ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພະສັນຕະປາປາ ແຟຣນຊິສ ເດີນທາງ ໄປພາກ ຕາເວັນອອກ ຂອງ ຄິວບາ


ພະສັນຕະປາປາ ແຟຣນຊິສ ທັກທາຍກັບປະທານປະເທດ ຄິວບາ ທ່ານ ຣາອູລ ແຄສໂຕຣ ໃນແຂວງ ​ ​ໂອລຈີນ, ຄິວບາ. 21 ກັນຍາ, 2015.
ພະສັນຕະປາປາ ແຟຣນຊິສ ທັກທາຍກັບປະທານປະເທດ ຄິວບາ ທ່ານ ຣາອູລ ແຄສໂຕຣ ໃນແຂວງ ​ ​ໂອລຈີນ, ຄິວບາ. 21 ກັນຍາ, 2015.

ພະ​ສັນຕະປາປາ ​ແຟຣນຊິສ ຊົງເດີນທາງ​ອອກ​ຈາກ ນະຄອນ ຫຼວງຂອງ​ຄິວ​ບາ ​ແລະ ມຸ້ງ​ໜ້າ​ໄປ​ຍັງ​ພາກ​ຕາ​ເວັນ​ອອກຂອງ​ເກາະ​ດັ່ງກ່າວ ​ໃນ​ວັນ​ຈັນ​ມື້​ນີ້ ນຶ່ງມື້ ​ຫຼັງຈາກ​ພະ​ອົງໄດ້​ພົບ​ປະ​ກັບ ນ້ອງ​ຊາຍ​ຂອງ​ທ່ານ ​ແຄ​ສ​ໂຕຣ ຜູ້​ທີ່​ໄດ້​ປົກຄອງ​ຄິວ​ບາມາ​ຕັ້ງ​ແຕ່ ປີ 1959.

ພະ​ອົງ​ຊົງ​ປະພາດ​ແຂວງ ​ ​ໂອລຈີນ ຊຶ່ງ​ເປັນ​ແຂວງ​ບ້ານ​ເກີດ​ຂອງ​ທ່ານ ຟີ​ແດ​ລ ​ແລະ ຣາອູ​ລ ​ແຄ​ສ​ໂຕຣ. ​ເມືອງ ໂອລຈີນ ​ ຢູ່ຫ່າງ​ຈາກນະຄອນຫຼວງຮາ​ວາ​ນາ ຫຼາຍກວ່າ 800 ກິ​ໂລ​ແມັດ​ທາງ​ກ້ຳຕາ​ເວັນ​ອອກ ຊຶ່ງ​ເປັນທີ່ຮູ້ຈັກກັນ​ດີ​ວ່າ ໄມ້​ກາງ​ເຂນ ທີ່ຕັ້ງຢູ່ຈຸດ​ສູງ​ຫຼຽວ​ລົງ​ມາ​ຫາ​ຕົວ​ເມືອງ ​ເປັນ​ເວລາຫຼາຍສັດຕະວັດ.

ຜູ້ນຳ​ສາສະໜາ ​ໂຣມັນ ​ແຄ​ໂທ​ລິກ ຈະ​ທຳ​ພິທີ​ສວດ​ມົນ​ພາວະນາ ຕໍ່ໜ້າ​ປະຊາຊົນຫຼາຍ ໝື່ນ​ຄົນໃນ​ເມືອງ ໂອລຈີນ ກ່ອນ​ຈະ​ປະພາດ ​ເມືອງ Santiago ຊຶ່ງ​ເປັນ​ເມືອງ​ໃຫຍ່​ອັນ​ດັບ​ສອງ ບ່ອນ​ທີ່​ພະ​ອົງ​ຈະ​ຊົງ​ຢ້ຽມຢາມ ສະຖາ​ທີ່​ສັກສິດ Virgin of Charity.

ພະ​ສັນຕະປາປາ ​ແຟຣນສິສ ຊົງ​ໄດ້​ທຳ​ພິທີ​ສວດ​ມົນ​ພາວະນາ​ວັນ​ອາທິດ ຢູ່​ໃນ​ນະຄອນ ຫຼວງ ຮາ​ວາ​ນາ ​ໂດຍ​ເຕືອນ​ຊາວ​ຄິວ​ບາ ​ເຖິງ​ອັນຕະລາຍ​ຕ່າງໆ ຂອງ​ອຸດົມ​ການ. ພະ​ອົງ​ ​ໄດ້ ຊົງ​ເທດ​ສະໜາ ຕໍ່ໜ້າ​ຝຸງ​ຊົນ ຜູ້​ທີ່ໄປ​ນະມັດສະການ ຢ່າງ​ໜາ​ແໜ້ນ​ ຢູ່ຈະ​ຕຸ​ລັດ​ປະຕິວັດ ອັນເປັນ​ສະຖານ​ທີ່ປະວັດ​ສາດຂອງ​ຮາ​ວາ​ນາ.

Pope Francis Americas
please wait
Embed

No media source currently available

0:00 0:02:02 0:00

XS
SM
MD
LG