ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ​ໂອ​ບາ​ມາ ຖະແຫຼງຕໍ່​ກອງ​ປະຊຸມ ​ສະມັດຊາ​​ໃຫຍ່ ປະຈຳ​ປີ​ ຂອງອົງການ ສະຫະ​ປະຊາ​ຊາດ


ປ. ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ຖະແຫຼງຕໍ່​ກອງ​ປະຊຸມ​ສະມັດຊາ​​ໃຫຍ່ປະຈຳ​ປີ​ຂອງອົງການສະຫະ​ປະຊາ​ຊາດ ຄັ້ງທີ ​ 71 ທີ່ນະຄອນ ນິວຢ໊ອກ, 20 ກັນຍາ 2016.
ປ. ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ຖະແຫຼງຕໍ່​ກອງ​ປະຊຸມ​ສະມັດຊາ​​ໃຫຍ່ປະຈຳ​ປີ​ຂອງອົງການສະຫະ​ປະຊາ​ຊາດ ຄັ້ງທີ ​ 71 ທີ່ນະຄອນ ນິວຢ໊ອກ, 20 ກັນຍາ 2016.

ໃນ​ຖະ​ແຫຼ​ງການ​ຄັ້ງສຸດ​ທ້າຍຂອງທ່ານ ​ໃນ​ຖານະ​ເປັນປະທານາທິບໍດີສະຫະລັດ ຕໍ່​ກອງ​ປະຊຸມ​ສະມັດຊາໃຫຍ່ປະຈຳ​ປີ​ຂອງອົງການສະຫະ​ປະຊາ​ຊາດ ທີ່​ໄດ້​ຮວມຕົວ​ກັນ​ຂອງ​ຜູ້ນຳ​ທົ່ວ​ໂລກ ​ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ກ່າວ​ເນັ້ນເຖິງຄວາມ​ສຳຄັນ​ຂອງ​ການ​ຮ່ວມມື​ກັນ ​ແທນ​ການຢູ່ໂດດດ່ຽວ. ນອກນັ້ນ ທ່ານ​ຍັງ​ໄດ້ນຳເອົາ​ບັນດາ​ຜູ້ນຳ​ທັງຫຼາຍ ມາເຕົ້າ​ໂຮມ​ກັນ​ໃນ​ກອງ​ປະຊຸມ​ສຸດ​ຍອດ ບ່ອນ​ທີ່​ພວກ​ເພິ່ນ​ໄດ້​ປະຕິຍານ​ຕົນ​ຢ່າງເປັນຮູບ ປະທຳ ໃນ​ການຊ່ອຍ​ເຫຼືອພວກ​ອົບ​ພະຍົບນຳ. ​ນັກ​ຂ່າວ​ຂອງ VOA ​Margaret Besheer ມີ​ລາຍ​ງານ​ຈາກອົງການສະຫະ​ປະຊາ​ຊາດ ຊຶ່ງ​ວັນນະ​ສອນ​ຈະ​ນຳ ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ປະທານາທິບໍດີສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້ໄປ​ເຖິງ​ກອງ​ປະຊຸມ​ຊ້າ ເພື່ອ​ການ​ຖະ​ແຫຼ​ງເປັນຄັ້ງສຸດ​ທ້າຍ ​ຕໍ່​ກອງ​ປະຊຸມ​ສະມັດຊາໃຫຍ່ປະຈຳ​ປີ​ຂອງອົງການສະຫະ​ປະຊາ​ຊາດ.

ເມື່ອໃນທີ່ສຸດ ຕອນ​ທີ່​ທ່ານ​ໄດ້​ຂຶ້ນ​ປະຈຳ​ແທ່ນກ່າວຄຳປາໄສນັ້ນ ທ່ານ​ໄດ້​ກ່າວ​ຢ່າງ​ຍືດຍາວ ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ປະສານ​ງານ​ຮ່ວມ​ມື​ກັນ ​ໃນການແກ້​ໄຂ​ບັນຫາການ​ທ້າ ທາຍ ​ໃນ​ທົ່ວໂລກ.

ເຊີນຊົມ: ທ່ານໂອບາມາ ກ່າວເຖິງວິກິດການອົບພະຍົບ

Obama: 'Imagine the Suffering We Could Ease'
please wait

No media source currently available

0:00 0:00:49 0:00

ປະທານາທິບໍດີ ໂອ​ບາ​ມາ ກ່າວ​ວ່າ “​ແລະ​ດັ່ງນັ້ນ​ຂ້າພະ​ເຈົ້າຈຶ່ງ​ເຊື່ອ​ວ່າ ​ໃນ​ຂະນະ​ນີ້ ພວກ​ເຮົາ​ທຸກຄົນພວມປະ​ເຊີນໜ້າ​ກັບ​ທາງ​ເລືອກ​ອັນນຶ່ງ. ພວກ​ເຮົາ​ສາມາດ​ເລັ່ງລັດ ກ້າວເດີນໄປ​ຂ້າງ​ໜ້າ ເລືອກເອົາ​ການຮ່ວມມືແລະລວມຕົວ​ເຂົ້າກັນ ຫຼື ຈະທໍ້ຖອຍ ໃຫ້ກາຍເປັນ ໂລກ ທີ່​ແຕກ​ແຍກ​ກັນຊະຊາຍ ​ແລ້ວ​ໃນ​ທີ່​ສຸດ ​ກໍ​ບໍ່​ລົງ​ຮອຍ​ກັນ ຕາມ​ເສັ້ນ​ທາງ​ແບ່ງແຍກເຂດ​ນ້ຳ​ແດນ​ດິນ​ທີ່​ເກົ່າ​ແກ່ຂອງປະ​ເທດ ຂອງຊົນ​ເຜົ່າ, ​ເຊື້ອ​ຊາດ​ເຜົ່າ​ພັນ​ແລະສາສະ ໜາ.”

ນຶ່ງ​ໃນບັນດາ​ການ​ທ້າ​ທາຍ​ທີ່​ວ່າ​ນີ້ ​ແມ່ນ​ວິກິດການດ່ານ​ອົບ​ພະຍົບ​ໃນ​ທົ່ວ​ໂລກ ທ່ານປະ
ທານາທິບໍດີ ໄດ້ເປັນ​ປະທານ​ກອງ​ປະຊຸມສຸດຍອດ​ຜູ້ນຳ​ທັງຫຼາຍ ຊຶ່ງໄດ້​ເຮັດ​ໃຫ້​ເກີດມີ
ພັນທະ​ໃໝ່ຂຶ້ນມາ ​ໃນ​ການ​ໃຫ້ຄວາມ​ຊ່ອຍ​ເຫຼືອ​ແລະ​ການ​ຕັ້ງ​ຖິ່ນ​ຖານໃໝ່ໃຫ້ພວກອົບ ​ພະຍົບ​ໃນ​ທົ່ວ​ໂລກ.

​ໃນກອງ​ປະຊຸມ​ສະມັດຊາໃຫຍ່ປະຈຳ​ປີ​ຂອງອົງການສະຫະ​ປະຊາ​ຊາດນັ້ນ ນາຍົກລັດຖະ ມົນຕີຄົນ​ໃໝ່​ຂອງ​ອັງກິດ ກໍໄດ້ຂຶ້ນ​ກ່າວ​ຄຳ​ປາ​ໄສ ຊຶ່ງ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາງ.


ນາຍົກລັດຖະມົນຕີ​ອັງກິດ ທ່ານ​ນາງ Theresa May ກ່າວ​ວ່າ “ມັນຄວນເປັນທີ່ຈະ​ແຈ້ງ ແກ່ພວກເຮົາ​ທີ່​ວ່າ ມັນ​ບໍ່​ມີ​ຫຍັງ​ເສຍ​ຫາຍ​ທີ່​ຈະຢາກນຳເອົາຄົນເຂົ້າມາ ​ເພື່ອໃຫ້ມີ​ຊີວິດ​ທີ່​ດີກ​ວ່າເກົ່າ ​ແລະນອກຈາກນັ້ນແລ້ວ​ເສດຖະກິດການເຂົ້າເມືອງທີ່ຖືກ​ຄວບ​ຄຸມ ​ຖືກຕ້ອງ​ຕາມ​ກົດໝາຍ ​ກໍຈະ​ນຳ​ມາ​ຊຶ່ງ​ຜົນ​ປະ​ໂຫຍ​ດໃຫ້ແກ່ເສດຖະກິດ​ຂອງ​ພວກ​ເຮົາ ​ແຕ່​ວ່າ ພວກປະ​ເທດທັງຫຼາຍ ຈະຕ້ອງ​ສາມາດ​ປະຕິບັດ​ແລະ​ຄວບ​ຄຸມ ຊາຍແດນ​ຂອງ​ພວກ​ເຂົາ​ເຈົ້າໃຫ້ໄດ້.”

ເຊີນຊົມ: ລາຍງານທີ່ກ່ຽວຂ້ອງ ທີ່ລາຍງານໂດຍ Margaret Besheer

Refugees, Syria Dominate UN Meetings
please wait

No media source currently available

0:00 0:02:31 0:00

ປະ​ເທດ​ເທີ​ກີ ພວມ​ຮັບ​ເອົາ​ອົບ​ພະຍົບ ຊາວ​ຊີ​ເຣຍ 2 ລ້ານ 5 ​ເ​ເສນ ຄົນ ​ແຕ່​ປະທານາທິບໍດີ​ເທີ​ກີ ທ່ານ Erdogan ​ໄດ້​ກ່າວ​ວ່າ ​ເຖິງ​ແມ່ນ​ຈະ​ໄດ້​ຮັບ​ເງິນ​ຈຳນວນ ແຕ່ພຽງ 525 ລ້ານ​ໂດ​ລາກໍຕາມ ຈາກ​ການ​ຊ່ອຍ​ເຫຼືອ​ນາໆ​ຊາດ ​ໃນ​ຮອບ 6 ປີຜ່ານມາ ເທີ​ກີ ກໍຍັງ​ຈະ​ສືບ​ຕໍ່​ຊ່ອຍ​ເຫຼືອ​ຕໍ່ໄປຢູ່.

ທ່ານ Recep Tayyip Erdogan ​ປະທານາທິບໍດີ​ເທີ​ກີ ເວົ້າວ່າ “ປະ​ເທດ​ຕາ​ເວັນ​ຕົກ ອາດ​ຈະ​ບໍ່ຮັບ ​ແລະ​ທົ່ວ​ໂລກ ກໍ​ອາດ​ຈະ​ບໍ່ຮັບ ​ແຕ່​ວ່າ ພວກ​ເຮົາຈະ​ຕັ້ງໜ້າຮັບ​ເອົາ​ພວກ​ອົບ​ພະ​ຍົບ​ເຂົ້າ​ມາຕໍ່ໄປ ​ເພາະວ່າ ພວກ​ເຮົາເປັນ​ມະນຸດ ​ແລະ​ໃນ​ການ​ປະ​ເຊີນ​ໜ້າ​ກັບ​ຄວາມ​ໂຫດຮ້າຍອັນໃຫຽ່ຫຼວງນີ້ ພວກ​ເຮົາ​ມີໜ້າ​ທີ່​ ທີ່​ຈະ​ເປີດ​ປະຕູ ຕ້ອນຮັບເອົາ​ພວກ​ທີ່ໂຕນໜີ​ຈາກ​ການ​ປົກຄອງ​ແບບກົດຂີ່ຂົ່ມເຫັງ​ ​ແລະ​ໜີບເຕັງ.”

​ໃນ​ຂະນະ​ດຽວ​ກັນ​ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ກໍ​ໄດ້​ກ່າວ​ຕິຕຽນລະບອບ​ການ​ປົກຄອງ​ຂອງທ່ານ Assad ​ແລະ​ບັນດາ​ປະ​ເທດ​ຕ່າງໆ ທີ່​ຄ່ອຍເພີ້​ມ​ເຊື້ອ​ໄຟ ຍຸ​ແຍ່ໃສ່ຄວາມ​ບໍ່​ລົງ​ຮອຍ​ກັນໃນ​ຊີ​ເຣຍນີ້.

ທ່ານ Ban Ki-moon ກ່າວ​ວ່າ “ມີ​ຫຼາຍໆ​ກຸ່ມ ​ໄດ້​ຂ້າ​ຟັນ​ລັນ​ແທງ​ພວກ​ທີ່​ບໍ່ມີຄວາມຜິດຫຍັງ​ແຕ່​ວ່າ ຈະ​ບໍ່​ມີ​ຜູ້​ໃດ ຮ້າຍຂາດ​ໄປ​ກວ່າຮັດຖະບານ​ຊີ​ເຣຍ ທີ່​ໄດ້​ສືບ​ຕໍ່​ຖິ້ມ​ລະ​ເບີດ​ໃສ່ປະ​ເທດ​ເພື່ອນ​ບ້ານ ​ແລະ​ ​ທໍລະ​ມານຢ່າງເປັນ​ລະບົບ ​ພວກ​ທີ່​ຖືກ​ຄຸມ​ຂັງທັງຫຼາຍ. ພວກ​ທີ່ສົ່ງ​ເສີມກົນໄກສົງຄາມ ​ກໍມີມືເຕັມໄປດ້ວຍເລືອດຂອງ​ພວກ​ເຂົາ​ຢູ່.”

​ໃນ​ລະຫວ່າງ​ກອງ​ປະຊຸມ​ຕ່າງໆ ພວກຜູ້ນຳທັງຫຼາຍ ​ໄດ້​ມີ​ໂອກາດ​ໂອ້​ລົມ​ສົນທະນາ​ແບບ​ບໍ່​ເປັນ​ທາງ​ການ ​ໃນ​ກອງ​ປະຊຸມ​ປະຈຳ​ປີ​ຮັບ​ປະທານ​ອາຫານ​ຮ່ວມ​ກັນໄປພ້ອມ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG