ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຕໍ່ຕ້ານ ແລະ ສະໜັບສະໜຸນ ທ່ານ Morsi ໂຮມຊຸມນຸມ ທີ່ກຸງໄຄໂຣ (ສະໄລດ໌/ວີດີໂອ)


ພວກສະໜັບສະໜຸນທ່ານ Mohamed Morsi ປະທານາທິບໍດີ ທີ່ຖືກໂຄ່ນລົ້ມຂອງອີຈິບ ໂຮມຊຸມນຸມກັນ ຢູ່ນອກວັດ Rabaa al Adaweyeh (12 ກໍລະກົດ 2013)
ພວກສະໜັບສະໜຸນທ່ານ Mohamed Morsi ປະທານາທິບໍດີ ທີ່ຖືກໂຄ່ນລົ້ມຂອງອີຈິບ ໂຮມຊຸມນຸມກັນ ຢູ່ນອກວັດ Rabaa al Adaweyeh (12 ກໍລະກົດ 2013)
ພວກສະໜັບສະໜຸນທ່ານ Mohamed Morsi ປະທານາທິບໍດີທີ່
ຖືກໂຄ່ນລົ້ມຂອງອີຈິບຈຳນວນຫຼາຍໆສິບພັນຄົນໄດ້ໂຮມຊຸມນຸມ ກັນທີ່ນະຄອນຫຼວງໄຄໂຣ ໃນວັນສຸກວານນີ້ ເພື່ອສືບຕໍ່ ໃນອັນທີ່
ເຂົາເຈົ້າເອີ້ນວ່າ ການຮຽກຮ້ອງ ແບບບໍ່ຢຸດຢັ້ງ ໃຫ້ແຕ່ງຕັ້ງ ທ່ານ
Morsi ເຂົ້າຮັບຕຳແໜ່ງຄືນໃໝ່ນັ້ນ.

ຫຼາຍໆພັນຄົນໄດ້ໄປເຕົ້າໂຮມກັນຢູ່ນອກວັດສາສະໜາອິສລາມ
Rabaah el-Adawiya ໃນກຸງໄຄໂຣ ແລະ ພາກັນຮ້ອງຂຶ້ນວ່າ
“ບອກຄວາມຈິງມາ” ຊຶ່ງເປັນການຮຽກຮ້ອງ ໃຫ້ລັດຖະບານຊົ່ວ ຄາວຂອງອີຈິບອອກມາແລະປະກາດວ່າ ໃຜຄືປະທານາທິບໍດີທີ່
ຖືກຕ້ອງຕາມກົດໝາຍຂອງປະເທດ.

ພວກປະທ້ວງ ບໍ່ໄດ້ຢ້ານກົວສະພາບອາກາດຮ້ອນຈັດໃນຕອນທ່ຽງ ພ້ອມໆກັບຜົນກະທົບ
ຈາກການອົດອາຫານແລະນໍ້າປະຈຳວັນໃນເດືອນສັກສິດຣາມາດານ.



ພວກຄັດຄ້ານຕໍ່ທ່ານ Morsi ທີ່ພາກັນໂຮມຊຸມນຸມປະທ້ວງຢູ່ຈະຕຸລັດ Tahrir ໃນເຂດໃຈ ກາງກຸງໄຄໂຣໄດ້ກ່າວຫາຂະບວນການພະລາດອນພາບມຸສລິມຂອງທ່ານວ່າ ເປັນຜູ້ຍຸຍົງ ໃຫ້ເກີດຄວາມຮຸນແຮງໃນຕົ້ນອາທິດນີ້. ແຕ່ທັງສອງຝ່າຍຕ່າງກໍໃຫ້ຄຳໝັ້ນສັນຍາວ່າການ ໂຮມຊຸມນຸມປະທ້ວງໃນວັນສຸກວານນີ້ ຈະດຳເນີນໄປດ້ວຍຄວາມສະຫງົບ ແລະກໍບໍ່ມີລາຍ ງານວ່າໄດ້ເກີດເຫດຮ້າຍຂຶ້ນແຕ່ປະການໃດ.

ກອງທັບອີຈິບ ໄດ້ໂຄ່ນລົ້ມທ່ານ Morsi ໃນສັບປະດາແລ້ວ ຫຼັງຈາກມີການເດີນຂະບວນ ຫຼາຍໆມື້. ພວກຝ່າຍຄ້ານກ່າວຫາທ່ານວ່າທໍລະຍົດຕໍ່ການປະຕິວັດປີ 2011 ທີ່ບັງຄັບໃຫ້ ປະທານາທິບໍດີ Hosni Mubarak ທີ່ປົກຄອງປະເທດມາເປັນເວລາດົນນານນັ້ນຕ້ອງໄດ້ ລາອອກ.

ມາຮອດປັດຈຸບັນ ສະຫະລັດຍັງປະຕິເສດທີ່ຈະເອີ້ນການປົດທ່ານ Morsi ອອກຈາກຕຳ ແໜ່ງວ່າເປັນການກໍ່ລັດຖະປະຫານ. ແຕ່ທ່ານນາງ Jen Psaki ໂຄສົກກະຊວງການຕ່າງ ປະເທດສະຫະລັດ ໃນມື້ວັນສຸກວານນີ້ ໄດ້ຮຽກຮ້ອງໃຫ້ພວກທະຫານປ່ອຍທ່ານ Morsi ຈາກການກັກບໍລິເວນ.

ທ່ານນາງບໍ່ໄດ້ໃຫ້ເຫດຜົນ ຢ່າງເຈາະຈົງວ່າ ເປັນຫຍັງສະຫະລັດ ຈຶ່ງຢາກໃຫ້ປ່ອຍທ່ານ Morsi ຈາກການກັກບໍລິເວນ ແຕ່ໃນຕົ້ນອາທິດນີ້ ກະຊວງການຕ່າງປະເທດສະຫະລັດ ໄດ້ຕຳໜິຕິຕຽນ ຕໍ່ອັນທີ່ທາງກະຊວງຕ່າງປະເທດເອີ້ນວ່າ ການຈັບກຸມທາງການເມືອງຕໍ່ ບັນດາສະມາຊິກຂອງກຸ່ມພະລາດອນພາບມຸສລິມໂດຍພວກທະຫານ.

XS
SM
MD
LG