ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເສລີພາບ ດ້ານການຂ່າວ ຢູ່ມຽນມາ ດີຂຶ້ນ


Actress Angelina Jolie, a United Nations High-Commissioner for Refugees (UNHCR) Special Envoy, meets Baw Meh, age 75, from Myanmar, at the Ban Mai Nai Soi refugee camp near the border with Thailand. (AFP/UNHCR/Roger Arnold)
Actress Angelina Jolie, a United Nations High-Commissioner for Refugees (UNHCR) Special Envoy, meets Baw Meh, age 75, from Myanmar, at the Ban Mai Nai Soi refugee camp near the border with Thailand. (AFP/UNHCR/Roger Arnold)
ກຸ່ມປົກປ້ອງສິດທິມະນຸດນາໆຊາດ ນັກຂ່າວບໍ່ມີພົມແດນ ຫຼື
Reporters Without Border ເວົ້າວ່າ ມຽນມາໄດ້ກາຍມາ
ເປັນຈຸດເດັ່ນອັນນຶ່ງໃນຈໍານວນຈຸດເດັ່ນ ທີ່ມີຢູ່ສອງສາມບ່ອນ
ໃນຂົງເຂດເອເຊຍ ເມື່ອເວົ້າເຖິງ ເສລີພາບໃນດ້ານຂ່າວສານ
ໃນປີກາຍນີ້.

ມຽນມາ ຊຶ່ງຕັ້ງຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້ ຕາມປະເພ
ນີແລ້ວ ເປັນປະເທດນຶ່ງທີ່ມີການກົດຂີ່ໃນດ້ານນີ້ຫຼາຍທີ່ສຸດຢູ່ໃນ
ຂົງເຂດໄດ້ກ້າວຂຶ້ນ 18 ຂັ້ນໃນດັດຊະນີເສລີພາບດ້ານຂ່າວສານ
ປະຈໍາປີ ຂອງກຸ່ມດັ່ງກ່າວ ທັງນີ້ ກໍຍ້ອນວ່າ ມີການປະຕິຮູບການ
ກວດກາຄວບຄຸມຂ່າວແລະການປ່ອຍຕົວພວກນັກຂ່າວທີ່ຖືກຈໍາ
ຄຸກ.

ແຕ່ວ່າລາຍງານທີ່ພິມເຜີນແຜ່ໃນວັນພຸດວານນີ້ ໄດ້ສະແດງໃຫ້ເຫັນວ່າ ໂດຍລວມແລ້ວ ເສລີພາບດ້ານຂ່າວສານ ແມ່ນໄດ້ຫຼຸດໜ້ອຍຖອຍລົງຢູ່ທົ່ວຂົງເຂດເອເຊຍປາຊີຟິກ ເປັນປີ ທີສອງລຽນຕິດ ໃນປີ 2012.

ໂດຍສະເພາະແລ້ວ ກຸ່ມດັ່ງກ່າວເວົ້າວ່າ ບໍ່ມີຄວາມກ້າວໜ້າດ້ານນີ້ ຢູ່ໃນເກົາ ຫລີເໜືອ, ຈີນ, ຫວຽດນາມ ຫລືລາວ ຊຶ່ງປະເທດທັງໝົດເຫລົ່ານີ້ແມ່ນມີການປົກຄອງໂດຍລັດຖະ ບານຜະເດັດການ ຊຶ່ງກຸ່ມປົກປ້ອງສິດທິມະນຸດນີ້ ເອີ້ນວ່າເປັນ “ພວກປຸ້ນສະດົມເສລີພາບ ໃນດ້ານຂ່າວສານ” ນັ້ນ.

ຈາກຈໍານວນ 179 ປະເທດທີ່ຢູ່ໃນດັດຊະນີເສລີພາບດ້ານການຂ່າວນັ້ນ, ເກົາ ຫລີເໜືອ ແມ່ນຕິດອັນດັບເກືອບລາກທ້າຍໝູ່ ຊຶ່ງໄດ້ທີ 178 ໃນຂະນະທີ່ຈີນ ໄດ້ທີ 174, ຫວຽດ ນາມໄດ້ທີ 172, ມຽນມາ ໄດ້ທີ 169, ລາວ ໄດ້ທີ 165, ໄທ ໄດ້ທີ 137 ແລະກໍາປີເຈຍ ແມ່ນ ໄດ້ທີ 117.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG