ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫົວໜ່ວຍທຸລະກິດ ເອກະຊົນລາວ ຕ້ອງປ່ຽນ ການຜະລິດສິນຄ້າ ໃຫ້ເປັນລະບົບຕ່ອງໂສ້


ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ທອງສິງ ທຳມະວົງ ພ້ອມດ້ວຍ ຄະນະ ເດີນທາງໄປທັດສະນະ ໂຮງງານ ປຸງແຕ່ງຊີ້ນສັດ.
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ທອງສິງ ທຳມະວົງ ພ້ອມດ້ວຍ ຄະນະ ເດີນທາງໄປທັດສະນະ ໂຮງງານ ປຸງແຕ່ງຊີ້ນສັດ.

ຫົວໜ່ວຍທຸລະກິດພາກເອກະຊົນໃນລາວ ຈຳເປັນຈະຕ້ອງປັບປ່ຽນການຜະລິດສິນຄ້າ ໃຫ້ເປັນລະບົບຕ່ອງໂສ້ ເພື່ອລົດຕົ້ນທຶນການຜະລິດ ແລະເຮັດໃຫ້ສິນຄ້າລາວ ແຂ່ງຂັນ ໃນຕະຫຼາດຕ່າງປະເທດໃຫ້ໄດ້.

ທ່ານພວງປະລິສັກ ປະລະວົງວຽງຄຳ ລັດຖະມົນຕີວ່າການ ກະຊວງກະສິກຳ ແລະປ່າໄມ້ ຍອມຮັບວ່າ ສາເຫດສຳຄັນທີ່ເຮັດໃຫ້ສິນຄ້າທີ່ຜະລິດໃນລາວ ມີຄຸນນະພາບຕ່ຳ ແລະບໍ່ ສາມາດແຂ່ງຂັນໃນຕະຫຼາດຕ່າງປະເທດໄດ້ຢ່າງແທ້ຈິງນັ້ນ ກໍເພາະວ່າ ບັນດາຫົວໜ່ວຍ ທຸລະກິດພາກເອກະຊົນ ສ່ວນໃຫຍ່ໃນລາວ ບໍ່ມີລະບົບການຜະລິດສິນຄ້າ ທີ່ໄດ້ມາດຕະ ຖານ ກໍຄືລະບົບການຜະລິດແບບຕ່ອງໂສ້ (Supply Chain) ດັ່ງທີ່ທ່ານໄດ້ໃຫ້ການຢືນ ຢັນວ່າ:

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ທອງສິງ ທຳມະວົງ ພ້ອມດ້ວຍ ຄະນະ ລົງໄປທ່ຽວຊົມ ຜະລິດຕະພັນ ທີ່ຜະລິດຢູ່ພາຍໃນລາວ.
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ທອງສິງ ທຳມະວົງ ພ້ອມດ້ວຍ ຄະນະ ລົງໄປທ່ຽວຊົມ ຜະລິດຕະພັນ ທີ່ຜະລິດຢູ່ພາຍໃນລາວ.

“ການສົ່ງເສີມນຳໃຊ້ເຂົ້າໃນການຜະລິດນີ້ ມັນຕ້ອງເປີດກວ້າງ ແປວ່າ ມັນຕ້ອງເຮັດ ເປັນການຜະລິດແບບຕ່ອງໂສ້ຫັ້ນນ່ະ ຖ້າເຮົາບໍ່ຍົກລະດັບການຜະລິດ ໝາຍວ່າ ກະສິກຳຢູ່ພໍກະສິກຳ ການຄ້າຢູ່ນຳການຄ້າ ນີ້ບໍ່ມີຜົນ ໝາຍຄວາມວ່າ ຜະລິດປຸງແຕ່ງ ຕະຫຼາດນີ້ ມັນຕ້ອງເກາະກັນໄປ ປະຕິບັດນະໂຍບາຍ ມີແຕ່ວິທີດຽວ ທີ່ຈະລົດຕົ້ນທຶນ ການຜະລິດຫັ້ນ ເຮັດໃຫ້ມັນມີຄຸນນະພາບ ແຕ່ເຮົາລະມັນບໍ່ເຮັດ Supply Chain ເຈົ້າກະເຮັດຂອງເຈົ້າ ຂ້ອຍກະເຮັດຂອງຂ້ອຍ.”

ທາງດ້ານທ່ານສະໄໝ ຈັນບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ຖະແຫລງວ່າ ການສຳຫຼວດກ່ຽວກັບການຜະລິດສິນຄ້າ ແລະບໍລິການຂອງ ບັນດາຫົວໜ່ວຍພື້ນຖານ ທາງເສດຖະກິດ ຈຳນວນທັງໝົດ 124,830 ຫົວໜ່ວຍ ໃນທົ່ວ ປະເທດ ພົບວ່າ 94 ເປີເຊັນ ເປັນຫົວໜ່ວຍທຸລະກິດ ທີ່ໄດ້ທຳການຜະລິດສິນຄ້າ ແລະບໍລິ ການ ເພື່ອຕອບສະໜອງ ການບໍລິໂພກພາຍໃນປະເທດ ເປັນດ້ານຫລັກ.

ຍິ່ງໄປກວ່ານັ້ນ ການສຳຫຼວດ ຍັງພົບດ້ວຍວ່າ ມີຫົວໜ່ວຍທຸລະກິດ ພຽງ 630 ຫົວໜ່ວຍ ຫຼືຄິດເປັນ 0.5 ເປີເຊັນ ເທົ່ານັ້ນ ທີ່ເນັ້ນໜັກການຜະລິດສິນຄ້າ ເພື່ອສົ່ງອອກຕ່າງປະເທດ ສ່ວນ 1,700 ກວ່າຫົວໜ່ວຍ ທີ່ຄິດເປັນ 1.4 ເປີເຊັນ ຂອງຫົວໜ່ວຍທຸລະກິດ ທັງໝົດດັ່ງ ກ່າວ ກໍເນັ້ນໜັກທັງການຜະລິດສິນຄ້າ ເພື່ອສົ່ງອອກ ແລະຕອບສະໜອງ ການບໍລິໂພກ ພາຍໃນປະເທດ ຄຽງຄູ່ກັນໄປ.

ພ້ອມກັນນີ້ ການສຳຫຼວດ ຍັງພົບວ່າ 28.2 ເປີເຊັນ ຂອງຫົວໜ່ວຍທຸລະກິດ ທັງໝົດດັ່ງ ກ່າວນີ້ ຕັ້ງຢູ່ໃນເຂດນະຄອນຫຼວງວຽງຈັນ ຮອງລົງມາກໍແມ່ນຫົວໜ່ວຍທຸລະກິດ ທີ່ຕັ້ງຢູ່ ໃນແຂວງສະຫວັນນະເຂດ ຄິດເປັນ 11 ເປີເຊັນ ແລະ ຈຳປາສັກ 9.2 ເປີເຊັນ ສ່ວນເຂດ ທີ່ມີຫົວໜ່ວຍທຸລະກິດນ້ອຍທີ່ສຸດນັ້ນ ກໍຄືແຂວງເຊກອງ ຜົ້ງສາລີ ແລະຫຼວງນ້ຳທາ ຊຶ່ງມີ ຫົວໜ່ວຍທຸລະກິດ ຄິດເປັນ 1.2 ເປີເຊັນ, 1.3 ເປີເຊັນ ແລະ 1.8 ເປີເຊັນ ຕາມລຳດັບ.

ກະຊວງແຜນການ ແລະການລົງທຶນ ລາຍງານດ້ວຍວ່າ ໂຄງການ ໜຶ່ງເມືອງ ໜຶ່ງຜະລິດ ຕະພັນ ຫຼື ODOP ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການເພື່ອການຮ່ວມມືສາກົນ ຂອງລັດ ຖະບານຍີ່ປຸ່ນ ຫຼື JICA ນັບຈາກປີ 2008 ເປັນຕົ້ນມາ ສາມາດພັດທະນາຜະລິດຕະພັນ ເປັນສິນຄ້າໄດ້ແລ້ວ 165 ລາຍການ ຊຶ່ງສ່ວນໃຫຍ່ ເປັນສິນຄ້າທີ່ແປຮູບໃນພາກກະສິກຳ ເຊັ່ນ ເຂົ້າກ່ຳ ນ້ຳເຜິ້ງລ້ຽງ ແລະນ້ຳເຜິ້ງທຳມະຊາດ ເກືອໂບຮານ ຊີ້ນສະຫວັນ ນ້ຳຫວານ ຫາງແຂ້ ນ້ຳໝາກຍໍ ຜະລິດຕະພັນຈາກຫວາຍ ຜະລິດຕະພັນຈາກເສັ້ນໃຍກ້ວຍ ນ້ຳໝາກ ໄມ້ປອດສານພິດ ເຄື່ອງປັ້ນດິນເຜົາ ແລະທູບຫອມ ເປັນຕົ້ນ.

ແຕ່ຢ່າງໃດກໍຕາມ ການພັດທະນາຜະລິດຕະພັນດັ່ງກ່າວ ກໍຖືວ່າ ໄດ້ມີການຂະຫຍາຍຕົວ ຢ່າງຊັກຊ້າຫຼາຍ ເນື່ອງຈາກວ່າ ຜະລິດຕະພັນທັງ 165 ລາຍການນີ້ ເປັນຜົນຜະລິດຂອງ 45 ຫົວໜ່ວຍການຜະລິດ ທີ່ນອນຢູ່ໃນ 45 ບ້ານຂອງ 29 ເມືອງໃນເຂດ 12 ແຂວງ ໂດຍ ຫົວໜ່ວຍການຜະລິດສ່່ວນໃຫຍ່ ກໍນອນຢູ່ໃນ 4 ແຂວງ ເປົ້າໝາຍເທົ່ານັ້ນອີກດ້ວຍ ກໍຄື ແຂວງສະຫວັນນະເຂດ ຈຳປາສັກ ວຽງຈັນ ແລະ ແຂວງຄຳມ່ວນ.

ທາງດ້ານກະຊວງອຸດສາຫະກຳ ແລະການຄ້າ ກໍລາຍງານການສຳຫຼວດກ່ຽວກັບ ຄວາມ ພ້ອມໃນການແຂ່ງຂັນ ຂອງບັນດາວິສາຫະກິດ ຂະໜາດກາງໃນລາວວ່າ ຫຼາຍກວ່າ 37,000 ແຫ່ງ ທີ່ບໍ່ມີຄວາມພ້ອມຈະແຂ່ງຂັນທາງດ້ານການຕະຫຼາດພາຍຫລັງຈາກ 10 ປະເທດ ສະມາຊິກຂອງອາຊຽນ ໄດ້ເຊື່ອມຕໍ່ເສດຖະກິດເຂົ້າດ້ວຍກັນ ນັບແຕ່ວັນທີ 31 ທັນວາ 2015 ເປັນຕົ້ນມາແລ້ວ.

ໂດຍມີສາເຫດມາຈາກ ການທີ່ບັນດາວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງເຫຼົ່ານີ້ ຍັງມີການຜະລິດສິນຄ້າ ທີ່ມີລະດັບຄຸນນະພາບຕ່ຳ ເພາະຍັງຂາດຄວາມຮູ້ຄວາມເຂົ້າໃຈ ແລະບໍ່ມີທັກຊະໃນການຜະລິດສິນຄ້າ ທີ່ເປັນທີ່ຕ້ອງການຂອງຕະຫຼາດ ແລະບໍ່ມີຫລັກວິ ຊາການຜະລິດສິນຄ້າ ທີ່ໄດ້ມາດຕະຖານ ໂດຍການແກ້ບັນຫາດັ່ງກ່າວນີ້ ຈຳເປັນຈະຕ້ອງ ໃຊ້ເງິນທຶນຫຼາຍກວ່າ 7,000 ຕື້ກີບ ເພື່ອຍົກລະດັບຄຸນນະພາບການບໍລິຫານ ແລະການ ຜະລິດສິນຄ້າຂອງ SME ໃນລາວໃຫ້ດີຂຶ້ນ ຫາກແຕ່ວ່າ ລັດຖະບານລາວ ກໍມີເງິນທຶນ ທີ່ໄດ້ຮັບການຈັດສັນ ຈາກທະນາຄານໂລກພຽງແຕ່ 96 ຕື້ກີບ ເທົ່ານັ້ນ.

XS
SM
MD
LG