ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ໂຈມ​ຕີ ສະລະຊີບ ​​ສັງຫານຢ່າງນ້ອຍ​ 28 ຄົນ ​ແລະ​ບາດ​ເຈັບ 327 ຄົນ ທີ່ກາ​ບູນ


Afghanistan Attack
please wait
Embed

No media source currently available

0:00 0:00:59 0:00

ການໂຈມຕີໃນອັຟການິສຖານ

ພວກ​ກະບົດ​ຕາ​ລິ​ບານກຸ່ມ​ນຶ່ງ ​ໄດ້​ທຳ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ແລະ​ປືນ ​ໃນ​ນະຄອນຫຼວງ​ກາ​ບູນ ໃນເຊົ້າວັນ​ອັງຄານມື້​ນີ້ທີ່​ໄດ້​ສັງຫານ​ຢ່າງ​ນ້ອຍ 28 ຄົນ ​ແລະ​ບາດ​ເຈັບ​ຢ່າງ​ນ້ອຍ 327 ຄົນ ອີງ​ຕາມ​ຕຳຫຼວດ​ແລະ​ເຈົ້າ​ໜ້າ​ທີ່ສາທາ​ລະນະ​ສຸກ​ໃນ​ນະຄອນຫຼວງ​ຂອງ​ອັຟກາ​ນິສຖານ.

ການ​ໂຈມ​ຕີ​ທີ່​ວ່າ​ນີ້ ​ແມ່ນ​ຕັ້ງ​ເປົ້າ​ໝາຍ​ໃສ່​ຕຶກ​ອາຄານ ຊຶ່ງ​ທາງ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເປັນ​ກອງ ບັນຊາ​ການກຳລັງຮັກສາ​ຄວາມ​ປອດ​ໄພພິ​ເສດ​ ຂອງ​ອັຟກາ​ນິສຖານ ທີ່ເຮັດ​ວຽກ​ພາຍ​ໃຕ້​ໜ່ວຍ​ສືບ​ລັບ​ຂອງອັຟກາ​ນິສຖານ ​ແລະ ຮັບຜິດຊອບ​ໃນ​ການ​ປົກ​ປ້ອງ​ບັນດາ​ເຈົ້າ​ໜ້າ​ທີ່​ລັດ ຖະບານ​ຂອງ​ປະ​ເທດ. ການ​ໂຈມ​ຕີ​ດັ່ງກ່າວ​ນີ້ ​ເລີ້ມຂຶ້ນ​ໃນ​ເວລາປະມານ 9 ​ໂມ​ງ​ເຊົ້າ ຕາມ​ເວລາ​ໃນ​ທ້ອງ​ຖິ່ນ ດ້ວຍ​ລະ​ເບີດສະລະ​ຊີບ ທີ່​ຖືກ​ວາງ​ໄວ້​ໃນ​ລົດ ​ຢູ່​ທາງ​ເຂົ້າ​ໂຮງການ.

​ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວເຖິງ​ຄວາມ​ຮຸນ​ແຮງ​ຂອງ​ການ​ຍິງ​ປະ​ທະ​ກັນທີ່​ຕິດຕາມ​ມາ ລະຫວ່າງ​ພວກໂຈມ​ຕີ ​ແລະ​ກອງ​ກຳລັງ​ອັຟກາ​ນິສຖານ ​ເປັນ​ເວລາ​ຫຼາຍໆ​ຊົ່ວ​ໂມງ ​ແລະຍັງ​ຜົນ​ໃຫ້​ພວກ​ທີ່​ຖືກ​ໂຈມ​ຕີ​ນັ້ນ ​ເສ​ຍຊີວິດ​ໝົດ ​ໂດຍ​ທີ່​ບາງ​ຄົນໄດ້ສັງຫານ​ຕົວ​ເອງ​ໂດຍ​ລະ​ເບີດສະລະຊີບ.

ທະຫານອັຟການິສຖານ ຕອບຮັບໃນການໂຈມຕີ ຂອງກຸ່ມຕາລິບານ ທີ່ອອກມາອ້າງເອົາ ຄວາມຮັບຜິດຊອບ ຂອງການໂຈມຕີສະລະຊີບ ທີ່ນະຄອນຫຼວງ ກາບູລ, ອັຟການິສຖານ, 19 ເມສາ, 2016.
ທະຫານອັຟການິສຖານ ຕອບຮັບໃນການໂຈມຕີ ຂອງກຸ່ມຕາລິບານ ທີ່ອອກມາອ້າງເອົາ ຄວາມຮັບຜິດຊອບ ຂອງການໂຈມຕີສະລະຊີບ ທີ່ນະຄອນຫຼວງ ກາບູລ, ອັຟການິສຖານ, 19 ເມສາ, 2016.

ປະທາ​ນາ​ທິບໍດີອັຟກາ​ນິສຖານ ທ່ານ Ashraf Ghani ​ໄດ້​ປະນາມ ການໂຈມ​ຕີໃນຄັ້ງ​ນີ້
ດ້ວຍ​ການ​ໃຊ້ “​ຄຳ​ເວົ້າ​ທີ່​ແຮງ​ສຸດ” ​ແລະໄດ້ກ່າວ​ວ່າ ​ໄດ້​ມີ​ຫຼາຍໆ​ຄົນ ​ໄດ້​ຖືກ​ສັງຫານ ​ແລະ
ໄດ້​ຮັບ​ບາດ​ເຈັບ. ທ່ານ​ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ໃນ​ຄັ້ງນີ້​ ​“ໄດ້​ສະ​ແດງ​ໃຫ້​ເຫັນຢ່າງ​ຈະ​ແຈ້ງວ່າ ພວກ​ສັດຕູໄດ້​ຜ່າ​ຍ​ແພ້ ​ໃນ​ການ​ໂຈມ​ຕີແບບ​ເຊິ່ງ​ໜ້າ.”

​ໂຄສົກ​ຂອງ​ກຸ່ມ ຕາ​ລິ​ບານ ທ່ານ Zabihullah Mujahid ​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບ
ຜິດຊອບ ​ໃນ​ຄວາມ​ຮຸນ​ແຮງ​ຄັ້ງ​ນີ້. ​ໃນ​ຖະ​ແຫຼງການສະບັບ​ນຶ່ງ ​ໄດ້​ສົ່ງ​ໄປ​ຍັງໃຫ້​ນັກ​ຂ່າວ ນັ້ນ ທ່ານ​ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ຄັ້ງນີ້ ​ແມ່ນ​ໄດ້​ມີເປົ້າໝາຍ​ແນ​ໃສ່ຫ້ອງການ​ສືບ​ລັບ​ຂອງ
ອັຟກາ​ນິສຖານ ​ແລະ​ເອີ້ນຫ້ອງການນີ້ວ່າ “ເປັນນຶ່ງ​ໃນ​ບັນດາ​ອົງກາ​ນ​ທີ່​ຮ້າຍ​ກາດ​ແລະ​ໄຮ້
ຄວາມ​ເປັນ​ມະນຸດ”
ຂອງ​ລັດຖະບານ​ກາ​ບູລ.

ທ່ານ Mujahid ​ໄດ້​ກ່າວ​ເພີ້​ມຕື່ມ​ວ່າ ​ການວາງ​ລະ​ເບີດ​ສະລະ​ຊີບ ​ແມ່ນ​ໄດ້​ແຜ່ວ​ທາງ​ໃຫ້ກຸ່ມ​ຕາ​ລິ​ບານ​ທີ່ຕິດ​ອາວຸດ​ຢ່າງ​ໜັກ ພ້ອມ​ທີ່​ຈະສະລະ​ຊີບນັ້ນ ​ໄດ້ບຸກ​ເຂົ້າ​ໄປໃນ​ຕຶກ​ແລະ​ທຳ​ການ​ປະ​ທະ​ກັບ​ພວກ​ພະນັກງານ​ຂອງ​ຫ້ອງການ​ສືບ​ລັບ ດ້ວຍ​ການ​ຍິງ​ປະ​ທະ ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່ມາ​ນັ້ນ.

ທ່ານ​ໄດ້​ອ້າງ​ວ່າ ການ​ໂຈມ​ຕີ​ນີ້​ແມ່ນ “ການ​ສ້າງ​ຄວາມ​ເຈັບແສບ​ຢ່າງ​ໜັ​ກ​ໃຫ້ພວກ​ສັດຕູ
ແລະ ເຫດລະ​ເບີດ​ລົດ ທີ່​ໄດ້​ທຳລາຍສ່ວນ​ນຶ່ງ​ຂອງ​ຕຶກ​ອາຄານ​ດັ່ງ​ກ່າວ”
ພວກ​ກະບົດ​ກຸ່ມ​ນີ້ ແມ່ນ​ມັກ​ຈະກ່າວ​ອ້າງ​ກ່ຽວ​ກັບການ​ໂຈມ​ຕີຕ່າງໆ​ຕໍ່​ລັດ​ຖະບານ​ແລະກຳລັງ​ທະ​ຫານເກີນ​ຄວາມ​ເປັນຈິງ.

ເຊີນອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ

XS
SM
MD
LG