ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ເວົ້າຢອກຫຼິ້ນ ກັບເພື່ອນໆ ແລະ ພວກຄູ່ປໍລະປັກ ຢູ່ງານລ້ຽງ ໃນນະຄອງຫຼວງວໍຊິງຕັນ


ປະທານາທິບໍດີ Barack Obama ເວົ້າຕະຫລົກ ກັບບັນດານເພື່ອນນັກການເມືອງ, ພວກນັກສື່ຂ່າວ ຢູ່ໃນງານລ້ຽງອາຫານຄ່ຳ ປະຈຳປີ ສຳລັບຜູ້ສື່ຂ່າວ ຂອງທຳນຽບຂາວ ຢູ່ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 30 ເມສາ 2016.
ປະທານາທິບໍດີ Barack Obama ເວົ້າຕະຫລົກ ກັບບັນດານເພື່ອນນັກການເມືອງ, ພວກນັກສື່ຂ່າວ ຢູ່ໃນງານລ້ຽງອາຫານຄ່ຳ ປະຈຳປີ ສຳລັບຜູ້ສື່ຂ່າວ ຂອງທຳນຽບຂາວ ຢູ່ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 30 ເມສາ 2016.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກາຍເປັນຈຸດສົນໃຈ ສຳຄັນ ໃນງານລ້ຽງອາຫານຄ່ຳ ປະຈຳປີ ສຳລັບຜູ້ສື່ຂ່າວ ຂອງທຳນຽບຂາວ ໃນຂະນະທີ່ ບັນດານັກຂ່າວ ບັນດານັກການເມືອງ ແລະ ພວກດາລາຊື່ດັງ ໄດ້ໄປເຂົ້າຮ່ວມງານ ໃນຄ່ຳຄືນຂອງວັນເສົາວານນີ້ ຢູ່ໃນນະຄອນຫຼວງວໍຊິງຕັນ.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ, ຊ້າຍ, ຟັງນັກຕະຫລົກ ທ່ານ Larry Wilmore ຢູ່ທີ່ ງານລ້ຽງອາຫານຄ່ຳ ປະຈຳປີ ສຳລັບ ສະມາຄົມນັກຂ່າວ ຂອງທຳນຽບຂາວ ຢູ່ໃນນະຄອນຫຼວງວໍຊິງຕັນ, ວັນທີ 30 ເມສາ 2016.
ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ, ຊ້າຍ, ຟັງນັກຕະຫລົກ ທ່ານ Larry Wilmore ຢູ່ທີ່ ງານລ້ຽງອາຫານຄ່ຳ ປະຈຳປີ ສຳລັບ ສະມາຄົມນັກຂ່າວ ຂອງທຳນຽບຂາວ ຢູ່ໃນນະຄອນຫຼວງວໍຊິງຕັນ, ວັນທີ 30 ເມສາ 2016.

ມັນເປັນໂອກາດ ສຳລັບທ່ານໂອບາມາ ຈະເວົ້າຢອກເລັ້ນອີກ ເປັນເທື່ອສຸດທ້າຍ ກ່ຽວກັບ ທ່ານເອງ ພ້ອມກັນກັບເພື່ອນໆ ແລະ ພວກສັດຕູ ຂອງທ່ານ ຕົວຢ່າງສື່ມວນຊົນ ແລະ ລັດຖະສະພາ.

ທ່ານປະທານາທິບໍດີ ໄດ້ບັນລະຍາຍ ເຖິງທ່ານເອງ ວ່າ ເປັນ “ຄົນຜົມຫງອກ ລົບເວລາ ອອກແຕ່ລະມື້ ໄປຈົນເຖິງມື້ຕາຍ.”

ລາຊີນີ ຂອງ Soul ທ່ານນາງ Aretha Franklin ກຳລັງມຸ້ງໜ້າໄປຍັງຫ້ອງຮັບແຂກ ຢູ່ທີ່ ງານລ້ຽງອາຫານຄ່ຳ ປະຈຳປີ ສຳລັບ ສະມາຄົມນັກຂ່າວ ຂອງທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 30 ເມສາ 2016.
ລາຊີນີ ຂອງ Soul ທ່ານນາງ Aretha Franklin ກຳລັງມຸ້ງໜ້າໄປຍັງຫ້ອງຮັບແຂກ ຢູ່ທີ່ ງານລ້ຽງອາຫານຄ່ຳ ປະຈຳປີ ສຳລັບ ສະມາຄົມນັກຂ່າວ ຂອງທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 30 ເມສາ 2016.

ພວກວິຈານໂຄງການຂອງທ່ານ ສຳລັບ ການຮັກສາສຸຂະພາບທົ່ວໄປ ຄື Obamacare ນັ້ນ ໄດ້ຄາດຄະເນຢ່າງຜິດພາດ ວ່າ ຄະນະທີ່ຕາຍນັ້ນ ຈະເປັນຜູ້ຕັດສິນຊາຕາກຳ ຂອງ ພວກຄົນປ່ວຍທີ່ຮ້າຍແຮງ.

ໃນການກ່າວອ້າງເຖິງການເລືອກຕັ້ງປະທານາທິບໍດີ ທີ່ກຳລັງຈະມີຂຶ້ນ ຢູ່ນີ້ ທ່ານໂອບາມາ ກ່າວວ່າ “ປີໜ້າ ໃນເວລາດຽວກັນນີ້ ຈະມີຄົນອື່ນ ຢືນຢູ່ທີ່ແຫ່ງນີ້ ໃນຈຸດນີ້ແຫຼະ ແລະ ມັນ ກໍຈະເປັນການຄາດເດົາຂອງໃຜໆ ວ່າ ຈະເປັນຜູ້ຍິງຄົນໃດ.” ແນ່ນອນແລ້ວ ຈະ ເປັນໃຜ ນອກຈາກ Hillary Clinton ສັງກັດພັກເດໂມແຄຣັດ ທີ່ເປັນຜູ້ຍິງພຽງຄົນດຽວ ທີ່ລົງສະໝັກແຂ່ງຂັນ.

ໃນການກ່າວອ້າງອີກດ້ານໜຶ່ງ ເຖິງ ທ່ານນາງ Clinton ຜູ້ທີ່ໄດ້ມີລາຍງານວ່າ ທ່ານນາງໄດ້ຮັບເງິນຫຼາຍລ້ານໂດລາ ຈາກການກ່າວຄຳປາໄສ ໃຫ້ແກ່ ທຸລະກິດທີ່ມີອຳນາດສູງຕ່າງໆ ຊຶ່ງທ່ານໂອບາມາ ກ່າວວ່າ “ຖ້າວ່າ ເນື້ອຫາອັນນີ້ ໄປໄດ້ດີ ຂ້າພະເຈົ້າຈະໃຊ້ມັນ ຢູ່ທີ່ ບໍລິສັດ Goldman Sachs ໃນປີໜ້າ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG