ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ເດີນທາງ ນຶ່ງອາທິດ ເພື່ອຢ້ຽມຢາມ ຫວຽດນາມ ແລະ ຍີ່ປຸ່ນ


ພວກນົກກາງແກ ບິນຢູ່ເທິງສວນອະນຸສອນສັນຕິພາບ ຫຼື Peace Memorial Park ພ້ອມດ້ວຍຫໍ Atomic Bomb Dome ຢູ່ດ້ານຫຼັງ, ໃນພິທີລະນຶກເຖິງ ການຖິ້ມລະເບີດ ປາຣະມະນູໃສ່ນະຄອນ Hiroshima, ປະເ່ທດຍີ່ປຸ່ນ, ຮູບຖ່າຍ ວັນທີ 6 ສິງຫາ 2015.
ພວກນົກກາງແກ ບິນຢູ່ເທິງສວນອະນຸສອນສັນຕິພາບ ຫຼື Peace Memorial Park ພ້ອມດ້ວຍຫໍ Atomic Bomb Dome ຢູ່ດ້ານຫຼັງ, ໃນພິທີລະນຶກເຖິງ ການຖິ້ມລະເບີດ ປາຣະມະນູໃສ່ນະຄອນ Hiroshima, ປະເ່ທດຍີ່ປຸ່ນ, ຮູບຖ່າຍ ວັນທີ 6 ສິງຫາ 2015.

ປະທານາທິບໍດີ ສຫລ ທ່ານ ບາຣັກ ໂອບາມາ ໄດ້ເດີນທາງອອກຈາກ​ Washington ແລ້ວ ເພື່ອຢ້ຽມຢາມວຽດນາມແລະຍີ່ປຸ່ນນຶ່ງອາທິດ ຊຶ່ງເປັນການຢ້ຽມຢາມເອເຊຍຄັ້ງທີ 10 ຂອງທ່ານ ນັບຕັ້ງແຕ່ໄດ້ຂຶ້ນດຳຣົງ ຕຳແໜ່ງເປັນຕົ້ນມາ.

ເຮືອບິນ Air Force Oneເຮືອບິນອາຍພົ່ນ ປະຈຳປະທານາທິບໍດີ ສະຫະລັດ ໄດ້ບິນຂຶ້ນ ເມື່ອຕອນບ່າຍ 1 ໂມງ ວັນເສົາ ຕາມເວລາທ້ອງຖິ່ນ ບິນໄລຍະໄກໄປລົງຮ່າໂໜ້ຍ. ລຸນຫຼັງ ການຢຸດແວ່ສອງເທື່ອ ເພື່ອຕື່ມນໍ້າມັນ ແລ້ວ ທ່ານ ໂອບາມາ ກໍມີກຳນົດວ່າ ຈະລົງຈອດ ໃນເວລາ ປະມານ 24 ຊົ່ວໂມງຕໍ່ມາ ທີ່ນະຄອນຫຼວງຂອງວຽດນາມ ບ່ອນທີ່ຈະເປັນຕອນ ເຊົ້າ ຂອງວັນຈັນ ຕາມເວລາທ້ອງຖິ່ນ ແຕ່ຈະເປັນຕອນບ່າຍໃນນະຄອນຫຼວງ ສະຫະລັດ.

ພວກເຈົ້າໜ້າທີ່ທຳນຽບຂາວກ່າວວ່າ ຄວາມຕັ້ງໃຈຂອງການຢ້ຽມຢາມວຽດນາມ ແລະ ຍີ່ປຸ່ນຄັ້ງນີ້ ແມ່ນເພື່ອສະແດງເຖິງ ຄວາມໝາຍໝັ້ນ ທີ່ມີມາຂອງ ສະຫະລັດ ທີ່ຈະສ້າງ ສາຍພົວພັນ “ອັນກໍ້າເກິ່ງຄືນໃໝ່” ລະຫວ່າງ ພວກປະເທດໃນຂົງເຂດ ເອເຊຍ ແລະ ປາຊີຟິກ. ນອກນັ້ນ ການເດີນທາງຂອງທ່ານ ຍັງຄາດວ່າ ຈະເພີ່ມທະວີ ຄວາມຜູກພັນ ທາງດ້ານການທູດ ການເສດຖະກິດ ແລະຄວາມປອດໄພ ລະຫວ່າງ ສະຫະລັດ ກັບ ພວກປະເທດ ແລະ ປະຊາຊົນເຫຼົ່ານັ້ນ ໃຫ້ຫຼາຍຂຶ້ນຕຶ່ມ.

ໃນລະຫວ່າງຢູ່ປະເທດຍີ່ປຸ່ນ ໃນວັນພະຫັດ ແລະ ວັນສຸກໜ້າ ທ່ານປະທານາທິບໍດີ ສະຫະລັດ ຈະໄປແວ່ Hiroshimaບ່ອນທີ່ລະເບີດປາຣະມະນູ ລູກທຳອິດ ຂອງໂລກ ຖືກຖິ້ມລົງ ໃນການຕໍ່ສູ້ສົງຄາມ ໃນເວລາບໍ່ດົນທໍ່ໃດ ກ່ອນການຍອມແພ້ສົງຄາມ ໃຫ້ ແກ່ ສະຫະລັດ ເພື່ອຍຸຕິສົງຄາມໂລກຄັ້ງທີສອງ. ທ່ານ ໂອບາມາ ຈະເປັນປະທານາທິບໍດີ ສະຫະລັດ ຄົນທຳອິດ ທີ່ຈະໄປຢ້ຽມຍາມສະຖານທີ່ ເອ-ບອມ ດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG