ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວັງວາຕິກັນ ເປີດເຜີຍ ແຜນການ ຢ້ຽມຢາມ ປະເທດ ເມັກຊິໂກ ຂອງ ພະສັນຕະປາປາ


ພະສັນຕະປາປາ ຍົກມືືລາ ໃນຂະນະທີ່ກຳລັງຂຶ້ນເຮືອບິນ ທີ່ສະໜາມບິນ Fiumicino. ນະຄອນຫຼວງ Rome, 12 ມັງກອນ, 2015.
ພະສັນຕະປາປາ ຍົກມືືລາ ໃນຂະນະທີ່ກຳລັງຂຶ້ນເຮືອບິນ ທີ່ສະໜາມບິນ Fiumicino. ນະຄອນຫຼວງ Rome, 12 ມັງກອນ, 2015.

ວັງວາຕິກັນ ຖະແຫຼງວ່າ ການຢ້ຽມຢາມປະເທດ ເມັກຊິໂກ ທີ່ໃກ້ຈະ ມາເຖິງຂອງ ພະສັນຕະປາປາ Francis ຈະລວມມີການຊຸມນຸມ ກາງແຈ້ງ ທີ່ເຂດຊາຍແດນຕິດກັບ ສະຫະລັດ ຫຼັງຈາກຢ້ຽມຢາມ ລັດ Chiapas ຢູ່ທາງພາກໃຕ້ຂອງປະເທດ ແລະ ລັດ Michoacan ຢູ່ພາກຕາເວັນຕົກ ເຊິ່ງເປັນທີ່ຮັບຮູ້ຢ່າງກວ້າງຂວາງ ວ່າເປັນແຫຼ່ງກຳເໜີດຂອງ ສົງຄາມຢາເສບຕິດຂອງ ເມັກຊິໂກ.

ການຢ້ຽມຢາມ 5 ວັນເລີ່ມຕົ້ນໃນວັນທີ 2 ກຸມພາ ໃນນະຄອນຫຼວງ Mexico City, ເຊິ່ງເປັນບ່ອນທີ່ພະສັນຕະປາປາ ຈະໄດ້ຖືກຕ້ອນ ຮັບໂດຍປະທານາທິບໍດີ Enrigue Pena Nieto ກ່ອນທີ່ຈະສະ ເຫຼີມສະຫຼອງການຊຸມນຸມໃຫຍ່ Basilica ປະຈຳເມືອງຂອງ Gouadaloupe.

ວາລະການຢ້ຽມຢາມຂອງວັງ ວາຕິກັງ ສະແດງໃຫ້ເຫັນວ່າພະສັນຕະປາປາ ຈະຢ້ຽມຢາມລັດ Chiapas ແລະ Michoacan ກ່ອນຈະສິ້ນສຸດການຢ້ຽມຢາມຂອງພະອົງໃນເມືຶອງເຂດຊາຍ Ciudad Juarez.

ເມືອງດັ່ງກ່າວຕັ້ງຢູ່ເຂດຊາຍແດນຢູ່ທາງພາກເໜືອຂອງ ເມັກຊິໂກ ຂ້າມຈາກ ເມືອງ El Paso ລັດ ເທັກຊັສ. ພະສັນຕະປາປາ Francis ແມ່ນໄດ້ຄາດວ່າຈະຢ້ຽມຢາມຄຸກໃນທ້ອງຖິ່ນເພື່ອ ສວດມົນກັບພວກນັກໂທດ ກ່ອນການຊຸມນຸມກາງແຈ້ງ ໃນທີ່ດິນກວ້າງໃຫຍ່ ພ້ອມກັບປະຊາ ຊົນຫຼາຍກວ່າ 200,000 ຄົນ ໃກ້ກັບສະໜາມກິລາ Juarez.

ຖະແຫຼງການສະບັບໜຶ່ງຂອງນະຄອນ ວາຕິກັງ ໄດ້ກ່າວວ່າ ປີ້ເຂົ້າຮ່ວມໃນງານດັ່ງກ່າວຈະໄດ້ ມີຈຳໜ່າຍໃຫ້ກັບໂບດທີ່ທັງສອງຟາກຂອງ ເຂດຊາຍແດນ.

XS
SM
MD
LG