ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພະສັນຕະປາປາ Francis ປະກອບພິທີ ທາງສາສະໜາ ກາງແຈ້ງ ໃນ ອູການດາ


Pope Africa
please wait
Embed

No media source currently available

0:00 0:00:34 0:00

ຝູງ​ຊົນເປັນ​ຈຳນວນຫລວງ​ຫລາຍ ​ພາກັນ​ຕ້ອນຮັບ ພະ​ສັນ​ຕະ
ປາປາ Francis ທີ່​ປະ​ເທດ​ອູ​ການ​ດາ​ໃນ​ວັນ​ເສົາ​ມື້​ນີ້​ໃນ​ຂະນະ
​ທີ່​ພ​ະອົງ​ຊົງ ນຳພາພິທີສູດ​ມົນພາວະນາ ຄັ້ງ​ໃຫຍ່ ​ເທື່ອທຳ​ອິດ​
ຂອງ​ພະອົງ ຢູ່​ໃນ​ປະ​ເທດດັ່ງກ່າວ ລະຫວ່າງ​ການຢຸດ​ແວ່​ຢ້ຽມ
ຢາມແຫ່ງທີ​ສອງຂອງ​ພະ​ອົງ​ ຢູ່ອາ​ຟຣິກາ.

ພິທີ​ສູດ​ມົນພາວະນາກາງ​ແຈ້ງ ໄດ້ຈັດ​ຂື້ນ ​ຢູ່​ສະຖານ​ທີ່​ມໍລະນະ
​ສັກຂີທີ່ ​ເມືອງ Namugongo ເພື່ອ​ລະນຶກ​ເຖິງ​ພວກ​ທີ່​ເຫລື້ອມ
ໃສ​ໃນ​ສາສະໜາຫລາຍ​ສິບ​ຄົນທີ່ຖືກ​ເຜົາ​ຈົນ​ຕາຍ ​ໂດຍ​ກະສັດ​
ທ້ອງ​ຖິ່ນ​ໃນທ້າຍ​ຊຸມ​ປີ 1800 ທີ່​ປະຕິ​ເສດບໍ່​ຍອມປະລະ​ຄວາມ
ເຊື່ອ​ຖື​ຂອງ​ເຂົາ​ເຈົ້າ.

​ອີງ​ຕາມ​ລາຍ​ງານ​ທີ່​ນຳ​ອອກ​ເຜີ​ຍ​ແຜ່​ໂດຍວິທະຍຸວາຕີ​ກັນ​ແລ້ວ ພະ​ສັນ​ຕະປາປາ ຊົງກ່າວ​ວ່າ “ຄວາມ​ເຊື່ອຖື​ຂອງ​ເຂົາເຈົ້າ​ເປັນ​ການ​ຊອກ​ຫາ​ສິ່ງ​ທີ່​ດີ ຂອງ​ຄົນ​ທັງ​ໝົດ ຮວມທັງ​ກະສັດ​ ຜູ້​ທີ່​ປະ​ນາມ​ເຂົາ​ເຈົ້າ ຍ້ອນ ຄວາມ​ເຊື່ອ​ຖື​ໃນ​ສາສະໜາຄຣິສຕ໌. ການ​ສະໜອງຕອບຂອງ​ພວກ​ເຂົາເຈົ້າ ຕໍ່​ຄວາມ​ຄຽດ​ຊັງ ​ດ້ວຍຄວາ​ມຮັກ ​ແລະ​ດ້ວຍ​ເຫດ​ນີ້ຈຶ່ງ​ໄດ້ແຜ່ຜາຍ​ຄຳສັ່ງ
ສອນຂອງ​ພະ​ເຢຊູ​.”

ຫລາຍ​ສິບ​ພັນ​ຄົນ​ພາກັນ​ຕັ້ງ​ຜາມ​ນອນ​ຂ້າມ​ຄືນຢູ່​ສະຖານ​ທີ່​ແຫ່ງນີ້​ກ່ອນ​ພິທີ​ສູດ​ມົນ ທີ່
ໝາຍ​ເຖິງ​ການ​ລະນຶກ​ຄົບຮອບ 50 ປີ ​ຂອງຜູ້​ສະ​ແຫວ​ງບຸນ. ​ໃນ​ຂະນະ​ທີ່​ພະ​ອົງ​ສະ​ເດັດ
ໄປ​ເຖິງ ຫລາຍ​ຄົນ​ພາກັນ​ຮ້ອງ​ໂຮ ​ຫລື​ຮ້ອງ​ເພງ​ອອກ​ມາ.

ຫຼັງ​ຈາກ​ນັ້ນ​ພະ​ອົງ​ຈະ​ຊົງ​ພົບ​ປະ​ກັບ​ບັນດາ​ຊາວ​ໜຸ່ມ ຢ້ຽມຢາມອົງການ ການກຸສົນ​ ​ແລະ​
ພົບ​ປະ​ກັບ​ບັນດາ​ຜູ້ນຳ​ສາສະໜາທ້ອງ​ຖິ່ນ ​ໃນ​ຂະນະ​ທີ່​ພະ​ອົງ​ສືບຕໍ່ການ​ຢ້ຽມຢາມ ອູ​ການ
ດາ ​ເປັນ​ມື້​ທີ​ສອງ.

​ໃນ​ວັນ​ສຸກ​ວານ​ນີ້ ພະ​ສັນ​ຕະປາ​ປາ Francis ສ​ະ​ແດງ​ຄວາມຍ້ອງຍໍອູ​ກັນ​ດາ​ວ່າ “ດີ​ເລີດ”
​ໃນ​ການ​ຕ້ອນຮັບ​ອົບ​ພະ​ຍົບຈາກພາກ​ຕ່າງໆ​ຂອງ​ອາ​ຟຣິກາ.

Pope Finishes Kenya Leg of Africa Trip
please wait

No media source currently available

0:00 0:01:07 0:00

ພະ​ອົງ​ຊົງກ່າວ ຫລັງ​ຈາກ​ໄດ້​ບິນ​ໄປເຖິງ​ເມື​ອງ Entebbe ໃນ​ວັນ​ສຸກ​ວານ​ນີ້ວ່າ “ຢູ່​ອາ​ຟຣິ
ກາ​ຕາ​ເວັນ​ອອກແຫ່ງ​ນີ້ ອູ​ກັນ​ດາ ​ໄດ້​ສ​ະ​ແດງ ຄວາ​ມ​ເປັນ​ຫ່ວງ​ຢ່າງ​ດີ​ເລີດ​ໃນ​ການ​ຕ້ອນ
ຮັບຊາວ​ອົບ​ພະ​ຍົບ ​ເພື່ອ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ສ້າງ​ຕັ້ງ​ຊີວິດຂອງ​ເຂົາ​ເຈົ້າ ​ໃຫ້ມີ​ຄວາມປອດ
​ໄພ ​ແລະ​ມີ ​ຄວາ​ມຮູ້ສຶກ​ແບບມີ​ກຽດສັກສີ” “ພວກ​ເຮົາ​ປະຕິບັດ​ຢ່າງ​ໃດ​ກັບ​ເຂົາ​ເຈົ້າ​ນັ້ນ
​ເປັນ​ການ​ທົດ​ສອບ​ເຖິງ ​ຄວາມ​ມີ​ມະ​ນຸດສະທຳ​ຂອງ​ພວກ​ເຮົາ.

ຫ້ອງການ​ອົບ​ພະ​ຍົບ ສະຫະ​ປະຊາ​ຊາດ ກ່າວ​ວ່າ ອູ​ກັນດາ ​ເປັນ​ເຈົ້າ ພາບ​ຕ້ອນຮັບ​ອົບ​
ພະຍົບ ຫລາຍ​ກວ່າ 500.000 ຄົນ ສ່ວນ​ໃຫຍ່​ແລ້ວ ແມ່ນພາກັນ​ຫລົບ​ໜີ​ການ​ບັນຫາຂັດ
​ແຍ້​ງ ​ແລະ​ຄວາມ​ຮຸນ​ແຮງ​ຢູ່​ໃ​ນສາທາລະນະ​ລັດປະຊາທິປະໄຕ​ຄອງ​ໂກ ​ແລະ​ຊູ​ດານ​ໃຕ້.

ພະ​ສັນ​ຕະປາ​ປາ ຍັງ​ຊົງ​ກ່າວ​ວ່າ “​ໂລກ​ພາກັນ​ເບິ່ງ​ອາ​ຟຣິກາວ່າ ເປັ​ນ ທະວີບ​ແຫ່ງ​
ຄວາມຫວັງ” ​ໂດຍໃຫ້ຂໍ້ສັງເກດວ່າ ການ​ຢ້ຽມຢາມ​ສາມ​ປະ​ເທດ​ຂອງ​ພະ​ອົງ ​ແມ່ນ​ແນ​ໃສ່
​ເພື່ອສ້າງຄວາມສົນໃຈ ຕໍ່ການ “ບັນລຸ​ຜົນ​ຕ່າງ​ແລະ​ການ​ດິ້ນລົນຕໍ່ສູ້” ຂອງ​ອາຟຣິກາ.

XS
SM
MD
LG