ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວ Portugal ປະທ້ວງ ມາດຕະການປະຍັດລາຍຈ່າຍ ຂອງລັດຖະບານ


ຊາວປໍຕຸກາລ ປະທ້ວງ ມາດຕະການປະຍັດມັດທະຍັດ ຂອງລັດຖະບານ, ວັນທີ 15 ຕຸລາ 2012.
ຊາວປໍຕຸກາລ ປະທ້ວງ ມາດຕະການປະຍັດມັດທະຍັດ ຂອງລັດຖະບານ, ວັນທີ 15 ຕຸລາ 2012.
ພວກປະທ້ວງໄດ້ພາກັນຈູດກອງໄຟ ຢູ່ຂ້າງນອກຕຶກສະພາແຫ່ງ
ຊາດຂອງ Portugal ໃນຖຸງ Lisbon ໃນວັນຈັນວານນີ້ ເພື່ອປະ
ທ້ວງແຜນການຂອງລັດຖະບານທີ່ຈະເພີ່ມມາດຕະການປະຍັດ
ລາຍຈ່າຍຂອງລັດຖະບານຂຶ້ນນັ້ນ.

ລັດຖະບານທີ່ນໍາພາໂດຍນາຍົກລັດຖະມົນຕີ ທ່ານ Pdro Passos
Coelho ໄດ້ປະກາດ ແຜນງົບປະມານສໍາລັບປີໜ້າ ທີ່ຮວມທັງ
ການເພີ່ມພາສີລາຍໄດ້ຢ່າງໃຫຍ່, ຕັດເງິນເບ້ຍບໍານານລົງ ແລະ
ມາດຕະການປະຍັດຢ່າງອື່ນໆອີກນໍາ.

ພວກປະທ້ວງ ທີ່ໂຮມຊຸມນຸມຢູ່ຂ້າງນອກສະພາແຫ່ງຊາດໄດ້
ຈູດໄຟເຜົາແປ້ນໄມ້ໃຫຍ່ທີ່ມີໂຕເລກສະຖິຕິທັງໝົດ ຂອງແຜນ
ງົບປະມານໃໝ່ ຂຽນລົງໃນແປ້ນນັ້ນ.

ຮ່າງງົບປະມານປີ 2013 ແມ່ນນຶ່ງໃນຮ່າງງົບປະມານທີ່ຕັດລາຍຈ່າຍລົງຫຼາຍທີ່ສຸດໃນປະຫວັດ
ສາດອັນມໍ່ໆມານີ້ຂອງ Portugal ແລະມັນຍັງອາດສາມາດຕັດຄ່າແຮງງານ ອອກເກືອບວ່າ
ທັງເດືອນ ສໍາລັບພວກພະນັກງານຫລາຍໆຄົນ.

ລັດຖະບານ ກ່າວວ່າ ການເອົາມາດຕະການແບບນີ້ ແມ່ນຈໍາເປັນ ເພື່ອຕັດຈໍານວນໜີ້ສິນ
ຂອງລັດຖະບານລົງ ຂະນະທີ່ Portugal ພະຍາຍາມກອບກູ້ສະຖານນະການດ້ານການເງິນ
ຂອງຕົນກັບຄືນມາ. ພວກທີ່ຕ້ອງຕິກ່າວວ່າ ມາດຕະການເຫລົ່ານັ້ນ ຈະຮັດຄໍເສດຖະກິດ
ແລະປະຊາຊົນ ໃຫ້ຕາຍ.
XS
SM
MD
LG