ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ຕ້ອງສົງໄສ ຄົນສຳຄັນ ໃນການໂຈມຕີ ຮ້ານກາເຟ ຢູ່ບັງກລາແດັສ ຖືກຍິງຕາຍ


ຕຳຫລວດບັງກລາແດັສ ຍ່າງຜ່ານຮ້ານກາເຟ Holey Artisan Bakery ບ່ອນທີ່ພວກກໍ່ການຮ້າຍໂຈມຕີ ຢູ່ນະຄອນຫຼວງດາກາ.
ຕຳຫລວດບັງກລາແດັສ ຍ່າງຜ່ານຮ້ານກາເຟ Holey Artisan Bakery ບ່ອນທີ່ພວກກໍ່ການຮ້າຍໂຈມຕີ ຢູ່ນະຄອນຫຼວງດາກາ.

ຕຳຫຼວດທີ່​ນະຄອນຫຼວງບັງ​ກລາ​ແດັສ ກ່າວ​ໃນ​ວັນ​ສຸກ​ມື້ນີ້ວ່າ ຕົນ​ໄດ້​ຍິງ​ຕາຍ​ຜູ້​ຕ້ອງ​ສົງ​ໄສທີ່​ສຳຄັນ​ຄົນ​ນຶ່ງ ​ໃນ​ການ​ໂຈມ​ຕີ​ທີ່​ໂຫດຮ້າຍປ່າ​ເຖື່ອນ ​ຢູ່​ຮ້ານ​ກາ​ເຟ ​ໃນ​ນະຄອນ​ດາ​ກາ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ທ້າວ Nurul Marjan ທີ່​ເຊື່ອ​ກັນ​ວ່າ ​ເປັນ​ນຶ່ງ​ໃນ​ຈຳນວນ​ຜູ້​ວາງ​ແຜນໂຈມ​ຕີ​ຮ້ານ​ກາ​ເຟ Artisan Bakery ທີ່​ນະຄອນຫຼວງດາ​ກາ ​ໃນ​ເດືອນ​ກໍລະກົດ ບ່ອນ​ທີ່​ໂຕ​ປະກັນ 20 ຄົນ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ເປັນ​ຊາວ​ຕ່າງປະ​ເທດ ​ໄດ້​ຖືກ​ສັງຫານ.

ຕຳຫຼວດກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ​ເປັນ​ຜູ້​ກໍ່​ການ​ຮ້າຍ​ອີກ​ຄົນ​ນຶ່ງກໍ​ໄດ້​ຖືກ​ຂ້າ​ຕາຍ ໃນ​ການ​ຍິງ​ຕໍ່ສູ້​ກັນ​ເຊົ້າມື້ນີ້. ​ຜູ້​ກໍ່​ການ​ຮ້າຍ​ຄົນທີ​ສອງແມ່ນ​ໃຜ​ນັ້ນ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ໃນ​ເວ ລາ​ນີ້.

​ໃນ​ຂະນະ​ທີ່​ກຸ່ມ​ລັດ​ອິສລາມ ​ໄດ້​ອ້າງ​ເອົາຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີ ​ຮ້ານ​ກາ​ເຟ​ດັ່ງກ່າວ​ ​ແຕ່​ເຈົ້າໜ້າ​ທີ່​ບັງ​ກລາ​ແດັສ ກ່າວ​ວ່າ ພວກ​ໂຈມ​ຕີ​ແມ່ນ​ເປັນສະມາຊິກ​ຂອງ​ກຸ່ມ Jamaat-ul-Majahideen ບັງ​ກລາ​ແດັສ ຊຶ່ງ​ເປັນ​ກຸ່ມ​ຈັດຕັ້ງພາຍ​ໃນ​ປະ​ເທດ​ທີ່​ຖືກ​ທາງ​ການ​ຫ້າມ​ມາ​ໄດ້ 10 ກວ່າ​ປີ​ແລ້ວ.

ນັບ​ຕັ້ງ​ແຕ່ ​ໄດ້​ມີ​ການ​ໂຈມ​ຕີ ​ຮ້ານ​ກາ​ເຟ​ແຫ່ງ​ນີ້ ກຳລັງ​ຮັກສາ​ຄວາມ​ສະຫງົບ​ ໄດ້​ສັງ​ຫານ​ພວກ​ຫົວ​ຮຸນ​ແຮງ​ຈັດ​ອິສລາມ​ 45 ຄົນ​ແລ້ວ.

​ບັງ​ກລາ​ແດັສ ໄດ້​ປະ​ເຊີນ​ກັບ​ຄື້ນຟອງ​ການ​ໂຈມ​ຕີ​ໃນ​ໄລຍະ​ສອງ​ສາມ​ປີ​ທີ່​ຜ່ານ​ມານີ້ຕໍ່​ພວກ​ຂຽນ​ຂ່າວ​ລົງ​ອິນ​ເຕີ​ແນັດ​ ພວກ​ນັກ​ຂຽນ ຜູ້​ພິມ​ຜູ້​ໂຄສະນາ ສະມາຊິກ​ຂອງຊົນ​ກຸ່ມ​ນ້ອຍ ​ແລະ​ຊາວ​ຕ່າງປະ​ເທດສິບ​ກວ່າ​ຄົນ.

Bangladesh Terroism
please wait
Embed

No media source currently available

0:00 0:00:59 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG