ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ພະສັນຕະປາປາ ຮຽກຮ້ອງໃຫ້ຢຸດຍິງ ໃນຊີເຣຍ ໂດຍທັນທີ


ຮູບພາບຈາກວີດີໂອຂອງ ນາຍແພດບໍ່ມີພົມແດນ ສະແດງໃຫ້ ເຫັນເຮືອນຊານທີ່ຖືກໄຟໄໝ້.
ຮູບພາບຈາກວີດີໂອຂອງ ນາຍແພດບໍ່ມີພົມແດນ ສະແດງໃຫ້ ເຫັນເຮືອນຊານທີ່ຖືກໄຟໄໝ້.

ໃນວັນພຸດມື້ນີ້ ພະສັນຕະປາປາ ແຟຣນຊີຊ ໄດ້ຮຽກຮ້ອງໃຫ້ຢຸດຍິງໃນ ຊີເຣັຍທັນທີ. ໃນ ການກ່າວປະຈຳສັບປະດາ ຕໍ່ຝູງຊົນທົ່ວໄປທີ່ນະຄອນວາຕິກັງ ອົງສັນຕະປາປາເວົ້າວ່າ ຄວນຢຸດເຊົາການສູ້ຮົບກັນນັ້ນມາແຕ່ດົນແລ້ວ ສຳລັບພວກພົນລະເຮືອນ ໂດຍສະເພາະ ພວກເດັກນ້ອຍ ເພື່ອໃຫ້ເຂົາເຈົ້າໄດ້ຫຼົບໜີອອກໄປຈາກເຂດຖິ້ມລະເບີດດັ່ງກ່າວ.

ຄວາມພະຍາຍາມໃນເມື່ອກ່ອນຂອງນາໆຊາດ ເພື່ອຈັດຕັ້ງການຢຸດຍິງ ໄດ້ເລື່ອນລອຍໄປ ຢ່າງໄວວາ ຢູ່ທົ່ວປະເທດ ທີ່ສົງຄາມໄດ້ຍືດເຍືອມາເປັນເວລາດົນກວ່າຫ້າປີນັ້ນ. ຕົວຢ່າງ ອັນຫຼ້າສຸດກໍຄື ເມື່ອເດືອນແລ້ວນີ້ ທີ່ມີຂໍ້ຕົກລົງກັນຊົ່ວໄລຍະສັ້ນໆ ທີ່ເຮັດຂຶ້ນໂດຍ ສຫຣ ກັບ ຣັດເຊຍ ທີ່ເພັ່ງເລງໃສ່ເມືອງ ອາແລັບໂປ ທາງພາກເໜືອ ບ່ອນທີ່ຖືກສົງຄາມ ຍໍ່າຍີ ນັ້ນ.

ໃນວັນອັງຄາມວານນີ້ ພວກສິ້ງຊອມຕິດຕາມພາກັນກ່າວວ່າ ເຮືອບິນອາຍພົ່ນຣັດເຊຍ ໄດ້ກັບຄືນໄປຖິ້ມລະເບີດຢ່າງໜັກ ໃສ່ເຂດພາກຕາເວັນອອກ ບ່ອນທີ່ພວກກະບົດຍຶດ ຄອງຂອງອາແລັບໂປ ສັງຫານຜູ້ຄົນຫຼາຍກວ່າ 20 ຄົນ.

ອົງການສັງເກດການດ້ານສິດທິມະນຸດກ່ຽວກັບຊີເຣຍທີ່ຕັ້ງຢູ່ປະເທດອັງກິດ ໄດ້ເອີ້ນການ ສັງຫານໃນວັນອັງຄານວານນີ້ວ່າເປັນ “ການຖິ້ມລະເບີດຂອງຣັດເຊຍຄັ້ງຮ້າຍແຮງທີ່ສຸດ” ນັບຕັ້ງແຕ່ຣັດຖະບານຂອງປະທານາທິບໍດີ Bashar al-Assad ໄດ້ປະກາດໄປໃນສັບ ປະດາແລ້ວນີ້ ວ່າຕົນຈະຕັດການຖິ້ມລະເບີດລົງ ເພື່ອປ່ອຍໃຫ້ພົນລະເຮືອນໄດ້ປົດອາວຸດ ແລະໜີອອກໄປຈາກເຂດຄຸ້ມທີ່ພວກກົງກັນຂ້າມຍຶດຄອງ.

ພະສັນຕະປາປາ Francis ກ່າວຕໍ່ບັນດານັກຂ່າວ ຢູ່ເທິງເຮືອບິນຈາກ Baku ໄປຫາ Rome.
ພະສັນຕະປາປາ Francis ກ່າວຕໍ່ບັນດານັກຂ່າວ ຢູ່ເທິງເຮືອບິນຈາກ Baku ໄປຫາ Rome.

ເຖິງຢ່າງໃດກໍຕາມ ພວກພົນລະເຮືອນທີ່ບໍ່ໄວ້ໃຈຣັດຖະບານ ອາຊາສ ສ່ວນໃຫຽ່ກໍພາກັນ ເມີນເສີຍຕໍ່ຄຳປະກາດດ່ັງກ່າວ ຊຶ່ງພວກກະບົດທີ່ຕໍ່ສູ້ເພື່ອໂຄ່ນລົ້ມຣັດ ຖະບານນັ້ນພາກັນ
ເອີ້ນມັນວ່າ ເປັນການຫຼອກລວງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG