ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພຣະສັນຕະປາປາຊົງ ຢ້ຽມຢາມອົບພະຍົບທີ່ ເກາະເລສບົສ


ພຣະສັນຕະປາປາ Francis ທັກທາຍກັບຊາວອົບພະຍົບ ທີ່ສູນ ອົບພະຍົບ Moria ໃກ້ກັບທ່າເຮືອ Mytilene ປະເທດກຣິສ.
ພຣະສັນຕະປາປາ Francis ທັກທາຍກັບຊາວອົບພະຍົບ ທີ່ສູນ ອົບພະຍົບ Moria ໃກ້ກັບທ່າເຮືອ Mytilene ປະເທດກຣິສ.

ພະສັນຕະປາປາ Francis ໄດ້ຊົງໄປຮອດ ເກາະເລສບົສ ຂອງກຮິສແລ້ວ ໃນວັນ ເສົາມື້ນີ້ ບ່ອນທີ່ພະອົງມີກຳນົດວ່າຈະສັນອາຫານທ່ຽງກັບພວກຍາດໂຍມອົບພະຍົບ ໃນສູນກັກຂັງແຫ່ງນຶ່ງ.

ການສະເດັດປະພາດຂອງພະອົງຄັ້ງນີ້ພໍດີຄະໂມະກັບເວລາທີ່ສະຫະພາບຢູໂຣບກັບ ເທີກີເກີດມີບັນຫາຂັດແຍ້ງກັນກ່ຽວກັບຂໍ້ຕົກລົງເລື້ອງການເນລະເທດຄົນອອກຈາກ
ປະເທດ ເພື່ອຍຸຕິວິກິດການ ການຍົກຍ້າຍຖິ່ນຖານໃນຢູໂຮບທີ່ຮ້າຍແຮງທີ່ສຸດ ນັບແຕ່ ສົງຄາມໂລກຄັ້ງທີສອງເປັນຕົ້ນມານັ້ນ.

ບັນດາເຈົ້າໜ້າທີ່ຈາກ ສະຫະພາບຢູໂຣບ ນຳພາອົບພະຍົບເຂົ້າເຮືອ.
ບັນດາເຈົ້າໜ້າທີ່ຈາກ ສະຫະພາບຢູໂຣບ ນຳພາອົບພະຍົບເຂົ້າເຮືອ.

ພວກກຸ່ມສິດທິມະນຸດກ່າວວ່າ ເງື່ອນໄຂຂໍ້ຕົກລົງກ່ຽວກັບວິກິດການດັ່ງກ່າວ ບໍ່ໄດ້ເວົ້າ ເຖິງກຽດສັກສີດັ້ງເດີມຂອງພວກຍົກຍ້າຍຖິ່ນຖານແບບເປັນມະນຸດແຕ່ຢ່າງໃດ ແຕ່ການ ປະຕິບັດກັບພວກເຂົາເຈົ້າ ແມ່ນເປັນຄືກັບສິນຄ້າທີ່ຂາຍໄປຂາຍມາຫຼາຍກວ່າ.

ກຣິສ Orthodox Ecumenical Patriarch Bartolomew I (ຊ້າຍ) ແລະ ນາຍົກລັດຖະມົນຕີກຣິສ ທ່ານ Alexis Trispras (ຂວາ) ຕ້ອນຮັບພຣະສັນຕະປາປາ Francis.
ກຣິສ Orthodox Ecumenical Patriarch Bartolomew I (ຊ້າຍ) ແລະ ນາຍົກລັດຖະມົນຕີກຣິສ ທ່ານ Alexis Trispras (ຂວາ) ຕ້ອນຮັບພຣະສັນຕະປາປາ Francis.

ວັງວາຕິກັງ ກ່າວວ່າ ການສະເດັດປະພາດຂອງພະສັນຕະປາປາ ຄັ້ງນີ້ ບໍ່ໄດ້ ມີສ່ວນ ໂດຍ ກົງກັບການຕຳນິຕິຕຽນນີ້ ແຕ່ເປັນພຽງການຢ້ຽມຢາມດ້ານມະນຸດສະທຳເທົ້ານັ້ນ.

ວັງວາຕິກັງເວົ້າວ່າພະສັນຕະປາປາໄດ້ຮັບເຊື້ອເຊີນໃຫ້ໄປຢາມເກາະດ່ັງກ່າວໂດຍຜູ້ນຳ ຂອງ ໂບດອັອກໂຕດັອກສ ຊາວຄຮິສ ແລະປະທານາທິບໍດີຂອງປະເທດດັ່ງກ່າວ.

Greece Pope
please wait
Embed

No media source currently available

0:00 0:00:47 0:00

ອ່ານຂ່າວພາສາອັງກິດ

XS
SM
MD
LG