ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ. ໂອ​ບາ​ມາ ກ່າວໃນພິທີ ໄວ້ອາໄລ ໃຫ້ຕຳຫຼວດ ໃນນະຄອນ Dallas


US Shooting
please wait
Embed

No media source currently available

0:00 0:00:57 0:00

ປະທານາທິບໍດີສະ​ຫະລັດ ທ່ານ​ບາຣັກ ໂອ​ບາ​ມາ ຈະກ່າວ​ຄຳ​ປາ​ໄສ ​ທີ່ນະຄອນ Dallas ລັດ Texas ໃນ​ພິທີໄວ້ອາ​ໄລ ​ໃຫ້​ແກ່​ຕຳຫຼວດ 5 ທ່ານ ທີ່​ໄດ້​ຖືກ​ຍິງ​ສັງຫານ ​ໃນ​ສັບປະດາແລ້ວ​ນີ້ ​ໃນ​ລະຫວ່າງ​ທີ່​ມີ​ການ​ເດີ​ນຂະ​ບວນ​ປະ​ທ້ວງ​ຢູ່​ນັ້ນ.

ຄັ້ງ​ນີ້ ຈະ​ເປັນ​ຄັ້ງ​ທີ 11 ​ໃນ​ການ​ຖະ​ແຫຼ​ງ​ແບບ​ນີ້ ລະຫວ່າງ​ທີ່​ທ່ານ​ເປັນ​ປະທານາທິບໍດີ ຕໍ່ປະຊາ​ຄົມ​ໃນ​ເຂດ​ທ້ອງ​ຖິ່ນ​ ຫຼັງ​ຈາກ​ທີ່​ໄດ້​ມີ​ການຍິງ​ສັງຫານ​ໜູ່​ເກີດ​ຂຶ້ນ​.

​ເຂົ້າຮ່ວ​ມ​ໃນ​ພິທີ​ດັ່ງກ່າວ ກໍ​ມີຮອງປະທານາທິບໍດີ Joe Biden ພ້ອມ​ທັບອະດີດ​ປະທານາ ທິບໍດີ ທ່ານ George W. Bush. ​ໂຄສົກທຳນຽບຂາວທ່ານ Josh Earnest ​ໄດ້ກ່າວວ່າ ທ່ານ​ໂອ​ບາ​ມາ ຕ້ອງການ​ທີ່​ຈະ​ເປັນ​ກຳລັງ​ໃຈ​ໃຫ້​ແກ່​ປະຊາຊົນ​ທົ່ວ​ປະ​ເທດ ຫຼັງ​ຈາກ​ມີ​ການ​ໂຈມ​ຕີ​ທີ່​ນະຄອນ Dallas ​ແລະ​ການ​ສັງຫານຜູ້​ຊາຍ​ຊາວເມຣິກັນ​ເຊື້ອສາຍ​ອາ​ຟຣິກາ ໂດຍ​ ຕຳຫຼວດ ທີ່​ຍັງ​ຜົນ​ໃຫ້​ມີ​ການ​ປະ​ທ້ວງ​ທີ່​ຂະຫຍາ​ຍວົງ​ກວ້າງ​ອອກ​ໄປ​ໃນ​ຫຼາຍຫົວ​ເມືອງທົ່ວ​ປະ​ເທດ​.

President Obama to Address Memorial for Dallas Officers
please wait

No media source currently available

0:00 0:01:42 0:00



“ປະທານາທິບໍດີ​ຮັບ​ຮູ້ແລ້ວ​ວ່າ ນີ້ບໍ່​ແມ່ນ​ສຳ​ຫຼັບ​ແຕ່​ປະຊາ​ຄົມ​ໃນນະຄອນ Dallas ​ ເທົ່າ​ນັ້ນ ທີ່ເສົ້າໂສກສະ​ຫຼົດ​ໃຈ​ແຕ່​ວ່າ​ຜູ້​ຄົນໃນທົ່ວ​ປະ​ເທດ ທີ່​ເປັນ​ຫວ່ງ​ເປັນ​ໃຍ ຕໍ່​ຄວາມ​ຮຸນ​ແຮງ​ທີ່​ຊາວ​ອາ​ເມຣິກັນ​ໄດ້ຮູ້​ເຫັນເປັນ​ພິຍານນຳ ​ໃນ​ສັບ​ປະດາ​ທີ່​ຜ່ານ​ມາ” ຊຶ່ງ​ທ່ານ Earnest​ ໄດ້​ກ່າວ​ໄວ້ ແລະ​ “ຄວາມ​ຈິງ ກໍ​ຄື​ວ່າ ຄວາມ​ຮຸນ​ແຮງ​ທີ່ພວກ​ເຮົາ​ໄດ້​ພົບເຫັນ​ນັ້ນ ບໍ່​ແມ່ນ​ພຽງ​ແຕ່​ໄດ້​ເກີດ​ຂຶ້ນຂ​ໃນ​ສັບປະດາ​ແລ້ວ​ນີ້ ​ແຕ່​ວ່າມັນ​ໄດ້​ເກີດ​ຂຶ້ນ​ເລື້ອຍໆ ​ ໃນ​ໄລຍະຫຼາຍໆ​ປີ​ທີ່​ຜ່ານ​ມານີ້.”

ນຶ່ງໃນບັນດາຫຼາຍໆຂໍ້ຄວາມທີ່ບັນຈົງຂຽນເພື່ອໄວ້ອາໄລ ແກ່ພວກຕຳຫຼວດທີ່ໄດ້ຮັບເຄາະຈາກການຍິງສັງຫານໝູ່ ທີ່ຂຽນໄວ້ປະທັບໃຈ ທີ່ມີຂໍ້ຄວາມວ່າ “Stop the madness, ທີ່ມີຄວາມໝາຍວ່າ ຍຸຕິຄວາມບ້າຄັ້ງເສຍ” 11 ກໍລະກົດ, 2016. (M. O'Sullivan/VOA)
ນຶ່ງໃນບັນດາຫຼາຍໆຂໍ້ຄວາມທີ່ບັນຈົງຂຽນເພື່ອໄວ້ອາໄລ ແກ່ພວກຕຳຫຼວດທີ່ໄດ້ຮັບເຄາະຈາກການຍິງສັງຫານໝູ່ ທີ່ຂຽນໄວ້ປະທັບໃຈ ທີ່ມີຂໍ້ຄວາມວ່າ “Stop the madness, ທີ່ມີຄວາມໝາຍວ່າ ຍຸຕິຄວາມບ້າຄັ້ງເສຍ” 11 ກໍລະກົດ, 2016. (M. O'Sullivan/VOA)

ທ່ານ Earnest ​ໄດ້​ກ່າວ​ວ່າ ທ່ານ​ໂອ​ບາ​ມາ ຈະເຂົ້າ​ຮ່ວມ​ກອງ​ປະຊຸມ ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້ ທີ່​ທຳນຽບຂາວ ກັບ​ບັນດາ​ເຈົ້າ​ໜ້າ​ທີ່ ພວກ​ນັກ​ເຄື່ີອນ​ໄຫວ ພວກ​ນັກວິຊາການ​ແລະ​ພວກຜູ້ນຳ​ສິດທິ​ພົນລະ​ເຮືອນ ທີ່​ພະຍາຍາມ​ຈັດ​ໃຫ້​ມີ​ການ​ໂອ​ລົມ​ສົນທະນາ​ເຖິງ​ການ​ຫາ​ທາງ​ອອກ​ທີ່​ດີ ຕໍ່​ການ​ບໍ່​ເຂົ້າ​ໃຈ​ກັນ ລະຫວ່າງ​ຕຳຫຼວດ​ແລະ​ປະຊາຊົນ ​ຢູ່ໃນ​ຫຼາຍໆ​ປະຊາ​ຄົມ.

ກ່ອນ​ພິທີໄວ້ອາ​ໄລ​ນັ້ນ ​ໄດ້​ມີ​ຜູ້​ຄົນ​ຈຳນວນ​ຫຼາຍ​ກວ່າ​ພັນ​ຄົນ ພາກັນ​ເຂົ້າຮ່ວມ​ການ​ຈູດ​ທູບ​ທຽນໄວ້ອາ​ໄລ​ຝຫ້​ພວກ​ທີ່​ເສຍ​ຊີວິດ​ໄປ ​ໃນ​ວັນ​ຈັນ​ວານ​ນີ້ ​ທີ່ນະຄອນ Dallas ບ່ອນ​ທີ່​ຜູ້​ບັນ ຊາ​ການ​ຕຳຫຼວດ ທ່ານ David Brown ຍົກ​ຍ້ອງດ້ວຍ​ການປຽບທຽບ​ຕຳຫຼວດໃຫ້ເປັນ​ວິລະ ​ບຸລຸດທີ່​ເກັ່ງ​ກ້າ​ສາມາດ​ນັ້ນ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG