ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊາວອາເມຣິກັນ ຈະມີໂອກາດ ອີກຄັ້ງໜຶ່ງ ທີ່ຈະຖືກ ລາງວັນ Powerball ເຖິງ 1.3 ຕື້ໂດລາ


ໂຄສົກທ່ານ Sam Arlen ປະກາດໃນຂະນະທີ່ ເລກຫວຍ Powerball ແມ່ນກຳລັງຈະຖືກຈົກອອກມາ ຢູ່ໃນຫ້ອງສົ່ງ ຂອງລອດເຕີຣີ ໃນນະຄອນ Tallahassee ລັດ Florida, ວັນທີ 9 ມັງກອນ 2016.
ໂຄສົກທ່ານ Sam Arlen ປະກາດໃນຂະນະທີ່ ເລກຫວຍ Powerball ແມ່ນກຳລັງຈະຖືກຈົກອອກມາ ຢູ່ໃນຫ້ອງສົ່ງ ຂອງລອດເຕີຣີ ໃນນະຄອນ Tallahassee ລັດ Florida, ວັນທີ 9 ມັງກອນ 2016.

ຄາດກັນວ່າ ຄວາມເຕີບໃຫຍ່ ຂອງລາງວັນລອດເຕີຣີ
“Powerball” ຂອງສະຫະລັດ ທີ່ກຳລັງສູງຂຶ້ນເລື້ອຍໆ
ຈົນຮອດລະດັບປະຫວັດການ 1 ຕື້ໂດລາ ຫຼັງຈາກທີ່ບໍ່ມີ
ໃບລອດເຕີຣີ ທີ່ໄດ້ຂາຍອອກໄປແລ້ວນັ້ນ ຖືກເລກ 6 ໂຕ
ຄື 32 16 19 57 34 ແລະ ເລກ Powerball 13 ຊຶ່ງເປັນ
ເລກທີ່ໄດ້ຈົກອອກມາເມື່ອວັນເສົາວານນີ້.

ໂອກາດທີ່ຈະຖືກ ລາງວັນ jackpot ມູນຄ່າ 949 ລ້ານ 8
ແສນໂດລາ ນັ້ນ ແມ່ນ 1 ໃນ 292 ລ້ານ 2 ແສນ ຄົນຊື້ ອີງ
ຕາມສະມາຄົມລອດເຕີຣີຫຼາຍລັດ ຊຶ່ງເປັນຜູ້ບໍລິຫານງານນັ້ນ.

Powerball
please wait
Embed

No media source currently available

0:00 0:00:40 0:00

ຊາວອາເມຣິກັນຫຼາຍລ້ານຄົນ ຜູ້ທີ່ໄດ້ໃຊ້ຈ່າຍເງິນ ທີ່ຫາມາໄດ້ຢ່າງຍາກລຳບາກ ຊື້ລອດ
ເຕີຣີຫຼາຍລັດ ໂດຍມີຄວາມໄຝ່ຝັນ ຈະກາຍເປັນເສດຖີເງິນລ້ານ ໃນທັນທີແມ່ນເບິ່ງຄືວ່າ ຈະເຂົ້າໄປໃນອິນເຕີເນັດ ຫຼື ຈະພາກັນໄປຍັງຮ້ານຄ້າ ທີ່ຈຳນ່າຍລອດເຕີຣີ ໃນຄຸ້ມບ້ານ
ຂອງພວກເຂົາເຈົ້າ ຢູ່ໃນ 44 ລັດຂອງສະຫະລັດ ພ້ອມກັບ Washington DC, Puerto
Rico ແລະໝູ່ເກາະ Virgin ຂອງສະຫະລັດ ນຳດ້ວຍ ສຳລັບ ໂອກາດອັນດຽວ ທີ່ຈະໄດ້
ເປັນຜູ້ຖືກຫວຍ ໃນການຈົກເລກ ສຳລັບວັນພຸດຈະມາເຖິງນີ້ ຊຶ່ງຄາດກັນວ່າ ຈະເພີ້ມສູງ
ຂຶ້ນເຖິງ 1 ພັນ 3 ຮ້ອຍລ້ານໂດລາ ເວລາເລກລອດເຕີຣີ ຈະໄດ້ຖືກປະກາດອອກມານັ້ນ.

ລອດເຕີຣີ ໄດ້ສືບຕໍ່ເຕີບໃຫຍ່ຂຶ້ນ ໃນຂະນະທີ່ ບໍ່ມີຜູ້ໃດ ຖືກເລກປະສົມປະສານກັນທັງໝົດ
ລຽນຕິດມາ ກັບຄືນໄປເມື່ອຕົ້ນເດືອນພະຈິກປີກາຍນີ້ ຊຶ່ງໃນເວລານັ້ນ ມັນມີມູນຄ່າ 40 ລ້ານ
ໂດລາ. ການຈົກເລກລອດເຕີຣີ Powerball ແມ່ນຈັດຂຶ້ນ 2 ຄັ້ງ ຕໍ່ອາທິດໜຶ່ງ.

ຜູ້ໂຊກດີ ຖືກຫວຍ Powerball ສາມາດເລືອກ ຮັບເອົາເງິນແຕ່ລະປີ ຕະຫຼອດ 30 ປີ ຫຼື
ເອົາເທື່ອດຽວ ຈ່າຍໃຫ້ເປັນກ້ອນ ລົບ 39 ເປີເຊັນ ຄ່າພາສີລາຍໄດ້ໃຫ້ລັດຖະບານກາງ
ທີ່ໄດ້ຖືກກຳນົດໄວ້ ຕໍ່ການຖືກຫວຍທັງໝົດ ບວກກັບພາສີລັດ ແລະ ພາສີທ້ອງຖິ່ນໃດໆ
ນຳດ້ວຍ.

XS
SM
MD
LG