ ໂທດນັ້ນ ແມ່ນອ່ອນໂຍນເກີນໄປ.

ບັນດາທະນາຍຄວາມ ຂອງກະຊວງຍຸຕິທຳ ໄດ້ຖືກສົ່ງກັບຄືນໄປ ກ່ອນທີ່ ຜູ້ພິພາສາ ທ່ານນາງ Cheung ຈະຂໍຮ້ອງໃຫ້ລົງໂທດຈຳຄຸກໃນທັນທີ. ການໂຕ້ແຍ້ງຄັດຄ້ານຂອງ ພວກເພິ່ນ ທີ່ໄດ້ຖືກຮັບຟັງຢູ່ໃນສານທີ່ແໜ້ນໄປດ້ວຍຜູ້ຄົນ ຢູ່ທີ່ສານເມືອງ ທາງພາກ ຕາເວັນອອກ ໄດ້ຫັນໄປສູ່ ເລື່ອງຂອງພວກຄົນຈຳນວນໃຫຍ່ ທີ່ມີສ່ວນກ່ຽວຂ້ອງ ໃນ ການປະທ້ວງ ເປັນຫຼັກ, ເລື່ອງຂອງເຈົ້າໜ້າທີ່ຮັກສາຄວາມປອດໄພ ຈຳນວນ ປະມານ 10 ຄົນ ທີ່ໄດ້ຮັບບາດເຈັບ, ພາວະການໄຕ່ຕອງໄວ້ຫຼ່ວງໜ້າ ອັນເປັນການກະທຳ ຂອງ ພວກຜູ້ຈັດແຈງ ທັງສາມຄົນນັ້ນ ແລະ ການທີ່ບໍ່ມີຄວາມສຳນຶກຜິດຂອງພວກເຂົາເຈົ້າ. ພວກເຂົາເຈົ້າ ໄດ້ປະເຊີນໜ້າກັບຂໍ້ກ່າວຫາ ຫຼາຍກະໂທງ ທີ່ກ່ຽວພັນກັບການກ່າວຟ້ອງ ແລະ ການຊຸມນຸມທີ່ິຜິດກົດໝາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG