ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພະ​ສັນ​ຕະປາປາ Francis ຊົງ​​ຮຽກຮ້ອງ ໃຫ້​ຟີລິບ​ປິນ ຍຸດຕິ ການສໍ້ລາດບັງຫຼວງ


ພະ​ສັນ​ຕະປາປາ Francis ພົບກັບ ​ປະທານາທິບໍດີ ຟີລິບປິນ ທ່ານ Benigno Aquino III, ວັນທີ 16 ມັງກອນ 2015.
ພະ​ສັນ​ຕະປາປາ Francis ພົບກັບ ​ປະທານາທິບໍດີ ຟີລິບປິນ ທ່ານ Benigno Aquino III, ວັນທີ 16 ມັງກອນ 2015.

ພະ​ສັນ​ຕະປາປາ Francis ຊົງຮຽກຮ້ອງຕໍ່​ພວກຜູ້ນຳ​ຟີລິບ​ປິນ ​
ໃຫ້ປະຕິ​ເສດ ການ​ສໍ້​ລາດ​ບັງ​ຫລວງ​ ທີ່​ໄດ້​ເປັນ​ໄພພິບັດ​ ຕໍ່​ປະ​ເທດ
ເກາະ​ດອນນີ້​ ມາຫຼາຍທົດ​ສະວັດ​ແລ້ວ ​ແລະ ​ໃຫ້​ທຳ​ງານ​ເພື່ອ​ຍຸດຕິ
ຄວາມທຸກ​ຍາກ ແລະ ຄວາມ​ບໍ່​ຍຸດຕິ​ທຳຕ່າງ​ໆໃນສັງຄົມ​ ທີ່​ໄດ້ມີ​
ຜົນ​ກະທົບ​ຕໍ່​ພົນລະ​ເມືອງ​ຂອງ​ຕົນ ໃນອັນ​ທີ່​ພະ​ອົງຊົງ​ເອີ້ນ​ວ່າ
​ເປັນເລື້ອງທີ່ “ໜ້າ​ອັບອາຍ” ນັ້ນ.

ພະ​ອົງ​ຊົງ​ໃຫ້ຄຳ​ເຫັນ​ດັ່ງກ່າວໃນ​ວັນ​ສຸກ​ມື້​ນີ້ ​ໃນ​ລະຫວ່າງ ໃຫ້ຄຳ​
ໂອວາດ ຕໍ່​ປະທານາທິບໍດີ Benigno Aquino ​ແລະ ບັນດາ​ເຈົ້າ
ໜ້າ​ທີ່ຄົນ​ອື່ນໆ ໃນມື້ທຳອິດ ຂອງ​ການສະ​ເດັດ​ປະພາດ ເປັນ​ເວ​ລາ
5 ມື້ ​ໃນ​ປະ​ເທດທີ່​ມີ​ຊາວ​ກາ​ໂທ​ລິກຫຼາຍທີ່​ສຸດຂອງ​ເອ​ເຊຍພຽງ​ປະ​ເທດ​ດຽວ. ພະ​ອົງ​ຊົງ​ຍົກ​ເອົາ​ເລື້ອງ​ດັ່ງກ່າວ​ຂຶ້ນມາເວົ້າອີກ​ຄັ້ງໜຶ່ງ ​ໃນ​ຂະນະ​ທີ່ ປະກອບພິທີ​ຖວາຍມະຫາບູຊາ ຢູ່​ທີ່​ພະວິຫານໃຫຍ່​ແບບສະໄໝ​ອານາ​ນິຄົມ​ ໃນ​ນະຄອນຫລວງມາ​ນີລາ.

ພະ​ອົງ​ຊົງ​ກ່າວ​ວ່າ “​ໃຫ້​ຮັບ​ຮູ້​ເຖິງ​ບັນດາ​ຜູ້​ທີ່ ມີ​ຊີວິດ​ການ​ເປັນ​ຢູ່​ ໃນ​ສັງຄົມ​ທີ່​ລຳບາກ
ຍ້ອນຄວາມທຸກ​ຈົນ ​ແ​ລະ ມີການ​ສໍ້ໂກງ ຊຶ່ງໄດ້ທຳລາຍ​ຄວາມ​ຫວັງ ທີ່​ເຮັດ​ໃຫ້​
ພວກ​ເຂົາ​ຢາກ​ຍອມຈຳນົນ ຈົນອອກ​ຈາກໂຮງຮຽນ ​ແລະ ​ໃນ​ທີ່​ສຸດ​ອາ​ໄສ​ຢູ່​ຕາມ​
ທ້ອງ​ຖະໜົນຕ່າງໆ. ການປະກາດ ຄຳ​ສັ່ງສອນ​ຂອງ​ສາສະໜາ Christian ທີ່​ເຕັມ
ໄປດ້ວຍ​ຄວາມ​ງາມ ​ແລະ ​ຄວາມແທ້​ຈິງ ​ໃນ​ສັງຄົມນັ້ນ ຊຶ່ງເຕັມ​ໄປ​ດ້ວຍ​ການ​ລໍ້​ລວງ​ ທີ່ຖືກນຳ​ສະ​ເໜີ ​ໃຫ້​ເຂົ້າ​ໃຈ​ຜິດ ​ໂດຍເລື້ອງ​ຂອງ​ເພດ ການ​ແຕ່ງງານ ​ແລະ ຄອບຄົວ.”

ພະ​ສັນຕະປາປາ ຊົງສະ​ເດັດ​ໄປ​ເຖິງ ທຳນຽບ Malacanang ຂອງປະທານາທິບໍດີ ​ໃນ​
ວັນ​ພະຫັດ​ວານ​ນີ້ ຢູ່ໃນ​ພິທີ​ຕ້ອນຮັບ​ ພະ​ອົງ​ຢ່າງ​ເປັນ​ທາງ​ການ​ ທີ່​ນຳ​ໂດຍປະທານາ​ທິບໍດີ
Aquino. ພະ​ສັນຕະປາປາ Francis ຊົງ​ກ່າວ​ຕໍ່ພວກທີ່ໄປຕ້ອນຮັບພະອົງ​ ຢູ່​ແຫ່ງ​ນັ້ນວ່າ
ການ​ສະ​ເດັດ​ປະພາດຂອງ​ພະ​ອົງ​ນັ້ນ ແມ່ນ​ເປັນ​ການ​ສະ​ແດງ​ອອກເຖິງ​ ຄວາມ​ໃກ້ຊິດ
ຂອງ​ພະ​ອົງ ​ກັບ​ບັນດາຜູ້ທີ່ໄດ້ປະສົບກັບຄວາມ​ທຸກທໍລະມານ ຜູ້​ທີ່ສູນ​ເສຍ ​ແລະ ​ໄດ້​ຮັບ
​ຄວາມ​ເສຍ​ຫາຍ ຍ້ອນໄຕ້​ຝຸ່ນ Yokand ນັ້ນ.

ພະ​ສັນຕະປາປາ Francis ຈະ​ສະ​ເດັດໄປຍັງ​ແຂວງ Leyte ຢູ່​ພາກ​ກາງຂອງ​ປະ​ເທດ ​
ເພື່ອ​ພົບ​ກັບ​ ບັນດາຜູ້​ທີ່​ລອດ​ຊີວິດມາ​ໄດ້ ຈາກ​ໄຕ້ຝຸ່ນ​ ທີ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ ​ໃນ​
ເດືອນ​ພະຈິກ​ປີ 2013 ຜ່ານ​ມາ.

ຈຸດ​ພິ​ເສດ​ຂອງ​ການຢ້ຽມຢາມໃນຄັ້ງ​ນີ້ ກໍ​ຈະ​ແມ່ນ​ພິທີ​ຖວາຍມະຫາບູຊາກາງແຈ້ງຂະໜາດ
ໃຫຍ່ ​ໃນ​ວັນ​ອາທິດ ​ທີ່​ຈະ​ມາ​ເຖິງ​ນີ້ ທີ່ນະຄອນຫຼວງ​ ມະນີ​ລາ ບ່ອນທີ່​ຄາດ​ວ່າ ຈະ​ມີ​ຜູ້​ຄົນ​
ເຂົ້າ​ຮ່ວ​ມເຖິ​ງ 6 ລ້ານ​ຄົນ.

POPE ASIA TRIP VIDEO
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG