ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ ໂອບາມາ ປະຕິເສດ ການກ່າວ ໂຈມຕີ ກ່ຽວກັບ ຂໍ້ຕົກລົງ ອິຣ່ານ


ປະທານາທິບໍດີ ບາຣັກ ໂອບາມາ ກ່າວກ່ຽວກັບ ຂໍ້ຕົກລົງນິວເຄລຍ ກັບ ອິຣ່ານ ທີ່ມະຫາວິທະຍາໄລ ອາເມຣິກັນ ທີ່ນະຄອນຫຼວງ ວໍຊິງຕັນ. 5 ສິງຫາ 2015.
ປະທານາທິບໍດີ ບາຣັກ ໂອບາມາ ກ່າວກ່ຽວກັບ ຂໍ້ຕົກລົງນິວເຄລຍ ກັບ ອິຣ່ານ ທີ່ມະຫາວິທະຍາໄລ ອາເມຣິກັນ ທີ່ນະຄອນຫຼວງ ວໍຊິງຕັນ. 5 ສິງຫາ 2015.

ປະທານາທິບໍດີ ສະຫະລັດ ທ່ານ ບາ​ຣັກ​ ​ໂອ​ບາ​ມາ ​ໄດ້​ປະຕິ​ເສ​ດ​ຄຳເຢາະ​ເຢີ້ຍຈາກ ອິຣ່ານ ​ແລະ ຄຳ​ຕຳ​ໜິທາງດ້ານ​ການ​ເມືອງ​ໃນ ສະຫະລັດ ກ່ຽວ​ກັບ​ຂໍ້​ຕົກ​ລົງ​ເພື່ອ​ຍັບ​ຢັ້ງ​ໂຄງການ​ນິວ​ເຄລຍຂອງ ນະຄອນຫຼວ​ງ ​ເທ​ເຮຣ່ານ.

​ໃນ​ການ​ສຳພາດ​ອອກ​ອາກາດ​ທາງ​ໂທລະພາບ CNN ວັນ​ອາທິດ​ວາ​ນນີ້, ທ່ານ ​ໂອ​ບາ​ມາ ​ໄດ້​ປະຕິ​ເສດ​ຄວາມ​ສຳຄັນ​ຂອງຂໍ້ຄວາມ​ໃນ​ສື່​ສັງຄົມ Twitter ຈາກ​ຜູ້ນຳ​ສູງ​ສຸດ​ຂອງ ອິຣ່ານ ທ່ານ Ayatola Ali Khamenei, ສະ​ແດງ​ໃຫ້​ເຫັນ​ພາບເງົາ​ຂອງ​ຜູ້ນຳ ອາ​ເມຣິກາ ພ້ອມ​ດ້ວຍ​ປືນ​ທີ່ແນ​ໃສ່​ຫົວ​ຂອງ​ທ່ານ.

ທ່ານ ປະ​ທາ​ນາ​ທິບໍດີ ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິ​ດວ່າ​ທ່ານ Khamenei​ໄດ້​ຂຽນ​ຂໍ້ຄວາມ ນັ້ນ “​ຕາມການ​ຕອບຕໍ່​ຄຳ​ຖະ​ແຫຼ​ງຂອງຂ້າພະ​ເຈົ້າທີ່​ເປັນຄວາ​ມຈິງ, ​ເຊິ່ງ​ແມ່ນ ຖ້າ​ເຮົາ​ຈະປະເຊີນ​ໜ້າ​ກັບ​ສະຖານະການທີ່​ເຮົາ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ນີ້​ໄດ້​ຢ່າງຮອບ​ຄອບ, ​ສະຫະລັດ ສາ​ມາດ​ຕັດ​ໂຄງ​ລ່າງ​ພື້ນຖານສ່ວນ​ຫຼາຍຂອງທະຫານ ອິຣ່ານ ອອກ​ໄດ້​ໂດຍກຳລັງ​ທາງທະຫານ. ຂ້າພະ​ເຈົ້າ​ບໍ່ຄິດ​ວ່າມັນ​ຈະ​ເປັນ​ບັນຫາ.”

ທ່ານ ​ໂອ​ບາ​ມາ​ ຍັງ​ໄດ້​ກ່າວ​ຕໍ່​ນັກ​ຂ່າວໂທລະພາບ CNN Fareed Zakaria ວ່າ ທ່ານ​ຄິດ​ວ່າ​ມັນ​ເປັນ​ໄປ​ໄດ້​ວ່າ ຂໍ້​ຕົກລົງ​ນິວ​ເຄລຍກັບ ​ເທເຮຣານ ​ໃນ​ທີ່​ສຸດ​ອາດ​ຈະ​ນຳ​ໄປ​ສູ່​ການ​ຮ່ວມ​ມື​ສອງ​ຝ່າຍ ​ແນ​ໃສ່​ການ​ຊອກ​ຫາ​ຂໍ້​ແກ້​ໄຂ​ສົງຄາມ​ກາງ​ເມືອງ​ທີ່​ດຳ​ເນີນ​ມາ​ເປັນ​ເວລາ​ດົນ​ນານ​ຂອງ ຊີ​ເຣຍ. ທ່ານ ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິ​ດວ່າມັນ​ມີ​ຄວາມ​ເປັນ​ໄປ​ໄດ້” ຂໍ້​ຕົກລົງ​ໃດໆ​ທີ່​ຈະ​ບໍ່​ເປັນ​ອັນຕະລາຍ​ຕໍ່​ ຊີ​ເຣຍ ​ແລະ ລະງັບ​ການເຕີບ​ໂຕ​ຂອງ​ພວກ​ກໍ່​ການ​ຮ້າຍ ອິສລາມ​ ຢູ່​ໃນ​ພາກ​ພື້ນດັ່ງກ່າວ.

​“​ແຕ່​ຂ້າພະ​ເຈົ້າ​ບໍ່​ຄິດວ່າ ມັນ​ຈະ​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ,” ທ່ານ​ກ່າວ​ໃນ​ການ​ສຳ​ພາດ, ​ເຊິ່ງ​ໄດ້​ດຳ​ເນີນ​ຂຶ້ນ​ໃນ​ວັນ​ພະຫັດທີ່​ຜ່ານ​ມາ, ຫຼາຍ​ຊົ່ວ​ໂມງຫຼັງ​ຈາກ​ວຸດ​ທິສະພາ​ຄົນສຳຄັນ​ຂອງ​ພັກ​ ເດໂມແຄ​ຣັດ ທ່ານ Chuck Schumer ​ໄດ້ກ່າວ​ວ່າ​ທ່ານ​ຈະຄັດຄ້ານຂໍ້​ຕົກລົງ​ດັ່ງກ່າວ​ໃນ​ການ​ເລືອກ​ຕັ້ງ​ວຸດ​ທິສະພາ​ທີ່​ໃກ້​ຈະ​ມາ​ເຖິງ.

XS
SM
MD
LG