ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພະສັນຕະປາປາ Francis ຊົງ ທໍາພິທີສວດມົນ ທີ່ວັງວາຕິກັງ ເປັນຄັ້ງ​ທໍາ​ອິດ (ວີດິໂອ)


ພະສັນຕະປາປາ Francis ທີ່ຫາກໍ່ຖືກເລືອກຕັ້ງໃໝ່ ຊົງທໍາພິທີສວດມົນຄັ້ງ​ທໍາ​ອິດ ຜ່ານທາງປ່ອງຢ້ຽມຂອງບ່ອນພໍານັກ ຫລື ອາພາດເມັນຂອງພະສັນຕະປາປາ ທີ່ປິ່ນໜ້າໄປຫາຈະຕຸລັດ St. Peter's ໃນວັງວາຕິກັງ ໃນວັນອາທິດ ທີ 17 ມີນາ 2013. (AP Photo/Michael Sohn)
ພະສັນຕະປາປາ Francis ທີ່ຫາກໍ່ຖືກເລືອກຕັ້ງໃໝ່ ຊົງທໍາພິທີສວດມົນຄັ້ງ​ທໍາ​ອິດ ຜ່ານທາງປ່ອງຢ້ຽມຂອງບ່ອນພໍານັກ ຫລື ອາພາດເມັນຂອງພະສັນຕະປາປາ ທີ່ປິ່ນໜ້າໄປຫາຈະຕຸລັດ St. Peter's ໃນວັງວາຕິກັງ ໃນວັນອາທິດ ທີ 17 ມີນາ 2013. (AP Photo/Michael Sohn)
ພວກສະແຫວງບຸນຫລາຍໆແສນຄົນ ໄດ້ພາກັນອັ່ງອໍ ທີ່ຈະຕຸລັດ
St. Peter ໃນວັນອາທິດມື້ນີ້ ໃນຂະນະທີ່ພະສັນຕະປາປາ
Francis ທີ່ຫາກໍ່ຖືກເລືອກຕັ້ງໃໝ່ ຊົງທໍາພິມີສວດມົນອັນ​ທໍາ​
ອິດຜ່ານທາງປ່ອງຢ້ຽມຂອງບ່ອນພໍານັກ ຫລື ອາພາດເມັນຂອງ
ພະສັນຕະປາປາ.

ພະ​ສັນຕະປາປາ​ອົງ​ໃໝ່ ທີ່ມີ​ພະນາ​ມກ່ອນໜ້າ​ນີ້​ວ່າ ພະກາ​ດີ​
ນານ Jorge Bergoglio ​ຈາກປະ​ເທດ Argentina ເປັນ​ນັກ
ບວດ​ຄະນະ Jesuit ຫລືນັກ ບວດຂອງສະມາຄົມພະເຢຊູ ອົງ
ທໍາ​ອິດທີ່​ໄດ້ຖືກ​ເລືອກໃຫ້​ເຂົ້າຮັບ​ໃນ​ຕໍາ​ແໜ່​ງ ເປັນຜູ້ນໍາສາສະ
ໜາ​ໂຣມັນ​ຄາ​ໂທ​ລິກ. ຄາດກັນວ່າ ພະອົງຈະໄດ້ພົບກັບປະທາ
ນາທິບໍດີ Cristina Kirchner ຂອງອາເຈັນຕີນາ ໃນອາທິດນີ້.

ຄຸນ​ພໍ່ Francis ຈະຖືກແຕ່ງຕັ້ງຢ່າງເປັນທາງການໃຫ້ເປັນຜູ້ນໍາຂອງສາສະໜາ ໂຣມັນ
ຄາໂທລິກໃນວັນອັງຄານທີ່ຈະມາເຖິງນີ້ ຢູ່ໃນພິທີ່ທີ່ເຂົ້າຮ່ວມໂດຍຄະນະຜູ້ແທນຈາກ
ຕ່າງປະເທດ ຊຶ່ງລວມທັງຜູ້ແທນຈາກສະຫະລັດ ທີ່ຈະນໍາພາໂດຍຮອງປະທານາທິບໍດີ
Joe Biden ທີ່ເປັນຊາວຄາໂທລິກນັ້ນ.

ວັງວາຕິກັງຍັງເວົ້າອີກວ່າ ພະ​ສັນຕະປາປາ​ອົງ​ໃໝ່ ຈະໄດ້ພົບປະກັບພະສັນຕະປາປາ
Benedict ທີ່ມີພະຊົນມາຍຸໄດ້ 85 ປີ ຊຶ່ງ​ ໃນ​ເດືອນ​ແລ້ວ​ນີ້ ​ໄດ້ເປັນພະສັນຕະປາປາ
ອົງທໍາອິດ ທີ່ໄດ້ຊົງລາອອກ ໃນຮອບ 600 ປີຜ່ານມາ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG