ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພະສັນຕະປະປາ ຊີ້ແຈງ ກ່ຽວກັບ ການລາອອກ ຂອງພະອົງ (ວີດິໂອ ກັບສະໄລດ໌)


ພະສັນຕະປະປາ Benedict XVI ອ້າແຂນເພື່ອເປັນການຊົງກ່າວຕ້ອນຮັບຕໍ່ຝູງຊົນ ໃນຂະນະທີ່ທ່ານໄປເຖິງວັງ
Vatican ເພື່ອຊົງນໍາພາປະກອບ
ພິທີສາສະໜາ Ash Wednesday ທີ່ໂບດ St. Peter’s Basilica ໃນວັນພຸດທີ 13 ກຸມພາ 2013.
ພະສັນຕະປະປາ Benedict XVI ອ້າແຂນເພື່ອເປັນການຊົງກ່າວຕ້ອນຮັບຕໍ່ຝູງຊົນ ໃນຂະນະທີ່ທ່ານໄປເຖິງວັງ Vatican ເພື່ອຊົງນໍາພາປະກອບ ພິທີສາສະໜາ Ash Wednesday ທີ່ໂບດ St. Peter’s Basilica ໃນວັນພຸດທີ 13 ກຸມພາ 2013.
ພະສັນຕະປະປາ Benedict ຊົງກ່າວວ່າ ພະອົງລາອອກ
ຈາກໜ້າທີ່ກໍເພື່ອ “ຜົນປະໂຫຍດຂອງໂບດ” ກໍຄື ສາສະ
ໜາຄາໂຕລິກ.

ໃນການປາກົດໂຕ ຕໍ່ໜ້າຝຸງຄົນຫລາຍໆພັນຄົນຢູ່ທີ່ວັງ
Vatican ໃນວັນພຸດມື້ນີ້ ຊຶ່ງເປັນຄັ້ງທໍາອິດ ນັບແຕ່ພະອົງ
ໄດ້ປະກາດລາອອກໜ້າທີ່ນັ້ນ ພະສັນຕະປາປາ ໄດ້ຊົງກ່າວຂອບໃຈຊາວຄາໂຕລິກ ທີ່ ໄດ້ໃຫ້ການສະໜັບສະໜຸນ ແກ່ພະອົງ.

ຫລັງຈາກນັ້ນຕໍ່ມາ ພະສັນຕະປາປາໄດ້ຊົງນໍາພາປະກອບພິທີສາສະໜາ Ash Wednesday ທີ່ໂບດ St. Peter’s Basilica ຊຶ່ງເປັນຂີດໝາຍຂອງການເລີ້ມຕົ້ນ ລະດູຈໍາສິນທີ່ສັກສິດ ຂອງສາສະໜາຄາໂຕລິກ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:





ພະສັນຕະປະປາທີ່ຊົງມາຍຸໄດ້ 85 ພັນສາ ໄດ້ປະກາດໃນວັນຈັນຜ່ານມາວ່າ ພະອົງຈະ ຊົງລາອອກຈາກຕໍາແໜ່ງໃນວັນທີ 28 ເດືອນກຸມພານີ້ ເພາະວ່າຄວາມແກ່ຊະລາພາບ ຂອງພະອົງ ເຮັດໃຫ້ເປັນການຍາກລໍາບາກຫຼາຍຂຶ້ນ ໃນການປະຕິບັດພາລະໜ້າທີ່ ຂອງພະອົງ. ພະອົງຈະກ່າວອໍາລາຢ່າງເປັນທາງການຕໍ່ພວກນັບຖືສວາສະໜາຄາໂຕ
ລິກ ໃນວັນທີ 27 ກຸມພາ. ພວກເຈົ້າໜ້າທີ່ໃນວັງ Vatican ເວົ້າວ່າ ຜູ້ທີ່ຈະມາເປັນຜູ້ ນໍາສາສະໜາໂຣມັນຄາໂຕລິກ ຄົນຕໍ່ໄປ ແມ່ນຈະຖືກຄັດເລືອກ ກ່ອນວັນບຸນ Easter ໃນວັນ ທີ 31 ມີນາຈະມາເຖິງນີ້ ແລະພະສັນຕະປະປາ Benedict ຈະບໍ່ມີບົດບາດ ໃນ ການຄັດເລືອກ ແຕ່ຢ່າງໃດ.

ວັງ Vatican ໄດ້ຮັບຮູ້ເປັນຄັ້ງທໍາອິດຢ່າງເປັນທາງການວ່າພະສັນຕະປະປາ Benedict
ຊຶ່ງເປັນຄົນເຢຍຣະມັນ ທີ່ເມື່ອກ່ອນມີຕໍາແໜ່ງແລະຊື່ວ່າ ພະລາຊາຄະນະ Joseph Ratzinger ນັ້ນ ເຄີຍໄດ້ທໍາການຜ່າຕັດຫົວໃຈມາກ່ອນ ແລະເວລານີ້ ກໍກໍາລັງໃສ່ອຸບ ປະກອນຊ່ວຍໃຫ້ຫົວໃຈເຕັ້ນເປັນຈັງຫວະປົກກະຕິ.

ປະມວນພາບການລາອອກຂອງພະສັນ​ຕະປະ​ປາ Benedict:

XS
SM
MD
LG