ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ລາງວັນລອດເຕີຣີ ທີ່ໃຫຍ່ສຸດ ໃນປະຫວັດສາດ ສຫລ ເພີ້ມຂື້ນເປັນ 800 ລ້ານໂດລາ


US Powerball Lottery Jackpot Reaches $800 Million
please wait

No media source currently available

0:00 0:01:36 0:00

ຜູ້​ຄົນ​ຢູ່​ໃນ​ສະຫະລັດ ພວມພາກັນ​ລຽນ​ແຖວ ​ຊື້​ບັດລອດ​ເຕີຣີ
​ໃນ​ຂະນະ​ຜູ້ທີ່​ບໍ່​ແມ່ນຊາວ​ອາ​ເມຣິກັນ ຢູ່​ໃນ​ທົ່ວ​ໂລກ​ ພາກັນຊື້​
ທາງ​ອິນ​ເຕີ​ແນັດ.

​ແລະ​ເ​ຂົາ​ເຈົ້າມີສິ່ງ​ກະ​ຕຸ້ນທີ່​ເປັນ​ພະລັງ​ອັນແຮງກ້າ​ ນັ້ນກໍ​ຄື​
ເງິນ​ລາງວັນ​ທີ່​ໃຫຍ່​ທີ່ສຸດເປັນ​ປະຫວັດ​ການ​ຂອງ​ສະຫະລັດ
800 ຮ້ອຍ​ລ້ານ​ໂດ​ລາ​ແລະ​ກຳລັງ​ເພີ້​ມ ຂື້ນ​ເລື້ອຍ​ໆ.

​ໃນ​ເມື່ອ​ວ່າ ລອດ​ເຕີຣີ Powerball ຍັງ​ຈະ​ບໍ່​ອອກ​ເທື່ອ​ຈົນຮອດ
​ແລງ​ວັນ​ເສົາ​ມື້​ນີ້ ຕາມ​ເວລາທ້ອງ​ຖິ່ນ​ຂອງລັດ Florida ດັ່ງນັ້ນ
ຈຶ່ງ​ມີ​ທ່າ​ທາງ​ວ່າ ​ເງິນ​ລາງວັນນີ້ ຈະ​ສູງ​ຕື່ມຂື້ນອີກ. ​ເງິນ​ລາງວັນ
ກ້ອນ​ໃຫຍ່​ດັ່ງກ່າວ ເຮັດ​ໃຫ້​ມີ​ການລຽນ​ແຖວ ທີ່ຍາວຢຽດນີ້ ​ຢູ່​ໃນ​ທັດສະນະການ​ຊັ່ງຊາ​ທີ່​ສົມ​ເຫດ​ສົມ​ຜົນ.

ບັນດາລູກຄ້າ ລຽນແຖວລໍຖ້າຊື້ບັດ ລອດເຕຣີ Powerball ທີ່ເມືອງ Hawthorne ລັດ Calif ວັນທີ 9 ເດືອນມັງກອນ J2016.
ບັນດາລູກຄ້າ ລຽນແຖວລໍຖ້າຊື້ບັດ ລອດເຕຣີ Powerball ທີ່ເມືອງ Hawthorne ລັດ Calif ວັນທີ 9 ເດືອນມັງກອນ J2016.

ແມ່ນ​ແ​ຕ່ຜູ້ຄົນທີ່ຕາມປົກກະຕິ​ແລ້ວ​ບໍ່​ມີ​ຄວາມຮູ້ສຶກ​ສົນ​ໃຈ​ໃນ​ການ​ຫລິ້ນຫວຍ​ແທງ​ເບີ
ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ຢາກ​ສູນ​ເສຍ​ໂອກາດ​ດັ່ງກ່າວ​ນີ້.

ທ່ານ Kevin Ramseur ກ່າວ​ໃນ​ຂະນະ​ທີ່​ພັກຜ່ອນ ​ກິນ​ເຂົ້າທ່ຽງ ຢູ່ນະຄອນ ຫລວງວໍ​ຊິງ​ຕັນ ດີ.​ຊີ ວ່າ “​ເວລາເງິນ​ລາງວັນໃຫຍ່ຂື້ນເຖິງ​ຂະໜາດ​ນີ້ ທ່າ​ນບໍ່​ມີທາງ​ເລືອກ ນອກຈາກ​ຊື້ ​ໃນຄວາມ​ຄິດ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ບໍ່​ອີ່ຫລີ​ບໍ່ ມັກ​ຫລີ້ນ​ລອດໂຕ ລອດ​ເຕີຣີ ຫລື Powerball ​ແຕ່​ເວລາ​ໃດເງິນ​ລາງວັນ ​ຂື້ນ​ກາຍ 300 ລ້ານ​ໂດ​ລາ​ແລ້ວ ຂ້າພ​ະ​ເຈົ້າ ມັກ​ຈະ​ຊື້​ສອງສາມ​ໃບ.”

ເງິນ​ລາງວັນ​ກ້ອນ​ໃຫຍ່ເປັນ​ປະຫວັດ​ການ​ກ່ອນ​ໜ້ານີ້ ​ແມ່ນ​ເດືອນ​ມີນາ ປີ​ 2012ເວລາ​ເງິນ​
ລາງວັນ​ຂອງ​ລອດ​ເຕີ​ຣີ Mega Millilons ຖີບ​ຂຶ້ນ​ເປັນ 656 ລ້ານ​ໂດ​ລາ.

Powerball Record
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG