ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງ Power ຮຽກຮ້ອງ ໃຫ້ຊາວຢູເຄຣນ ສືບຕໍ່ ກົດດັນ ໃຫ້ມີການປະຕິຮູບ


US Diplomat: Russia Has Told 'Outright Lies' About Ukraine
please wait

No media source currently available

0:00 0:01:15 0:00

ຊົມວີດີໂອ ລາຍງານເລື້ອງນີ້

ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ອົງການ​ສະຫະ
​ປະຊາ​ຊາດ ທ່ານ​ນາງ Samantha Power ​ໄດ້​ຮຽກຮ້ອງ​
ໃຫ້ປະຊາຊົນ​ຢູ​ເຄຣນ ເຄື່ອນໄຫວໄປ ຈາກການທວງ​ໃຫ້​ມີ
​ການ​ປ່ຽນ​ແປງ​ ຢູ່​ໃນ​ປະ​ເທດ​ຂອງ​ພວກ​ຕົນ ​ໄປສູ່ການ​ຊ່ວຍ
​ສ້າງໃຫ້ມັນມີຂຶ້ນ.

​ໃນ​ການຖະ​ແຫລ​ງຕໍ່​ຜູ້​ຮັບ​ຟັງ​ຢ່າງຫລວງຫຼາຍ ຢູ່​ທີ່ ສູນວັດ
ທະນະທຳ October Palace ​ໃນ​ນະຄອນຫຼວງ Kyiv
ຂອງ​ຢູ​ເຄຣນ ​ເມື່ອ​ວັນ​ພະຫັດ​ວານ​ນີ້ ທ່ານ​ນາງ ​ແຈ້ງ​ໃຫ້​ຮູ້ວ່າ ​
ສະຫະລັດ ສະໜັບສະໜຸນຂັ້ນຕອນການປະຕິຮູບ ພາຍໃຕ້
ການນຳພາ ຂອງລັດຖະບານຢູ​ເຄຣນ ​ແລະ ກຸ່ມສັງຄົມ​
ພົນລະ​ເຮືອນ. ​ໂດຍ​ໃຫ້ຂໍ້ສັງເກດວ່າ ​ໃນ​ຂະນະ​ທີ່ ໄດ້ມີ​ຄວາມ​ກ້າວໜ້າ​ຈຳນວນ​ນຶ່ງແລ້ວ
ແຕ່ທ່ານ​ກໍກ່າວ​ວ່າມັນ​ຍັງຫ່າງ​ໄກ​ຢູ່​ ຈາກ​ຄວາມ​ສຳ​ເລັດ.

ທ່ານນາງ Power ​ເວົ້າວ່າ “ສຳ​ຫລັບ​ທຸກໆ​ຂົງເຂດ​ທີ່​ມີ​ຄວາມ​ກ້າວໜ້າ ​ພໍປະມານ​ນັ້ນ
ມັນກໍຍັງມີຫຼາຍໆ​ບ່ອນ​ຕື່ມ​ອີກ ທີ່​ຕ້ອງ​ໄດ້​ພັດທະນາ​ເພີ້​ມເຕີມ​ ​ແລະ ກໍມີອຳນາດ​ ທີ່​ຍຶດໝັ້ນ ​ແມ່ນ​ປະສົບ​ຜົນສຳ​ເລັດ​ ໃນ​ການ​ສະ​ກັດ​ກັ້ນການ​ປ່ຽນ​ແປງດັ່ງກ່າວ.
ການ​ປ່ຽນ​ແປງ​ຕ່າງ​ໆ ຫຼາຍ​ເກີນ​ໄປ ທີ່​ໄດ້​ລະບຸ​ຢູ່​ໃນເອກະສານ ​ແມ່ນ​ບໍ່​ໄດ້​ຖືກນຳ​
ມາປະຕິບັດ​ ໃນ​ພາກຕົວ​ຈິງ.”

ທ່ານ​ນາງ ຮຽກຮ້ອງ​ໃຫ້​ຊາວ​ຢູ​ເຄຣນ ສືບ​ຕໍ່​ມີ​ສ່ວນ​ຮ່ວມ​ຕໍ່​ໄປ.

ທ່ານ​ນາງ​ເວົ້າອີກ​ວ່າ “ການ​ສ້າງ​ ລະບົບກົດ​ເກນ​ໃໝ່ໃດ​ນຶ່ງນັ້ນ ຈະ​ບໍ່​ມີວັນ​ກາງ​ຕໍ່ ສິ່ງ
ທີ່​ລັດຖະບານ​ຂອງ​ພວກ​ເຈົ້າ​ ໄດ້ເຮັດ​ລົງ​ໄປ ​ແຕ່ວ່າ ຄວນຈະເປັນໃນສິ່ງທີ່ ພວກເຈົ້າ
ຢາກເຮັດ ​ແລະ ສິ່ງ​ທີ່​ເຈົ້າ​ເຮັດ​ດ້ວຍ​ຕົວ​ເຈົ້າ​ເອງ.”

ທ່ານ​ນາງ Power ​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ ຕ້ອງ​ສືບ​ຕໍ່ ​ເຮັດ​ໃຫ້​ສຽງ​ຮຽກຮ້ອງ ຂອງ​ພວກ
​ເຂົາເຈົ້າຖືກ​ຮັບຟັງ ​ເພື່ອໃຫ້​ບັນດາ​ຜູ້ນຳ ຮັບຜິດຊອບ​ໃນ​ບາງ​ສ່ວນ ​ເຊິ່ງທ່ານ​ນາງ ​ໄດ້​ໃຫ້​ຂໍ້
​ສັງ​ເກດ ​ວ່າ​ເປັນ​ການ​ຂົ່ມ​ຂູ່​ ຕໍ່ຜູ້​ປົກຄອງ​ທີ່​ມີ​ອຳນາດ​ເດັດຂາດ ​ເຊັ່ນ ປະທານາທິບໍດີ ຣັດ​ເຊຍ ທ່ານ Vladimir Putin ທີ່​ທ່ານ​ນາງ ກ່າວ​ວ່າ ຢາກຈະ​ມ້າງ​ເພ ຄວາມ​ພະຍາຍາມ​
ຕ່າງໆ​ ຂອງ​ພວກເ​ຂົາເຈົ້ານັ້ນ.

US Ukraine
please wait
Embed

No media source currently available

0:00 0:01:18 0:00

XS
SM
MD
LG