ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

Pope Francis ຊົງນໍາພາ ການສວດມົນ ເພື່ອສັນຕິພາບ ໃນຊີເຣຍ


ພາບຈາກ ຈະຕຸລັດ Peter's Square ທີ່​ສໍານັກ​ວາ​ຕິ​ກັງ, ກຸງ​ໂຣມ,
ອິຕາ​ລີ, ວັນ​ທີ 7 ກັນຍາ 2013.
ພາບຈາກ ຈະຕຸລັດ Peter's Square ທີ່​ສໍານັກ​ວາ​ຕິ​ກັງ, ກຸງ​ໂຣມ, ອິຕາ​ລີ, ວັນ​ທີ 7 ກັນຍາ 2013.
ພະ​ສັນຕະປາປາ Francis ຫຼື Pope Francis ​ໄດ້​ຊົງ​ນໍາພາ​ການ​ສວດ​ມົນ​ພາວະນາ ບັ້ນ​ນຶ່ງ​ ເພື່ອສັນຕິພາບ​ໃນ​ຊີ​ເຣຍ ປະ​ເທດ​ທີ່ກໍາລັງ​ຖືກ​ທໍາ ລາຍ​ລ້າງຜານ​ໂດຍ​ສົງຄາມ ຢ່າງ​ໂຫດຮ້າຍ ​ແລະ​ກໍາລັງ​ປະ​ເຊີນ​ກັບ​ການ​ໂຈມ​ຕີ​ທາງ​ທະຫານ​ຂອງ​ສະຫະລັດ ​ທີ່​ອາດ​ຈະ​ມີຂຶ້ນ​ໄດ້ ​ໃນ​ການ​ຕອບ​ໂຕ້​ຕໍ່ການ​ໃຊ້​ອາ​ວຸດ​ເຄມີ​ ​ໂດຍ​ລັດຖະບານ​ຂອງ​ປະທານາທິ ບໍດີ​ຊີ​ເຣຍ ທ່ານ Bashar al-Assad ຕາມ​ທີ່​ຖືກກ່າວ​ຫາ​ນັ້ນ.

ການ​ກ່າວ​ຢູ່​ຕໍ່ໜ້າ​ປະຊາຊົນຫຼາຍສິບ​ພັນ​ຄົນ ທີ່​ສໍານັກ​ວາ​ຕິ​ກັນ ​ເມື່ອ​ວັນ​ເສົາວານ​ນີ້ ພະ​ສັນຕະປາປາຊົງ​ເອີ້ນ​ ​ຄວາມ​ຮຸນ​ແຮງ​ແລະ​ສົງຄາມ​ນັ້ນ​ວ່າ ​ເປັນ​ພາສາ​ແຫ່ງ​ຄວາມ​ຕາຍ. Pope Francis ຊົງ​ໄດ້ຂໍ​ຮ້ອງ​ໃຫ້​ບັນດາ​ປະຊາ ຊົນ ​ທີ່ໄປ​ເຕົ້າ​ໂຮມ​ກັນ​ຢູ່​ຈະຕຸ​ລັດ St. Peter ນັ້ນ ຈົ່ງ​ພາກັນ​ສວດ​ມົນ​ພາວະນາ​ເພື່ອ​ສັນຕິພາບ ​ແລະ​ຄວາມ​ປອງ​ດອງກັນ​ໃນ​ຊີ​ເຣຍ ​ແລະ​ໃນ​ສ່ວນ​ອື່ນໆ​ຂອງ​ໂລກ.

ພວກ​ສະ​ແຫວ​ງບຸນຈາກ​ທົ່ວ​ໂລກ ​ໄດ້​ຕອບ​ຮັບ​ຄໍາ​ຮຽກຮ້ອງ​ຂອງພະສັນຕະປາປາ ທີ່​ຂໍ​ໃຫ້​ຊາວ​ຄາ​ທໍ​ລິກທັງຫຼາຍຈົ່ງປະກອບສ່ວນ​ໃນ​ການ​ສວດມົນ​ພາວະ​ນາ​ມື້​ນຶ່ງ ​ເພື່ອ​ສັນຕິພາບນັ້ນ. ພິທີການ​ສວດ​ມົນ​ພາວະນາ​ທໍານອງ ດຽວ​ກັນ ກໍ​ໄດ້​ຈັດ​ຂຶ້ນ​ໂດຍຊາວ​ຄຣີສຕຽນ​ໃນ​ທົ່ວ​ໂລກ ໂຮມ​ທັງ​ໃນ​ຊີ​ເຣຍ ນັ້ນ​ນໍາ.

​ໃນ​ຕອນ​ຕົ້ນ​ອາທິດ​ນີ້ Pope Francis ຊົງ​ຂຽນ​ຈົດ​ໝາຍ​ສົ່ງ​ໄປ​ຍັງບັນດາ​ຜູ້​ນໍາ​ຂອງ​ G20 ກໍ​ຄືກ​ອງປະຊຸມ​ຂອງ​ 20 ປະ​ເທດ​ຈະ​ເຣີນທາງເສດ ຖະກິດ ທີ່​ຈັດ​ຂຶ້ນຢູ່​ເມືອງ St. Petersburg ປະ​ເທດຣັດ​ເຊຍ ​ທີ່​ຮຽກຮ້ອງ ​ໃຫ້​ຜູ້​ນໍາ​ເຫຼົ່ານັ້ນ ຈົ່ງ​ປະລະ​ການ​ແກ້​ໄຂ​ບັນຫາ​ໂດຍການ​ໃຊ້​ກໍາລັງ​ທະຫານ​ ​ໃນຊີ​ເຣຍ.

ສະຫະລັດ ທີ່​ສະໜັບສະໜຸນ​ໂດຍ​ຝຣັ່ງ ກໍາລັງ​ພິຈາລະນາ​ຈະ​ໃຊ້​ການ​ປະຕິບັດ​ງານ​ທາງ
ທະຫານ​ເມື່ອ​ລົງ​ໂທດ​ລັດຖະບານຊີ​ເຣຍ ທີ່​ໄດ້​ໃຊ້​ອາ​ວຸດ​ເຄມີ ​ໂຈມ​ຕີ​ເມື່ອ​ວັນ​ທີ 21 ສິງ​ຫາ​ຜ່ານ​ມາ ​ເຮັດ​ໃຫ້​ປະຊາຊົນ​ຕາຍໄປ ຫຼາຍ​ເຖິງ 1,400 ຄົນ​. ລັດຖະບານ​ຊີ​ເຣຍປະຕິເສດວ່າ​
ຕົນ​ບໍ່​ໄດ້​ທໍາການ​ໂຈມ​ຕີ ຫຼື​ມີ​ສ່ວນ​ຮັບ​ຜິດ​ຊອບ ໃນເຫດການ​ສັງຫານ​ໝູ່ນັ້ນແຕ່​ຢ່າງ​ໃດ​.
XS
SM
MD
LG