ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາແຫ່ງ ສະຫະລັດ ຢ້ຽມຢາມ ນະຄອນ Hiroshima


President Obama Makes History, Confronts the Past at Hiroshima
please wait

No media source currently available

0:00 0:02:54 0:00

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ໄດ້ສ້າງປະ ຫວັດສາດ ໃນວັນສຸກ ອາທິດແລ້ວນີ້ ໂດຍຍ່າງຜ່ານອະນຸສອນ​ສະຖານທີ່​ສວນສັນຕິພາບ ​ໃນນະຄອນ Hiro- shima ກັບນາຍົກລັດຖະມົນຕີຍີ່ປຸ່ນທ່ານ Shinzo Abe. Hiroshima ແມ່ນເມືອງທີ່ເຮືອ ບິນລົບສະຫະລັດ ໄດ້ຖີ້ມລະເບີດປະລະມານູລູກທຳອິດຂອງ​ໂລກ ລົງໃສ່​ເມື່ອວັນທີ 6 ສິງ ຫາປີ 1945 ລະຫວ່າງ ສົງຄາມໂລກຄັ້ງທີສອງ ທີ່ເຮັດໃຫ້ມີຜູ້ເສຍຊີວິດຫລາຍສິບພັນຄົນ ແລະ​ເຮັດ​ໃຫ້ນຶ່ງຊົ່ວຄົນຕໍ່​ມາ​ເຈັບ​ປ່ວຍ​ຍ້ອນ​ກຳ​ມັນ​ຕະ ພາບ​ລັງສີ. ນັກຂ່າວວີໂອເອ Cindy Saine ​ແມ່ນ​ຜູ້​ນຶ່ງ​ທີ່​ໄດ້​ຮ່ວມ​ເປັນ​ສັກຂີພິຍານ ຢູ່ໃນພິທີອັນມີກຽດ ຊຶ່ງ ກິ່ງສະຫວັນ ຈະນຳ​ເອົາ​ລາຍ​ລະອຽດ​ມາສະເໜີທ່ານ.

ຊາວຍີ່ປຸ່ນຫລາຍສິບພັນຄົນໄດ້ພາກັນຮ້ອງໂຮ ຕ້ອນຮັບຂະບວນລົດປະທານາທິບໍດີ ໃນ ຂະນະທີ່ທ່ານພວມເດີນທາງ ໄປສູ່ອະນຸສອນສະ ຖານ ທີ່​ສວນສັນຕິພາບ ໃນນະຄອນ Hiroshima ຊຶ່ງເປັນຈຸດສູນກາງ ຂອງການຖີ້ມລະເບີດປະລະມານູ ໃນປີ 1945 ທີ່ໄດ້ທຳ ລາຍສ່ວນ​ໃຫຍ່ ຂອງ​ນະຄອນ​ດັ່ງກ່າວ.

ປະທານາທິບໍດີ Obama ໄດ້ອະທິບາຍວ່າ ເປັນຫຍັງທ່ານຈຶ່ງໄດ້ຕັດສິນໃຈມາທີ່ນີ້​ໃນ​ ຂະນະທີ່ບໍ່ມີປະທານາທິບໍດີສະຫະລັດຄົນ​ອື່ນ​ໃດໄດ້ກະທຳ.

ປະທານາທິບໍດີ Barack Obama ກ່າວວ່າ “ນີ້ເປັນເພາະວ່າ ພວກເຮົາມາສະຖານທີ່ນີ້. ພວກເຮົາຢືນຢູ່ທີ່ນີ້ ໃຈກາງນະຄອນ​ແຫ່ງນີ້ ແລະບັງຄັບໃຫ້ພວກເຮົາວາດ​ພາບ​ເຖິງ ເວ ລາ ທີ່ລະເບີດຕົກລົງມາ. ພວກເຮົາບັງຄັບເຮົາເອງ ໃຫ້ມີຄວາມຮູ້ສຶກ ເຂົ້າໃຈເຖິງ ຄວາມ​ ຢ້ານ​ກົວ ຂອງພວກເດັກ ນ້ອຍ ທີ່ສັບສົນໃນສິ່ງທີ່ເຂົາເຈົ້າເຫັນ. ພວກ ເຮົາພາ ກັນຟັງການ ຮ້ອງໃຫ້ທີ່ບໍ່ມີສຽງ. ພວກເຮົາຈື່ຈຳຜູ້ໄຮ້ດຽງສາທຸກໆຄົນທີ່ ເສຍ ຊີວິດ ຈາກສົງຄາມອັນຮ້າຍ ແຮງຢູ່ທົ່ວທຸກຫົນແຫ່ງແລະສົງຄາມຕ່າງໆທີ່ເກີດຂຶ້ນກ່ອນ ແລະ ສົງຄາມທີ່ໄດ້ ຕິດຕາມມາ.”

ສະຖານ​ທີ່​ແຫ່ງນີ້ ​ໃນ​ຄັ້ງນຶ່ງເປັນທີ່ແຕກຕ່າງທີ່ສຸດ ຊຶ່ງ​ໄດ້​ຖືກປະປ່ອຍໃຫ້​ເຫລືອ​ແຕ່ຊາກ ຫັກພັງ ແລະປະຮ້າງ​ໃນ​ຕອນທ້າຍຂອງສົງຄາມໂລກຄັ້ງທີສອງ.

ແຕ່​ດຽວນີ້ ນະຄອນ Hiroshima ອີກຄັ້ງນຶ່ງໄດ້ເປັນເມືອງທ່າ ທີ່ເຕັມໄປດ້ວຍຊີວິດຊີວາ. ແຕ່ກໍຍັງມີຄວາມຊົງຈຳອັນເຈັບປວດທີ່​ເຫລືອຢູ່. ປະທາ ນາທິບໍດີໄດ້ພົບກັບຜູ້ລອດ ຊີວິດ ສອງຄົນຈາກການຖິ້ມລະເບີດແລະຄອບ ຄົວຂອງເຂົາເຈົ້າ.

ປະທານາທິບໍດີ Obama ກ່າວວ່າ ໃນຂະນະທີ່ອະດີດຜ່ານມາບໍ່ສາມາດລືມໄດ້ນັ້ນ ຄວາມ ຊົງຈຳ​ແ​ມ່ນສາມາດ ແລະ ຊ່ວຍໃຫ້ມີອະນາຄົດອັນດີຂຶ້ນ​ໄດ້.

ປະທານາທິບໍດີ Obama ກ່າວອີກວ່າ “ໂລກໄດ້ມີການປ່ຽນແປງແຕ່ນັ້ນມາຢູ່ທີ່ນີ້. ແຕ່ ວ່າມື້ນີ້ພວກເດັກນ້ອຍຢູ່ໃນນະຄອນນີ້ຈະດຳເນີນຊີວິດ​ໃນ ​ແຕ່​ລະມື້ດ້ວຍຄວາມສະງົບ. ນັ້ນ​ແມ່ນ​ສິ່ງ​ທີ່​ປະ​ເສີດ​ສຸດ. ມັນ​ຄຸ້ມ​ຄ່າ​ທີ່​ຈະ ປົກ​ປ້ອງ​ແລະ​ຂະຫຍາຍ​ໄປ​ສູ່​ເດັກນ້ອຍ​ ທຸກໆ​ຄົນ. ນັ້ນແມ່ນອະນາຄົດທີ່ເຮົາສາມາດເລືອກໄດ້. ອະນາຄົດອັນທີ່ນະຄອນ Hiroshima ແລະເມືອງ Nagasaki ເປັນທີ່ຮູ້ຈັກ ບໍ່ແມ່ນ​ໃນ​ການ​ເລີ້ມຕົ້ນຂອງ​ການ​ເຮັດ​ສົງຄາມປະລະມານູ ແຕ່ວ່າເປັນບ່ອນເລີ້ມຕົ້ນ​ໃນຄວາມຕື່ນໂຕກ່ຽວ​ກັບສິນ ລະທຳ.”

ປະທານາທິບໍດີ Obama ແລະນາຍົກລັດຖະມົນຕີ Shinzo Abe ຍັງໄດ້ວາງພວງມາລາ ເພື່ອ​ໄວ້ອາ​ໄລ​ໃຫ້ຫລາຍສິບພັນຄົນ ທີ່ໄດ້ເສຍຊີວິດຍ້ອນການຖີ້ມລະເບີດ ແລະຫລາຍ ລ້ານຄົນທີ່ໄດ້ເສຍຊີວິດ​ໃນລະຫວ່າງສົງຄາມໂລກຄັ້ງທີສອງ.

ນະ​ຄອນ Hiroshima ເປັນບ່ອນຢຸດແວ່ສຸດທ້າຍ​ໃນການເດີນທາງຢ້ຽມ ຢາມເອເຊຍ ຂອງ ປະທານາທິບໍດີ Obama ຊຶ່ງ​ນອກ​ນັ້ນ ທ່ານຍັງ​ໄດ້ໄປຢ້ຽມຢາມຫວຽດນາມ ແລະ​ເຂົ້າ ຮ່ວມ ກອງປະຊຸມສຸດຍອດປະຈຳປີຂອງ​ກຸ່ມ G-7. ການສ້າງ​ຄວາມ​ປອງ​ດອງເພື່ອ​ຄືນ​ດີ​ກັບອະດີດສັດຕູປາກົດວ່າເປັນ​ເນື້ອ​ຫາ​ທີ່​ສຳຄັນໃນການເດີນທາງໄປຫວຽດນາມ ແລະ ຍີ່ປຸ່ນຄັ້ງນີ້.

XS
SM
MD
LG